Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 10:9 - ພຣະຄຳພີສັກສິ

9 ໂຢຊວຍ​ໄດ້​ເຄື່ອນທັບ​ອອກ​ຈາກ​ກິນການ​ໄປ​ກີເບໂອນ​ຕະຫລອດ​ຄືນ ແລະ​ເຂົ້າ​ຫລອນ​ໂຈມຕີ​ຊາວ​ອາໂມ.

Uka jalj uñjjattʼäta Copia luraña




ໂຢຊວຍ 10:9
9 Jak'a apnaqawi uñst'ayäwi  

ຈົ່ງ​ນຳ​ເອົາ​ຄົນ​ທີ່​ເຮັດ​ວຽກ​ດີ​ມາ​ໃຫ້​ຂ້ອຍ​ເບິ່ງ ແລະ​ຂ້ອຍ​ຈະ​ໃຫ້​ເຈົ້າ​ເຫັນ​ຜູ້​ທີ່​ເຮັດ​ວຽກ​ດີ​ຍອດຢ້ຽມ ແລະ​ສົມ​ທີ່​ຈະ​ເປັນ​ເພື່ອນ​ຂອງ​ບັນດາ​ກະສັດ.


ບໍ່​ວ່າ​ຈະ​ເຮັດ​ສິ່ງໃດ​ກໍຕາມ ຈົ່ງ​ເຮັດ​ສິ່ງ​ນັ້ນ​ຢ່າງ​ເຕັມ​ກຳລັງ ເພາະ​ໃນ​ແດນ​ຂອງ​ຄົນຕາຍ​ນັ້ນ​ຈະ​ບໍ່ມີ​ການກະທຳ, ບໍ່ມີ​ຄວາມຄິດ, ບໍ່ມີ​ຄວາມຮູ້, ບໍ່ມີ​ປັນຍາ​ໃດໆ ແລະ​ໃນ​ບ່ອນນັ້ນແຫລະ​ທີ່​ພວກເຈົ້າ​ຈະ​ໄປ.


ຈົ່ງ​ຮ່ວມ​ໃນ​ຄວາມ​ທົນທຸກ ເໝືອນ​ດັ່ງ​ເປັນ​ທະຫານ​ທີ່​ດີ​ຂອງ​ພຣະຄຣິດເຈົ້າ​ເຢຊູ.


ຈົ່ງ​ເອົາໃຈໃສ່​ເທດສະໜາ​ສັ່ງສອນ​ພຣະທຳ​ຂອງ​ພຣະເຈົ້າ ທັງ​ໃນ​ເວລາ​ມີ​ໂອກາດ​ແລະ​ບໍ່ມີ​ໂອກາດ, ຈົ່ງ​ຊັກຊວນ​ດ້ວຍ​ເຫດ​ຜົນ, ຈົ່ງ​ເຕືອນ​ສະຕິ​ແລະ​ໜູນໃຈ ດ້ວຍ​ຄວາມ​ພຽນ​ອົດທົນ​ທຸກຢ່າງ​ແລະ​ໃນ​ການ​ສິດສອນ.


ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ພວກ​ອາໂມ​ແຕກຕື່ນ ແລະ​ໜີໄປ​ຕໍ່ໜ້າ​ກອງທັບ​ອິດສະຣາເອນ. ຝ່າຍ​ພວກ​ອິດສະຣາເອນ ກໍໄດ້​ຂ້າ​ພວກເຂົາ​ເປັນ​ຈຳນວນ​ຫລວງຫລາຍ​ຢູ່​ໃນ​ເມືອງ​ກີເບໂອນ ແລະ​ໄລ່​ຕິດຕາມ​ພວກ​ທີ່​ເຫຼືອ​ຢູ່ ລົງ​ໄປ​ສູ່​ຊ່ອງແຄບ​ຂອງ​ພູເຂົາ​ທີ່​ເມືອງ​ເບັດ​ໂຮໂຣນ ໂດຍ​ສືບຕໍ່​ໂຈມຕີ​ພວກເຂົາ​ໄປ​ທາງໃຕ້ ຈົນເຖິງ​ເມືອງ​ອາເຊກາ​ແລະ​ເມືອງ​ມັກເກດາ.


ແລ້ວ​ພຣະເຈົ້າຢາເວ​ໄດ້ກ່າວ​ແກ່​ໂຢຊວຍ​ວ່າ, “ຢ່າ​ຢ້ານ​ພວກເຂົາ​ເລີຍ. ເຮົາ​ມອບ​ໄຊຊະນະ​ໃຫ້​ເຈົ້າ​ແລ້ວ. ບໍ່ມີ​ໃຜ​ໃນ​ພວກເຂົາ​ຈະ​ສາມາດ​ຕໍ່ສູ້​ເຈົ້າ​ໄດ້.”


ດັ່ງນັ້ນ ໂຢຊວຍ​ພ້ອມ​ດ້ວຍ​ທະຫານ​ທັງໝົດ​ຂອງຕົນ ຈຶ່ງ​ຫລອນ​ໂຈມຕີ​ພວກເຂົາ​ທີ່​ຫ້ວຍນໍ້າ​ເມໂຣມ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka