Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 11:14 - ພຣະຄຳພີສັກສິ

14 ປະຊາຊົນ​ອິດສະຣາເອນ​ໄດ້​ຢຶດເອົາ​ສິ່ງຂອງ​ຕ່າງໆ​ອັນ​ມີຄ່າ ຕະຫລອດ​ທັງ​ຝູງສັດ​ໃນ​ເມືອງ​ເຫຼົ່ານີ້​ມາ​ເປັນ​ຂອງ​ຕົນເອງ ແລະ​ພວກເຂົາ​ໄດ້​ຂ້າ​ທຸກໆ​ຄົນ​ໂດຍ​ບໍ່​ໄວ້​ຊີວິດ​ໃຜ​ເລີຍ.

Uka jalj uñjjattʼäta Copia luraña




ໂຢຊວຍ 11:14
12 Jak'a apnaqawi uñst'ayäwi  

ກະສັດ​ເຢໂຮຊາຟັດ​ແລະ​ທະຫານ​ຂອງ​ເພິ່ນ ໄດ້​ເຂົ້າ​ໄປ​ຢຶດ​ເຄື່ອງຂອງ​ມາ​ໄດ້​ຢ່າງ​ຫລວງຫລາຍ ມີ​ດັ່ງນີ້: ຝູງງົວ, ສະບຽງ​ອາຫານ, ເຄື່ອງນຸ່ງຫົ່ມ ແລະ​ເຄື່ອງ​ມີຄ່າ​ອື່ນໆ. ພວກເຂົາ​ໃຊ້​ເວລາ​ສາມ​ວັນ​ເພື່ອ​ຮິບໂຮມ​ເອົາ​ເຄື່ອງຂອງ​ນັ້ນ, ແຕ່​ກໍ​ຍັງ​ມີ​ຫລາຍ​ຢູ່​ຈົນ​ພວກເຂົາ​ເກັບ​ເອົາ​ໝົດ​ທຸກຢ່າງ​ບໍ່ໄດ້.


ປະຊາຊົນ​ອິດສະຣາເອນ​ໄດ້​ຈັບ​ເອົາ​ແມ່ຍິງ ແລະ​ເດັກນ້ອຍ​ມີດີອານ​ມາ​ເປັນ​ຊະເລີຍ ແລະ​ຢຶດເອົາ​ຝູງງົວ​ກັບ​ຝູງແກະ​ຕະຫລອດ​ທັງ​ຊັບສົມບັດ​ຂອງ​ພວກເຂົາ


ແຕ່​ສ່ວນ​ຜູ້ຍິງ, ເດັກນ້ອຍ, ຝູງສັດ ແລະ​ສິ່ງຂອງ​ທັງໝົດ​ໃນ​ເມືອງ​ນັ້ນ ພວກເຈົ້າ​ຢຶດເອົາ​ເປັນ​ຂອງ​ຕົນເອງ​ໄດ້. ພວກເຈົ້າ​ອາດ​ຈະ​ໃຊ້​ທຸກໆ​ສິ່ງ​ທີ່​ເປັນ​ຂອງ​ຂ້າເສິກ​ໄດ້; ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ມອບ​ໃຫ້​ພວກເຈົ້າ​ແລ້ວ.


ແຕ່​ເມື່ອ​ພວກເຈົ້າ​ຢຶດຄອງ​ເມືອງ​ຕ່າງໆ​ຢູ່​ໃນ​ດິນແດນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກຳລັງ​ຈະ​ມອບ​ໃຫ້​ນັ້ນ ຈົ່ງ​ຂ້າ​ທຸກໆ​ຄົນ​ຖິ້ມ.


ໂຢຊວຍ​ໄດ້​ຮົບ​ຊະນະ​ທົ່ວ​ທັງ​ດິນແດນ. ເພິ່ນ​ໄດ້​ຊະນະ​ບັນດາ​ກະສັດ​ທີ່​ຢູ່​ຕາມ​ເຂດ​ພູດອຍ, ຕາມ​ເນີນພູ ແລະ​ຕາມ​ຕີນພູ​ທາງທິດ​ຕາເວັນຕົກ, ຕະຫລອດ​ທັງ​ພວກ​ທີ່​ຢູ່​ຕາມ​ຖິ່ນ​ແຫ້ງແລ້ງ​ໃນ​ທິດໃຕ້. ເພິ່ນ​ໄດ້​ຂ້າ​ທຸກໆ​ຄົນ ບໍ່ມີ​ໃຜ​ລອດຊີວິດ​ຢູ່​ເລີຍ. ເຫດການ​ນີ້ ເປັນ​ໄປ​ຕາມ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ສັ່ງ​ໄວ້.


ພວກເຂົາ​ໄດ້​ຂ້າ​ທຸກໆ​ຄົນ ແລະ​ບໍ່​ໄວ້​ຊີວິດ​ໃຜ​ເລີຍ ພ້ອມ​ທັງ​ໄດ້​ຈູດ​ເມືອງ​ຖິ້ມ​ດ້ວຍ.


ແຕ່​ໂຢຊວຍ​ບໍ່ໄດ້​ຈູດ​ເມືອງ​ຕ່າງໆ​ຕາມ​ໂຄກ​ຕາມ​ເນີນ ເວັ້ນໄວ້​ແຕ່​ເມືອງ​ຮາໂຊ​ພຽງ​ເມືອງ​ດຽວ.


ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະອົງ​ຢ່າງໃດ ໂມເຊ​ໄດ້​ສັ່ງ​ໂຢຊວຍ​ຢ່າງນັ້ນ ແລະ​ໂຢຊວຍ​ກໍ​ປະຕິບັດ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ກັບ​ໂມເຊ​ທຸກປະການ.


ເຈົ້າ​ຈົ່ງ​ເຮັດ​ຕໍ່​ເມືອງ​ອາອີ​ແລະ​ກະສັດ​ຂອງ​ເມືອງ​ນີ້ ເໝືອນດັ່ງ​ທີ່​ເຈົ້າ​ໄດ້​ເຮັດ​ຕໍ່​ເມືອງ​ເຢຣິໂກ​ແລະ​ກະສັດ​ຂອງ​ເມືອງ​ນັ້ນ. ແຕ່​ໃນຄັ້ງນີ້ ໃຫ້​ພວກເຈົ້າ​ເອົາ​ສິ່ງຂອງ ແລະ​ຝູງສັດ​ມາ​ເປັນ​ຂອງ​ພວກເຈົ້າ​ໄດ້. ຈົ່ງ​ຕຽມ​ໂຈມຕີ​ເມືອງ​ທາງ​ດ້ານຫລັງ ໂດຍ​ບໍ່​ໃຫ້​ພວກເຂົາ​ຮູ້ຕົວ.”


ພວກ​ອິດສະຣາເອນ​ໄດ້​ຢຶດເອົາ​ຝູງສັດ​ແລະ​ສິ່ງຂອງ​ໃນ​ເມືອງ ມາ​ເປັນ​ຂອງຕົນ​ຕາມ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ທີ່​ໄດ້​ສັ່ງ​ໂຢຊວຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka