8 ແລ້ວພຣະເຈົ້າຢາເວໄດ້ກ່າວແກ່ໂຢຊວຍວ່າ, “ຢ່າຢ້ານພວກເຂົາເລີຍ. ເຮົາມອບໄຊຊະນະໃຫ້ເຈົ້າແລ້ວ. ບໍ່ມີໃຜໃນພວກເຂົາຈະສາມາດຕໍ່ສູ້ເຈົ້າໄດ້.”
ໃນຂະນະດຽວກັນນັ້ນ ກໍມີຜູ້ທຳນວາຍຄົນໜຶ່ງມາຫາກະສັດອາຮາບ ແລະບອກເພິ່ນວ່າ, “ພຣະເຈົ້າຢາເວບອກວ່າ ຢ່າຢ້ານກອງທັບໃຫຍ່ນັ້ນເລີຍ ວັນນີ້ ເຮົາຈະໃຫ້ເຈົ້າມີໄຊຊະນະເໜືອພວກເຂົາ ແລະເຈົ້າຈະຮູ້ວ່າເຮົາແມ່ນພຣະເຈົ້າຢາເວ.”
ຖ້າເປັນຢ່າງນັ້ນ ເຮົາທັງຫລາຍຈະວ່າຢ່າງໃດ? ຖ້າພຣະເຈົ້າຢູ່ຝ່າຍພວກເຮົາ ຜູ້ໃດຈະຕໍ່ສູ້ພວກເຮົາໄດ້?
ແຕ່ພຣະເຈົ້າຢາເວໄດ້ກ່າວແກ່ຂ້າພະເຈົ້າວ່າ, ‘ຢ່າຢ້ານລາວເລີຍ. ເຮົາກຳລັງມອບເຈົ້າໂອກພ້ອມກອງທັບ ແລະເຂດແດນທັງໝົດຂອງລາວໃຫ້ເຈົ້າ. ຈົ່ງເຮັດກັບລາວຢ່າງດຽວກັບທີ່ເຈົ້າໄດ້ເຮັດຕໍ່ເຈົ້າສີໂຫນ ກະສັດຊາວອາໂມຜູ້ທີ່ປົກຄອງນະຄອນເຮັດຊະໂບນ.’
ພຣະອົງຈະໃຫ້ບັນດາກະສັດຂອງພວກເຂົາຢູ່ໃຕ້ອຳນາດຂອງພວກເຈົ້າ. ພວກເຈົ້າຈະຂ້າພວກເຂົາແລະບໍ່ມີໃຜຈະຈົດຈຳພວກເຂົາໄດ້ອີກເລີຍ ບໍ່ມີຜູ້ໃດຈະສາມາດຢັບຢັ້ງພວກເຈົ້າໄດ້ ພວກເຈົ້າຈະທຳລາຍພວກເຂົາທຸກຄົນ.
ໂຢຊວຍບອກພວກນາຍທະຫານວ່າ, “ຢ່າຢ້ານຫລືທໍ້ຖອຍໃຈ. ຈົ່ງມີໃຈເດັດດ່ຽວແລະກ້າຫານ ເພາະພຣະເຈົ້າຢາເວຈະກະທຳດັ່ງນີ້ຕໍ່ເຫຼົ່າສັດຕູຂອງພວກເຈົ້າ.”
ໂຢຊວຍໄດ້ເຄື່ອນທັບອອກຈາກກິນການໄປກີເບໂອນຕະຫລອດຄືນ ແລະເຂົ້າຫລອນໂຈມຕີຊາວອາໂມ.
ພຣະເຈົ້າຢາເວໄດ້ກ່າວແກ່ໂຢຊວຍວ່າ, “ຢ່າຢ້ານພວກເຂົາ ເພາະມື້ອື່ນໃນເວລາດຽວກັນນີ້ ເຮົາຈະຂ້າພວກເຂົາທັງໝົດໃຫ້ຊາດອິດສະຣາເອນ. ໃຫ້ເຈົ້າຕັດເອັນຄະນ່ອງມ້າ ແລະຈູດລົດຮົບຂອງພວກເຂົາຖິ້ມ.”
ພຣະເຈົ້າຢາເວໄດ້ສັ່ງໂຢຊວຍວ່າ, “ຈົ່ງນຳເອົາທະຫານທັງໝົດຂຶ້ນໄປສູ່ເມືອງອາອີ. ຢ່າຢ້ານຫລືທໍ້ຖອຍໃຈເລີຍ. ເຮົາຈະໃຫ້ເຈົ້າຮົບຊະນະກະສັດແຫ່ງອາອີ, ປະຊາຊົນ, ເມືອງ ຕະຫລອດທັງດິນແດນຂອງລາວດ້ວຍ.
ພຣະເຈົ້າຢາເວໄດ້ກ່າວຕໍ່ລາວວ່າ, “ເຈົ້າເຮັດສິ່ງນີ້ໄດ້ເພາະເຮົາຈະຊ່ວຍເຈົ້າ. ເຈົ້າຈະທຳລາຍພວກມີດີອານໄດ້ຢ່າງງ່າຍດາຍ ຄ້າຍກັບວ່າພວກເຂົາມີພຽງແຕ່ຄົນດຽວເທົ່ານັ້ນ.”
ໃນຄືນນັ້ນ ພຣະເຈົ້າຢາເວໄດ້ສັ່ງກີເດໂອນວ່າ, “ຈົ່ງລຸກຂຶ້ນໄປບຸກໂຈມຕີທີ່ໝັ້ນຂອງພວກເຂົາ; ເຮົາຈະໃຫ້ເຈົ້າມີໄຊຊະນະເໜືອພວກເຂົາ.
ແລະທຸກໆຄົນໃນທີ່ນີ້ຈະເຫັນວ່າ ພຣະເຈົ້າຢາເວບໍ່ຈຳເປັນໃຊ້ດາບຫລືຫອກ ເພື່ອຊ່ວຍປະຊາຊົນຂອງພຣະອົງໃຫ້ພົ້ນ. ພຣະເຈົ້າຢາເວເປັນເຈົ້າຂອງສະໜາມຮົບ ແລະພຣະອົງຈະມອບພວກເຈົ້າໄວ້ໃນກຳມືຂອງພວກເຮົາ.”