ໂຢຊວຍ 10:6 - ພຣະຄຳພີສັກສິ6 ຊາວກີເບໂອນຈຶ່ງໄດ້ຟ້າວສົ່ງຄົນໄປຫາໂຢຊວຍ ທີ່ຄ້າຍພັກໃນເມືອງກິນການວ່າ, “ທ່ານເອີຍ ກະສັດທັງໝົດຂອງຊາວອາໂມທີ່ຢູ່ຕາມເນີນພູຂອງດິນແດນນີ້ ໄດ້ພາກັນມາຕໍ່ສູ້ພວກຂ້ານ້ອຍ. ຈົ່ງຟ້າວມາຊ່ວຍພວກຂ້ານ້ອຍແດ່ທ້ອນ ຢ່າປະຖິ້ມພວກຂ້ານ້ອຍເລີຍ.” Uka jalj uñjjattʼäta |
ເຊືອກກາງຜ້າໃບຂອງເຮືອກໍບໍ່ມີປະໂຫຍດ; ຜ້າໃບແລ່ນເຮືອກໍໃຊ້ການບໍ່ໄດ້ ພວກເຈົ້າຈະຢຶດຊັບສົມບັດອັນມະຫາສານຂອງກອງທັບເຫຼົ່າສັດຕູຈົນໝົດ ແມ່ນແຕ່ຄົນຂາພິການກໍໄດ້ຮັບສ່ວນແບ່ງ. ເພາະພຣະເຈົ້າຢາເວເປັນຜູ້ຕັດສິນຂອງພວກເຮົາ, ພຣະເຈົ້າຢາເວເປັນຜູ້ໃຫ້ກົດໝາຍຂອງພວກເຮົາ, ພຣະເຈົ້າຢາເວເປັນກະສັດຂອງພວກເຮົາ; ພຣະອົງຈະຊ່ວຍພວກເຮົາໃຫ້ພົ້ນ.
ດັ່ງນັ້ນ ເພື່ອນຳພາພວກເຈົ້າ ຂ້າພະເຈົ້າຈຶ່ງໄດ້ແຕ່ງຕັ້ງບັນດາຜູ້ນຳ ທີ່ສະຫລຽວສະຫລາດແລະມີປະສົບການ ທີ່ພວກເຈົ້າໄດ້ເລືອກມາຈາກແຕ່ລະເຜົ່າຂອງພວກເຈົ້າ ແລະຂ້າພະເຈົ້າໄດ້ໃຫ້ພວກເຂົາເບິ່ງແຍງພວກເຈົ້າ. ຂ້າພະເຈົ້າໄດ້ໃຫ້ບາງຄົນຮັບຜິດຊອບພັນຄົນ, ບາງຄົນຮັບຜິດຊອບຮ້ອຍຄົນ, ບາງຄົນຮັບຜິດຊອບຫ້າສິບຄົນ ແລະບາງຄົນຮັບຜິດຊອບສິບຄົນ. ນອກຈາກນີ້ ຂ້າພະເຈົ້າໄດ້ແຕ່ງຕັ້ງເຈົ້າໜ້າທີ່ອື່ນໆຕາມເຜົ່າຕ່າງໆອີກດ້ວຍ.