13 ແຕ່ໂຢຊວຍບໍ່ໄດ້ຈູດເມືອງຕ່າງໆຕາມໂຄກຕາມເນີນ ເວັ້ນໄວ້ແຕ່ເມືອງຮາໂຊພຽງເມືອງດຽວ.
ພຣະເຈົ້າຢາເວກ່າວວ່າ, “ເຮົາຈະສ້າງປະຊາຊົນເຮົາຂຶ້ນໃໝ່ ໃນດິນແດນຂອງເຂົາ ແລະຈະເມດຕາຕໍ່ທຸກໆບ້ານ ເຮົາຈະກໍ່ສ້າງນະຄອນເຢຣູຊາເລັມຂຶ້ນໃໝ່ ຜາສາດຣາຊວັງກໍຈະຖືກສ້າງຂຶ້ນໃໝ່ຄືກັນ.
ໂຢຊວຍໄດ້ຢຶດຄອງເມືອງຕ່າງໆ ທັງຈັບເອົາກະສັດຂອງເມືອງເຫຼົ່ານີ້. ເພິ່ນໄດ້ຂ້າທຸກໆຄົນຕາມທີ່ໂມເຊຜູ້ຮັບໃຊ້ຂອງພຣະເຈົ້າຢາເວໄດ້ສັ່ງໄວ້.
ປະຊາຊົນອິດສະຣາເອນໄດ້ຢຶດເອົາສິ່ງຂອງຕ່າງໆອັນມີຄ່າ ຕະຫລອດທັງຝູງສັດໃນເມືອງເຫຼົ່ານີ້ມາເປັນຂອງຕົນເອງ ແລະພວກເຂົາໄດ້ຂ້າທຸກໆຄົນໂດຍບໍ່ໄວ້ຊີວິດໃຜເລີຍ.
ເຮົາໄດ້ໃຫ້ດິນແດນແຫ່ງໜຶ່ງແກ່ພວກເຈົ້າ ໂດຍທີ່ພວກເຈົ້າບໍ່ໄດ້ຂຸດຄົ້ນຖາກຖາງ ແລະໄດ້ໃຫ້ເມືອງຕ່າງໆໂດຍທີ່ພວກເຈົ້າບໍ່ໄດ້ກໍ່ສ້າງ. ບັດນີ້ພວກເຈົ້າກຳລັງອາໄສຢູ່ໃນທີ່ນັ້ນ ແລະກິນໝາກອະງຸ່ນກັບໝາກກອກເທດຈາກຕົ້ນ ໂດຍທີ່ພວກເຈົ້າບໍ່ໄດ້ປູກຝັງໄວ້ເລີຍ.’