Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 11:11 - ພຣະຄຳພີສັກສິ

11 ພວກເຂົາ​ໄດ້​ຂ້າ​ທຸກໆ​ຄົນ ແລະ​ບໍ່​ໄວ້​ຊີວິດ​ໃຜ​ເລີຍ ພ້ອມ​ທັງ​ໄດ້​ຈູດ​ເມືອງ​ຖິ້ມ​ດ້ວຍ.

Uka jalj uñjjattʼäta Copia luraña




ໂຢຊວຍ 11:11
6 Jak'a apnaqawi uñst'ayäwi  

ແຕ່​ເມື່ອ​ພວກເຈົ້າ​ຢຶດຄອງ​ເມືອງ​ຕ່າງໆ​ຢູ່​ໃນ​ດິນແດນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກຳລັງ​ຈະ​ມອບ​ໃຫ້​ນັ້ນ ຈົ່ງ​ຂ້າ​ທຸກໆ​ຄົນ​ຖິ້ມ.


ພວກເຮົາ​ໄດ້​ຢຶດເອົາ​ຝູງສັດ​ແລະ​ເກັບກວາດ​ເອົາ​ສິ່ງຂອງ​ໃນ​ເມືອງ.


ແລະ​ເມື່ອ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໃຫ້​ຊົນຊາດ​ເຫຼົ່ານີ້ ຢູ່​ໃຕ້​ອຳນາດ​ຂອງ​ພວກເຈົ້າ ແລະ​ພວກເຈົ້າ​ຊະນະ​ພວກເຂົາ​ແລ້ວ ຢ່າ​ໄວ້​ຊີວິດ​ຂອງ​ພວກເຂົາ​ເປັນ​ເດັດຂາດ. ຢ່າ​ເຮັດ​ສັນຍາ​ໃດໆ​ກັບ​ພວກເຂົາ ຫລື​ສະແດງ​ຄວາມ​ເມດຕາ​ຕໍ່​ພວກເຂົາ​ເລີຍ.


ໂຢຊວຍ​ໄດ້​ຮົບ​ຊະນະ​ທົ່ວ​ທັງ​ດິນແດນ. ເພິ່ນ​ໄດ້​ຊະນະ​ບັນດາ​ກະສັດ​ທີ່​ຢູ່​ຕາມ​ເຂດ​ພູດອຍ, ຕາມ​ເນີນພູ ແລະ​ຕາມ​ຕີນພູ​ທາງທິດ​ຕາເວັນຕົກ, ຕະຫລອດ​ທັງ​ພວກ​ທີ່​ຢູ່​ຕາມ​ຖິ່ນ​ແຫ້ງແລ້ງ​ໃນ​ທິດໃຕ້. ເພິ່ນ​ໄດ້​ຂ້າ​ທຸກໆ​ຄົນ ບໍ່ມີ​ໃຜ​ລອດຊີວິດ​ຢູ່​ເລີຍ. ເຫດການ​ນີ້ ເປັນ​ໄປ​ຕາມ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ສັ່ງ​ໄວ້.


ພວກເຂົາ​ໄດ້​ໃຊ້​ດາບ​ຂ້າ​ທັງ​ຍິງ​ແລະ​ຊາຍ ຜູ້ໜຸ່ມ​ແລະ​ຜູ້ເຖົ້າ, ຕະຫລອດ​ທັງ​ຝູງງົວ, ຝູງແກະ ແລະ​ຝູງ​ລໍ​ດ້ວຍ.


ແລ້ວ​ພວກ​ອິດສະຣາເອນ​ກໍ​ຈູດ​ເຜົາ​ເມືອງ​ຖິ້ມ​ຈົນກ້ຽງ ຕະຫລອດ​ທຸກສິ່ງ​ໃນ​ເມືອງ​ນັ້ນ ເວັ້ນໄວ້ແຕ່​ເຄື່ອງໃຊ້​ທີ່​ເປັນ​ເງິນ, ຄຳ, ທອງສຳຣິດ ແລະ​ເຫຼັກ ທີ່​ພວກເຂົາ​ໄດ້​ຢຶດເອົາ ແລະ​ນຳ​ໄປ​ໄວ້​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka