Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 10:42 - ພຣະຄຳພີສັກສິ

42 ໂຢຊວຍ​ໄດ້​ເອົາ​ຊະນະ​ກະສັດ​ເຫຼົ່ານີ້ ພ້ອມ​ທັງ​ດິນແດນ​ຂອງ​ພວກເຂົາ​ຢູ່​ໃນ​ບັ້ນຮົບ​ດຽວ ຍ້ອນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາວ​ອິດສະຣາເອນ ໄດ້​ສູ້ຮົບ​ເພື່ອ​ຊາດ​ອິດສະຣາເອນ.

Uka jalj uñjjattʼäta Copia luraña




ໂຢຊວຍ 10:42
14 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ຢູ່​ນຳ​ຂ້ານ້ອຍ ຂ້ານ້ອຍ​ຈະ​ບໍ່​ຢ້ານກົວ​ເລີຍ ແມ່ນ​ຜູ້ໃດ​ເຮັດ​ຫຍັງ​ໃຫ້​ຂ້ານ້ອຍ​ໄດ້?


ພຣະເຈົ້າ​ເປັນ​ທີ່​ກຳບັງ​ແລະ​ກຳລັງ​ຂອງ​ພວກ​ຂ້ານ້ອຍ ພຣະອົງ​ພ້ອມ​ຊ່ວຍເຫຼືອ​ໃນ​ຄາວ​ພວກ​ຂ້ານ້ອຍ​ຍາກ​ລຳບາກ.


ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ຢູ່​ກັບ​ພວກ​ຂ້ານ້ອຍ ພຣະເຈົ້າ​ຂອງ​ຢາໂຄບ​ເປັນ​ປ້ອມ​ປ້ອງກັນ​ຂອງ​ພວກ​ຂ້ານ້ອຍ.


ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ຢູ່​ກັບ​ພວກ​ຂ້ານ້ອຍ ພຣະເຈົ້າ​ຂອງ​ຢາໂຄບ​ເປັນ​ປ້ອມ​ປ້ອງກັນ​ຂອງ​ພວກ​ຂ້ານ້ອຍ.


ຂ້າແດ່​ພຣະເຈົ້າ ຂໍ​ຊົງ​ໂຜດ​ນຳ​ພວກ​ຂ້ານ້ອຍ​ກັບຄືນ​ມາ ຂໍ​ຊົງ​ໂຜດ​ເມດຕາ ແລ້ວ​ພວກ​ຂ້ານ້ອຍ​ກໍ​ຈະ​ໄດ້​ພົ້ນ.


ພຣະເຈົ້າຢາເວ​ຈະ​ສູ້ຮົບ​ຕາງ​ພວກເຈົ້າ ໂດຍ​ທີ່​ພວກເຈົ້າ​ບໍ່​ຕ້ອງ​ເຮັດ​ຫຍັງ​ເລີຍ.”


ພຣະອົງ​ໄດ້​ເຮັດ​ໃຫ້​ລໍ້​ລົດຮົບ​ຄາ​ດິນ ແລະ​ໝູນ​ໄປ​ໄດ້​ຍາກ​ເຕັມທີ. ເມື່ອ​ເຫັນ​ເປັນ​ເຊັ່ນນັ້ນ ຊາວ​ເອຢິບ​ຈຶ່ງ​ຮ້ອງ​ວ່າ, “ພຣະເຈົ້າຢາເວ​ກຳລັງ​ເຂົ້າ​ຂ້າງ​ພວກ​ອິດສະຣາເອນ​ສູ້ຮົບ​ພວກເຮົາ. ໃຫ້​ພາກັນ​ໜີ​ອອກ​ຈາກ​ທີ່​ນີ້​ດຽວ​ນີ້.”


ເຮົາ​ຈະ​ໃຫ້​ທຸກ​ຊົນຊາດ​ຍອມ​ຊ່ວຍກູ້​ເອົາ​ຄືກັນ ຄື​ຊ່ວຍ​ເອົາ​ຊີວິດ​ຂອງ​ພວກເຈົ້າ​ໄວ້. ເພາະ​ພວກເຈົ້າ​ມີ​ຄ່າ​ຫລາຍ​ສຳລັບ​ເຮົາ ເພາະ​ເຮົາ​ຮັກ​ພວກເຈົ້າ​ຫລາຍ​ຈຶ່ງ​ໃຫ້ກຽດ​ພວກເຈົ້າ.


ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ກໍ​ສະຖິດ​ຢູ່​ນຳ​ພວກເຈົ້າ ແລະ​ໃຫ້​ພວກເຈົ້າ​ໄດ້​ຮັບ​ໄຊຊະນະ.’


ກ່ອນ​ນັ້ນ​ແລະ​ນັບ​ແຕ່​ນັ້ນ​ມາ ບໍ່ເຄີຍ​ມີ​ວັນໃດ​ທີ່​ພຣະເຈົ້າຢາເວ​ໄດ້​ຟັງ​ມະນຸດ​ເໝືອນ​ດັ່ງ​ໃນ​ວັນນັ້ນ ດ້ວຍວ່າ​ພຣະເຈົ້າຢາເວ​ໄດ້​ເຮັດ​ເສິກ​ຊ່ວຍ​ຊາວ​ອິດສະຣາເອນ.


ແລ້ວ​ໂຢຊວຍ​ແລະ​ພວກ​ທະຫານ​ຂອງຕົນ ກໍໄດ້​ກັບຄືນ​ເມືອ​ຄ້າຍພັກ​ທີ່​ກິນການ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka