5 ຝ່າຍກະສັດຂອງຊາວອາໂມທັງຫ້າຄົນນັ້ນຄື: ກະສັດແຫ່ງເຢຣູຊາເລັມ, ເຮັບໂຣນ, ຢາຣະມຸດ, ລາກິດ ແລະເອກໂລນ ກໍໄດ້ຮ່ວມກຳລັງກັນຍົກທັບມາອ້ອມ ແລະເຂົ້າບຸກໂຈມຕີເມືອງກີເບໂອນ.
ມັນຈະເປັນເວລາເຖິງສີ່ເຊັ່ນຄົນ ກ່ອນເຊື້ອສາຍຂອງເຈົ້າຈະກັບຄືນມາທີ່ນີ້ ເພາະເຮົາຈະບໍ່ຂັບໄລ່ຊາວອາໂມອອກໜີໄປ ຈົນກວ່າພວກເຂົາເຮັດຊົ່ວຮ້າຍໜັກສົມກັບຕ້ອງໄດ້ຮັບໂທດ.”
ໃນຂະນະທີ່ກອງທັບຂອງກະສັດແຫ່ງບາບີໂລນກຳລັງໂຈມຕີເມືອງຢູ່. ກອງທັບນັ້ນໄດ້ໂຈມຕີເມືອງລາກິດ ແລະອາເຊກາ ຊຶ່ງເປັນເມືອງທີ່ມີປ້ອມປ້ອງກັນເຫຼືອຢູ່ໃນຢູດາຍ.
ຊາວອາມາເຫຼັກອາໄສຢູ່ທາງທິດໃຕ້ຂອງດິນແດນ; ຊາວຮິດຕີ, ຊາວເຢບຸດ ແລະຊາວອາໂມອາໄສຢູ່ເຂດເນີນພູ ແລະຊາວການາອານກໍອາໄສຢູ່ຕາມຝັ່ງທີ່ທະເລເມດີແຕຣາເນແລະຝັ່ງແມ່ນໍ້າຈໍແດນ.”
ເຖິງຢ່າງໃດກໍຕາມ ກະສັດອາໂມທັງຫ້າຄົນນັ້ນໄດ້ປົບໜີໄປລີ້ຢູ່ໃນຖໍ້າມັກເກດາ.
ຊາວກີເບໂອນຈຶ່ງໄດ້ຟ້າວສົ່ງຄົນໄປຫາໂຢຊວຍ ທີ່ຄ້າຍພັກໃນເມືອງກິນການວ່າ, “ທ່ານເອີຍ ກະສັດທັງໝົດຂອງຊາວອາໂມທີ່ຢູ່ຕາມເນີນພູຂອງດິນແດນນີ້ ໄດ້ພາກັນມາຕໍ່ສູ້ພວກຂ້ານ້ອຍ. ຈົ່ງຟ້າວມາຊ່ວຍພວກຂ້ານ້ອຍແດ່ທ້ອນ ຢ່າປະຖິ້ມພວກຂ້ານ້ອຍເລີຍ.”
ທຸກເມືອງຕັ້ງແຕ່ເມືອງເອັກໂຣນຈົນຮອດເມືອງກາດ ຊຶ່ງພວກຟີລິດສະຕິນຢຶດເອົາໄປນັ້ນ ກໍໄດ້ຄືນມາເປັນຂອງພວກອິດສະຣາເອນ ດັ່ງນັ້ນ ຊາວອິດສະຣາເອນຈຶ່ງໄດ້ດິນແດນທີ່ຖືກຢຶດໄປນັ້ນຄືນມາໝົດ. ຄວາມສະຫງົບສຸກໄດ້ເກີດມີລະຫວ່າງຊາວອິດສະຣາເອນແລະຊາວການາອານຄືກັນ.