ໂຢຊວຍ 11:12 - ພຣະຄຳພີສັກສິ12 ໂຢຊວຍໄດ້ຢຶດຄອງເມືອງຕ່າງໆ ທັງຈັບເອົາກະສັດຂອງເມືອງເຫຼົ່ານີ້. ເພິ່ນໄດ້ຂ້າທຸກໆຄົນຕາມທີ່ໂມເຊຜູ້ຮັບໃຊ້ຂອງພຣະເຈົ້າຢາເວໄດ້ສັ່ງໄວ້. Uka jalj uñjjattʼäta |
ແຕ່ບັດນີ້ ພວກເຈົ້າຈະໄດ້ເຫັນດ້ວຍຕົນເອງວ່າ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ຈະນຳໜ້າພວກເຈົ້າໄປເໝືອນດັ່ງໄຟທີ່ເຜົາຜານ. ພຣະອົງຈະເອົາຊະນະພວກເຂົາເມື່ອພວກເຈົ້າບຸກໜ້າເຂົ້າໄປ ເພື່ອວ່າພວກເຈົ້າຈະຂັບໄລ່ພວກເຂົາອອກໄປ ແລະຈະທຳລາຍພວກເຂົາຢ່າງວ່ອງໄວ ຕາມທີ່ພຣະເຈົ້າຢາເວໄດ້ສັນຍາໄວ້.
ດິນແດນເຫຼົ່ານີ້ລວມເອົາເຂດແດນທັງໝົດຂອງຊາວຊີໂດນ ຊຶ່ງຢູ່ຕາມເຂດເນີນພູລະຫວ່າງພູເລບານອນແລະເມືອງມີສະເຣໂຟດມາອີມ. ເຮົາຈະຂັບໄລ່ປະຊາຊົນເຫຼົ່ານີ້ທັງໝົດອອກໜີ ເມື່ອປະຊາຊົນອິດສະຣາເອນບຸກໜ້າເຂົ້າໄປ. ເຈົ້າຈະຕ້ອງແບ່ງປັນດິນແດນນີ້ໃຫ້ຊາວອິດສະຣາເອນ ຕາມທີ່ເຮົາໄດ້ສັ່ງເຈົ້າໃຫ້ເຮັດ.
ເພິ່ນໄດ້ສ້າງຂຶ້ນຕາມແບບທີ່ໂມເຊຜູ້ຮັບໃຊ້ຂອງພຣະເຈົ້າຢາເວ ໄດ້ສັ່ງໄວ້ກັບຊາວອິດສະຣາເອນ ດັ່ງທີ່ໄດ້ກ່າວໄວ້ຕາມກົດບັນຍັດຂອງໂມເຊວ່າ, “ແທ່ນບູຊາສ້າງຂຶ້ນດ້ວຍຫີນທີ່ບໍ່ໃຊ້ເຄື່ອງມືເປັນໂລຫະຕັດ.” ທີ່ເທິງແທ່ນນັ້ນ ພວກເຂົາໄດ້ເຜົາເຄື່ອງຖວາຍບູຊາດ້ວຍໄຟແກ່ພຣະເຈົ້າຢາເວ ແລະຖວາຍເພື່ອຄວາມສາມັກຄີທຳ.
ພວກເຂົາໄດ້ຕອບວ່າ, “ທ່ານເອີຍ ພວກຂ້ານ້ອຍໄດ້ເຮັດເຊັ່ນນີ້ ເພາະຮູ້ວ່າເປັນຄວາມຈິງແທ້ ທີ່ພຣະເຈົ້າຢາເວ ພຣະເຈົ້າຂອງທ່ານໄດ້ສັ່ງໂມເຊຜູ້ຮັບໃຊ້ຂອງພຣະອົງ ໃຫ້ມອບດິນແດນທັງໝົດນີ້ແກ່ພວກທ່ານ ແລະຍັງສັ່ງພວກທ່ານໃຫ້ຂ້າທຸກຄົນໃນບ່ອນທີ່ພວກທ່ານໄດ້ເຂົ້າຢຶດຄອງ. ພວກຂ້ານ້ອຍໄດ້ເຮັດລົງໄປ ເພາະພວກຂ້ານ້ອຍຢ້ານພວກທ່ານຫລາຍ ພວກຂ້ານ້ອຍຢ້ານຕາຍ.