Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 11:1 - ພຣະຄຳພີສັກສິ

1 ເມື່ອ​ເຈົ້າ​ຢາບິນ​ກະສັດ​ແຫ່ງ​ຮາໂຊ ໄດ້ຍິນ​ເຖິງ​ໄຊຊະນະ​ຂອງ​ຊາວ​ອິດສະຣາເອນ ເພິ່ນ​ກໍໄດ້​ສົ່ງ​ຄົນ​ໄປ​ບອກ​ເຈົ້າ​ໂຢບັບ​ກະສັດ​ແຫ່ງ​ມາໂດນ, ກະສັດ​ແຫ່ງ​ຊີມໂຣນ ແລະ​ກະສັດ​ແຫ່ງ​ອັກຊັບ

Uka jalj uñjjattʼäta Copia luraña




ໂຢຊວຍ 11:1
19 Jak'a apnaqawi uñst'ayäwi  

ເມື່ອ​ຊາວ​ຊີເຣຍ​ຮູ້​ຕົວ​ວ່າ ພວກ​ຕົນ​ໄດ້​ພ່າຍແພ້​ແກ່​ຊາວ​ອິດສະຣາເອນ; ສະນັ້ນ ພວກເຂົາ​ຈຶ່ງ​ລະດົມ​ເອົາ​ທະຫານ​ທັງໝົດ​ມາ​ໂຮມກັນ.


ເບນາບີນາດາບ ຜູ້​ທີ່​ແຕ່ງງານ​ກັບ​ຕາຟາດ ລູກສາວ​ຂອງ​ກະສັດ​ໂຊໂລໂມນ ຮັບຜິດຊອບ​ອານາເຂດ​ເມືອງ​ໂດເຣ​ທັງໝົດ.


ກະສັດ​ໂຊໂລໂມນ​ໄດ້​ເກນ​ເອົາ​ຄົນງານ​ມາ​ສ້າງ​ວິຫານ​ຂອງ​ພຣະເຈົ້າຢາເວ​ແລະ​ຣາຊວັງ ທັງ​ຖົມ​ດິນ​ຢູ່​ທາງທິດ​ຕາເວັນອອກ​ຂອງ​ເມືອງ ແລະ​ສ້າງ​ກຳແພງ​ເມືອງ. ເພິ່ນ​ຍັງ​ໄດ້​ໃຊ້​ຄົນງານ​ພວກ​ນີ້​ສ້າງ​ເມືອງ​ຮາໂຊ, ເມກິດໂດ ແລະ​ເກເຊ. (


ໃນ​ຄາວ​ທີ່​ເຈົ້າ​ເປກາ​ໄດ້​ເປັນ​ກະສັດ​ແຫ່ງ​ອິດສະຣາເອນ​ນັ້ນ ຕີກະລາດ​ປີເລເສ ກະສັດ​ແຫ່ງ​ອັດຊີເຣຍ​ໄດ້​ຢຶດເອົາ​ເມືອງ​ຕ່າງໆ​ດັ່ງນີ້: ອີໂຢນ, ອາເບັນ​ເບັດ​ມາອາກາ, ຢາໂນອາ, ເກເດັດ, ຮາໂຊ, ເຂດແດນ​ທັງໝົດ​ຂອງ​ກີເລອາດ, ຄາລີເລ ແລະ​ເນັບທາລີ ແລະ​ໄດ້​ນຳ​ເອົາ​ປະຊາຊົນ​ໄປ​ເປັນ​ຊະເລີຍ​ທີ່​ອັດຊີເຣຍ.


ຂ້າແດ່​ພຣະເຈົ້າຢາເວ ເຫຼົ່າ​ສັດຕູ​ບໍ່​ຮູ້​ວ່າ​ພຣະອົງ​ຈະ​ລົງໂທດ​ພວກເຂົາ ໃຫ້​ຖືກ​ອັບອາຍ​ແລະ​ຮັບ​ທຸກ ຈົ່ງ​ໃຫ້​ພວກເຂົາ​ໄດ້​ຮັບ​ໂທດ​ທີ່​ພຣະອົງ​ຕຽມໄວ້​ນັ້ນ​ສາ ໃຫ້​ເຫັນ​ວ່າ​ພຣະອົງ​ຮັກ​ປະຊາຊົນ​ຂອງ​ພຣະອົງ.


ເຮົາ​ຈະ​ຢູ່​ນຳ​ເມື່ອ​ຍ່າງ​ຂ້າມ​ບ່ອນ​ນໍ້າເລິກ​ໄປ ຄວາມ​ລຳບາກ​ຂອງ​ພວກເຈົ້າ​ຈະ​ບໍ່​ຖ້ວມ​ພວກເຈົ້າ. ໄຟ​ຈະ​ບໍ່​ໄໝ້​ພວກເຈົ້າ​ເມື່ອ​ຜ່ານຜ່າ​ໄຟ​ໄປ ການ​ທົດລອງ​ທີ່​ລຳບາກ​ຈະ​ທຳຮ້າຍ​ພວກເຈົ້າ​ບໍ່ໄດ້.


ແລ້ວ​ໂຢຊວຍ​ແລະ​ພວກ​ທະຫານ​ຂອງຕົນ ກໍໄດ້​ກັບຄືນ​ເມືອ​ຄ້າຍພັກ​ທີ່​ກິນການ.


ແລ້ວ​ໂຢຊວຍ​ກໍ​ຍົກທັບ​ກັບຄືນ​ມາ​ຢຶດຄອງ​ເມືອງ​ຮາໂຊ ແລະ​ຂ້າ​ກະສັດ​ຂອງ​ເມືອງ​ນີ້. (ໃນ​ຄາວນັ້ນ ຮາໂຊ​ເປັນ​ອານາຈັກ​ທີ່​ມີ​ອຳນາດ​ເໜືອ​ຣາຊ​ອານາຈັກ​ຕ່າງໆ).


ກະສັດ​ຂອງ​ມາໂດນ, ກະສັດ​ຂອງ​ຮາໂຊ,


ກະສັດ​ຂອງ​ຊີມໂຣນ​ເມໂຣນ, ກະສັດ​ຂອງ​ອັກຊັບ,


ອາດາມາ, ຣາມາ, ຮາໂຊ,


ພວກເຂົາ​ໄດ້​ມາ​ຮ່ວມກັນ ຕໍ່ສູ້​ໂຢຊວຍ​ແລະ​ຊາວ​ອິດສະຣາເອນ.


ສ່ວນ​ສີເສຣາ​ນັ້ນ​ໄດ້​ປົບໜີໄປ​ສູ່​ຜ້າເຕັນ​ຂອງ​ນາງ​ຢາເອນ ເມຍ​ຂອງ​ເຮເບ​ຊາວ​ເກນິດ ເພາະ​ເຈົ້າ​ຢາບິນ​ກະສັດ​ແຫ່ງ​ຮາໂຊ ແລະ​ຄອບຄົວ​ຂອງ​ເຮເບ​ເປັນ​ມິດ​ທີ່​ດີ​ຕໍ່​ກັນ.


ດັ່ງນັ້ນ ພຣະເຈົ້າຢາເວ​ຈຶ່ງ​ໄດ້ຂາຍ​ພວກເຂົາ​ໃຫ້​ຢູ່​ໃນ​ມື​ຂອງ​ເຈົ້າ​ຢາບິນ ກະສັດ​ຂອງ​ຊາວ​ການາອານ​ຜູ້​ທີ່​ປົກຄອງ​ຢູ່​ທີ່​ນະຄອນ​ຮາໂຊ. ແມ່ທັບ​ຂອງ​ເພິ່ນ​ຊື່​ວ່າ ສີເສຣາ. ລາວ​ເປັນ​ຊາວ​ເມືອງ​ຮາໂຣເຊັດ​ຂອງ​ຄົນຕ່າງຊາດ.


ທີ່​ຕາອານັກ​ນັ້ນ​ໃກ້​ກັບ​ນໍ້າຫ້ວຍ​ເມກິດໂດ ບັນດາ​ກະສັດ​ໄດ້​ມາ​ເຮັດ​ເສິກ​ເພື່ອ​ສູ້ຮົບ; ບັນດາ​ກະສັດ​ການາອານ​ໄດ້​ສູ້ຮົບ​ຕົບຕີ ແຕ່​ພວກເຂົາ​ບໍ່ໄດ້​ຢຶດ​ເຄື່ອງ​ເປັນ​ເງິນ​ໄປ​ດ້ວຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka