41 ໂຢຊວຍໄດ້ຊະນະຂ້າເສິກຈາກເມືອງກາເດັດບາກເນອາ ທາງທິດໃຕ້ຈົນເຖິງເມືອງກາຊາ ທາງຝັ່ງທະເລລວມທັງເຂດໂກເຊັນທັງໝົດ ຈົນໄປຮອດເມືອງກີເບໂອນທາງທິດເໜືອ.
ຈົນເຂດແດນຂອງພວກເຂົາ ແຕ່ຊີໂດນທາງພາກໃຕ້ໄປເຖິງເມືອງເກຣາກ, ກາຊາ; ແລະໃນພາກຕາເວັນອອກໄປຈົນເຖິງເມືອງໂຊໂດມ, ໂກໂມຣາ, ອັດມາ ແລະເມືອງເຊບົວອິມ ທີ່ຢູ່ໃກ້ກັບເມືອງລາຊາ.
ໃນຄືນນັ້ນ ພຣະເຈົ້າຢາເວໄດ້ປາກົດຕໍ່ເພິ່ນທາງຄວາມຝັນ ແລະຖາມເພິ່ນວ່າ, “ເຈົ້າຢາກໄດ້ຫຍັງຈາກເຮົາ?”
ເມືອງອາຊະເກໂລນຈະເຫັນເຫດການນີ້ ແລະຈະເກີດຢ້ານກົວ. ເມືອງກາຊາຈະເຫັນເຫດການນີ້ ແລະຈະເຈັບປວດຢ່າງທົນທຸກທໍລະມານໜັກ. ເມືອງເອັກໂຣນກໍເຊັ່ນດຽວກັນ ຄວາມຫວັງຂອງຕົນຈະແຕກສະຫລາຍໄປ. ເມືອງກາຊາຈະສູນເສຍກະສັດ ແລະເມືອງອາຊະເກໂລນຈະຖືກປະປ່ອຍໃຫ້ຮົກຮ້າງ.
ພວກນັກສືບສອດແນມຈຶ່ງກັບຄືນມາຫາໂມເຊ, ອາໂຣນ ແລະຊຸມຊົນອິດສະຣາເອນທັງໝົດທີ່ກາເດັດ ຢູ່ໃນຖິ່ນແຫ້ງແລ້ງກັນດານປາຣານ. ພວກເຂົາໄດ້ລາຍງານສິ່ງທີ່ພວກເຂົາໄດ້ເຫັນ ແລະໄດ້ເອົາໝາກໄມ້ທີ່ພວກເຂົາໄດ້ນຳມານັ້ນໃຫ້ເບິ່ງ.
ຕອນເມື່ອຂ້າພະເຈົ້າໄດ້ໃຊ້ພໍ່ຂອງພວກເຈົ້າຈາກກາເດັດບາກເນອາໄປສຳຫລວດເບິ່ງດິນແດນນັ້ນ ພວກເຂົາກໍເຮັດຄືພວກເຈົ້ານີ້ແຫຼະ.
ແລ້ວໂຄ້ງໄປທາງໃຕ້ຂອງທາງຜ່ານຊ່ອງແຄບອັກຣັບບິມ ແລະຜ່ານຊິນໄປສູ່ທາງໃຕ້ເຖິງກາເດັດບາກເນອາ. ແລ້ວກໍໂຄ້ງຂຶ້ນໄປທາງທິດຕາເວັນຕົກສ່ຽງເໜືອເຖິງຮາຊາອັດດາ ແລະເລີຍໄປຮອດອາຊະໂມນ
ແລ້ວເທວະດາຕົນໜຶ່ງ ຂອງອົງພຣະຜູ້ເປັນເຈົ້າໄດ້ສັ່ງຟີລິບວ່າ, “ຈົ່ງລຸກຂຶ້ນ ຕຽມຕົວໃຫ້ພ້ອມ ແລະໄປທາງທິດໃຕ້ ຕາມທາງແຕ່ນະຄອນເຢຣູຊາເລັມລົງໄປສູ່ກາຊາ.” (ຫົນທາງນີ້ຄົນບໍ່ທຽວກັນແລ້ວ.)
“ພວກເຮົາໄດ້ປະຕິບັດຕາມທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາໄດ້ສັ່ງໄວ້. ພວກເຮົາໄດ້ຈາກພູເຂົາຊີນາຍແລະເດີນທາງຜ່ານ ຖິ່ນແຫ້ງແລ້ງກັນດານອັນກວ້າງໃຫຍ່ແລະໜ້າຢ້ານ ໄປຕາມທາງສູ່ເຂດເນີນພູຂອງຊາວອາໂມ. ເມື່ອພວກເຮົາໄດ້ມາຮອດເມືອງກາເດັດບາກເນອາ
ສ່ວນດິນແດນຕາມແຄມຝັ່ງຂອງທະເລເມດີແຕຣາເນ ແມ່ນປະຊາຊົນທີ່ມາຈາກເກາະກະເຣເຕໄດ້ຕັ້ງຫຼັກແຫຼ່ງຢູ່. ພວກເຂົາໄດ້ທຳລາຍລ້າງຜານຊາວອາວິມ ຊາວພື້ນເມືອງ ແລະໄດ້ຢຶດຄອງດິນແດນທັງໝົດຂອງພວກເຂົາ ແຕ່ໃຕ້ສຸດຈົນຮອດເມືອງກາຊາ.
ເມື່ອພຣະເຈົ້າຢາເວໃຊ້ພວກເຈົ້າໄປຈາກເມືອງກາເດັດບາກເນອາ ໂດຍສັ່ງໃຫ້ເຂົ້າໄປຢຶດຄອງດິນແດນທີ່ພຣະອົງມອບໃຫ້ພວກເຈົ້າ ພວກເຈົ້າກໍໄດ້ກະບົດຕໍ່ສູ້ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ພວກເຈົ້າບໍ່ໄດ້ໄວ້ວາງໃຈພຣະອົງຫລືເຊື່ອຟັງພຣະອົງ.
ໃນມື້ທີ່ພຣະເຈົ້າຢາເວໄດ້ບັນດານໃຫ້ ພວກອິດສະຣາເອນຊະນະພວກອາໂມນັ້ນ ໂຢຊວຍໄດ້ກ່າວຕໍ່ພຣະເຈົ້າຢາເວຕໍ່ໜ້າຊາວອິດສະຣາເອນວ່າ, “ດວງອາທິດເອີຍ ຈົ່ງຢຸດຢູ່ທີ່ເມືອງກີເບໂອນສາ ດວງເດືອນເອີຍ ຈົ່ງຢຸດຢູ່ເທິງຮ່ອມພູໄອຢາໂລນເຖີດ.”
ປະຊາຊົນໃນເມືອງເຢຣູຊາເລັມພາກັນຕົກໃຈຫຼາຍກ່ຽວກັບຂ່າວນັ້ນ ຍ້ອນວ່າເມືອງກີເບໂອນເປັນເມືອງໃຫຍ່ເທົ່າກັບເມືອງໃດໆທີ່ມີກະສັດ ທັງໃຫຍ່ກວ່າເມືອງອາອີ ແລະ ທະຫານກໍເປັນນັກຮົບທີ່ເກັ່ງກ້າດ້ວຍ.
ໂຢຊວຍໄດ້ຍົກທັບໄປຢຶດຄອງດິນແດນທັງໝົດ ຄືດິນແດນຕາມເຂດເນີນພູ ແລະຕາມຕີນພູທາງທິດເໜືອແລະທິດໃຕ້, ເຂດໂກເຊັນທັງໝົດກັບດິນແດນທີ່ແຫ້ງແລ້ງທາງທິດໃຕ້ຂອງເຂດນັ້ນ, ຕະຫລອດທັງຮ່ອມພູຈໍແດນດ້ວຍ.
ບໍ່ມີພວກອານາກີມຈັກຄົນທີ່ເຫຼືອຢູ່ໃນດິນແດນອິດສະຣາເອນ ແຕ່ຍັງມີບາງຄົນທີ່ໄດ້ເຫຼືອຢູ່ໃນເມືອງກາຊາ, ເມືອງກາດ ແລະເມືອງອາຊະໂດດ.
ໂກເຊັນ, ໂຮໂລນ ແລະກິໂລ. ລວມທັງໝົດມີ 11 ຕົວເມືອງ ຕະຫລອດທັງເມືອງເລັກເມືອງນ້ອຍທີ່ຢູ່ອ້ອມແອ້ມນັ້ນ.
ຕໍ່ມາ ແຊມຊັນໄດ້ຈາກເມືອງເລຮີໄປທີ່ເມືອງກາຊາ. ໃນເມືອງນີ້ ລາວໄດ້ພົບຍິງໂສເພນີຜູ້ໜຶ່ງຈຶ່ງເຂົ້າໄປນອນນຳນາງ.
ຕໍ່ມາ ພວກຟີລິດສະຕິນກໍຈັບແຊມຊັນໄດ້ ແລະເຈາະແກ່ນຕາທັງສອງຂອງລາວ. ພວກເຂົາໄດ້ນຳລາວໄປທີ່ເມືອງກາຊາ ແລະໃຊ້ໂສ້ທີ່ເປັນທອງສຳຣິດລ່າມລາວໄວ້ ແລະທັງບັງຄັບລາວໃຫ້ໂມ້ແປ້ງຢູ່ໃນຄຸກ.
ຄຳທີ່ເປັນຮູບຕຸ່ມຝີຫ້າກ້ອນຊຶ່ງພວກຟີລິດສະຕິນໄດ້ຈັດສົ່ງມາ ເປັນຂອງຖວາຍແກ່ພຣະເຈົ້າຢາເວເພື່ອຊົດໃຊ້ບາບນັ້ນ ແຕ່ລະກ້ອນແມ່ນສຳລັບແຕ່ລະເມືອງ ດັ່ງນີ້: ອາຊະໂດດ, ກາຊາ, ອາຊະເກໂລນ, ກາດ ແລະເອັກໂຣນ.