7 ດັ່ງນັ້ນ ໂຢຊວຍ ແລະກອງທັບທັງໝົດຂອງຕົນ ລວມທັງພວກທະຫານທີ່ເກັ່ງກ້າ ຈຶ່ງໄດ້ອອກໄປຈາກກິນການ.
“ຢ່າສູ່ຮ່ວມແຜນການກະບົດນຳປະຊາຊົນ ແລະຢ່າສູ່ຢ້ານສິ່ງທີ່ພວກເຂົາຢ້ານ.
ແລ້ວພຣະອົງຈະເປັນສະຖານບໍຣິສຸດແລະເປັນດັ່ງຫີນທີ່ໃຫ້ປະຊາຊົນຕຳສະດຸດ ແລະເປັນດັ່ງແຮ້ວທີ່ຈະດັກຈັບເອົາ ປະຊາຊົນໃນອານາຈັກຢູດາຍ ແລະອິດສະຣາເອນ ພ້ອມທັງຊາວນະຄອນເຢຣູຊາເລັມດ້ວຍ.
ຊາວກີເບໂອນຈຶ່ງໄດ້ຟ້າວສົ່ງຄົນໄປຫາໂຢຊວຍ ທີ່ຄ້າຍພັກໃນເມືອງກິນການວ່າ, “ທ່ານເອີຍ ກະສັດທັງໝົດຂອງຊາວອາໂມທີ່ຢູ່ຕາມເນີນພູຂອງດິນແດນນີ້ ໄດ້ພາກັນມາຕໍ່ສູ້ພວກຂ້ານ້ອຍ. ຈົ່ງຟ້າວມາຊ່ວຍພວກຂ້ານ້ອຍແດ່ທ້ອນ ຢ່າປະຖິ້ມພວກຂ້ານ້ອຍເລີຍ.”
ພຣະເຈົ້າຢາເວໄດ້ສັ່ງໂຢຊວຍວ່າ, “ຈົ່ງນຳເອົາທະຫານທັງໝົດຂຶ້ນໄປສູ່ເມືອງອາອີ. ຢ່າຢ້ານຫລືທໍ້ຖອຍໃຈເລີຍ. ເຮົາຈະໃຫ້ເຈົ້າຮົບຊະນະກະສັດແຫ່ງອາອີ, ປະຊາຊົນ, ເມືອງ ຕະຫລອດທັງດິນແດນຂອງລາວດ້ວຍ.
ດັ່ງນັ້ນ ໂຢຊວຍຈຶ່ງຕຽມເອົາທະຫານທັງໝົດໄປໂຈມຕີເມືອງອາອີ. ເພິ່ນໄດ້ເລືອກເອົາທະຫານທີ່ເກັ່ງກ້າສາມໝື່ນຄົນ ແລະໃຫ້ເຄື່ອນທັບໄປໃນຕອນກາງຄືນ