Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 10:40 - ພຣະຄຳພີສັກສິ

40 ໂຢຊວຍ​ໄດ້​ຮົບ​ຊະນະ​ທົ່ວ​ທັງ​ດິນແດນ. ເພິ່ນ​ໄດ້​ຊະນະ​ບັນດາ​ກະສັດ​ທີ່​ຢູ່​ຕາມ​ເຂດ​ພູດອຍ, ຕາມ​ເນີນພູ ແລະ​ຕາມ​ຕີນພູ​ທາງທິດ​ຕາເວັນຕົກ, ຕະຫລອດ​ທັງ​ພວກ​ທີ່​ຢູ່​ຕາມ​ຖິ່ນ​ແຫ້ງແລ້ງ​ໃນ​ທິດໃຕ້. ເພິ່ນ​ໄດ້​ຂ້າ​ທຸກໆ​ຄົນ ບໍ່ມີ​ໃຜ​ລອດຊີວິດ​ຢູ່​ເລີຍ. ເຫດການ​ນີ້ ເປັນ​ໄປ​ຕາມ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ສັ່ງ​ໄວ້.

Uka jalj uñjjattʼäta Copia luraña




ໂຢຊວຍ 10:40
26 Jak'a apnaqawi uñst'ayäwi  

ພໍ​ເມື່ອ​ເຈົ້າ​ບາອາຊາ​ໄດ້​ຂຶ້ນ​ເປັນ​ກະສັດ​ແລ້ວ, ເພິ່ນ​ກໍໄດ້​ຂ້າ​ທຸກຄົນ​ໃນ​ຄອບຄົວ​ຂອງ​ກະສັດ​ເຢໂຣໂບອາມ. ເລື່ອງ​ນີ້​ເປັນ​ໄປ​ຕາມ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ທີ່​ກ່າວ​ຜ່ານ​ທາງ​ຜູ້ຮັບໃຊ້​ຂອງ​ພຣະອົງ ຄື​ອາຮີຢາ​ຊາວ​ເມືອງ​ຊີໂລ ວ່າ​ທຸກຄົນ​ໃນ​ຄອບຄົວ​ຂອງ​ເຢໂຣໂບອາມ​ຈະ​ຖືກ​ຂ້າ ແລະ​ຈະ​ບໍ່ມີ​ຜູ້ໃດ​ເຫຼືອ​ຢູ່.


ພວກເພິ່ນ​ຕີ​ເອົາ​ໄດ້​ດິນແດນ​ການາອານ ພຣະອົງ​ໄດ້​ໄຊຊະນະ​ປະຊາຊົນ​ທີ່​ຢູ່​ທີ່​ນັ້ນ. ພຣະອົງ​ໃຫ້​ພວກເພິ່ນ​ມີ​ອຳນາດ​ເຮັດ​ຕາມຊອບໃຈ ຈັດການ​ກັບ​ປະຊາຊົນ​ແລະ​ກະສັດ​ການາອານ​ໄດ້​ຕາມ​ໃຈຊອບ.


ຄວາມຕາຍ​ຄື​ຈຸດຈົບ​ຂອງ​ຄົນຊົ່ວຮ້າຍ​ທຸກຄົນ ເປັນ​ຂອງ​ຄົນ​ທີ່​ບໍ່​ຍອມຮັບ​ເອົາ​ພຣະເຈົ້າ.


ຢ່າ​ເຮັດ​ຂໍ້​ຕົກລົງ​ໃດໆ​ກັບ​ປະຊາຊົນ​ໃນ​ດິນແດນ ທີ່​ເຈົ້າ​ກຳລັງ​ຈະ​ເຂົ້າ​ໄປ​ຢູ່​ນີ້​ເດັດຂາດ ເພາະ​ສິ່ງ​ນັ້ນ​ຈະ​ເປັນ​ບ້ວງແຮ້ວ​ອັນ​ຮ້າຍກາດ​ດັກຈັບ​ພວກເຈົ້າ.


ເມື່ອ​ໂມເຊ​ສົ່ງ​ພວກ​ສອດແນມ​ອອກ​ໄປ​ນັ້ນ ເພິ່ນ​ໄດ້​ບອກ​ພວກເຂົາ​ວ່າ, “ໃຫ້​ຂຶ້ນ​ໄປ​ທິດເໜືອ ແລະ​ເຂົ້າ​ໄປ​ທາງທິດໃຕ້​ຂອງ​ດິນແດນ​ການາອານ ແລະ​ໄປ​ສູ່​ເຂດ​ເນີນພູ.


ບັດນີ້ ຈົ່ງ​ມ້າງ​ຄ້າຍ​ແລະ​ຍົກຍ້າຍ​ໄປ​ຕໍ່. ຈົ່ງ​ໄປ​ທີ່​ເຂດ​ເນີນພູ​ຂອງ​ຊາວ​ອາໂມ ແລະ​ທົ່ວ​ອານາ​ເຂດ​ອ້ອມແອ້ມ​ທັງໝົດ​ນັ້ນ ເຊັ່ນ: ຮ່ອມພູ​ຈໍແດນ, ເຂດ​ເນີນພູ​ແລະ​ທົ່ງພຽງ, ເຂດ​ພາກໃຕ້ ແລະ​ແຄມ​ຝັ່ງ​ທີ່​ທະເລ​ເມດີແຕຣາເນ. ຈົ່ງ​ໄປ​ທີ່​ດິນແດນ​ຂອງ​ຊາວ​ການາອານ, ເທິງ​ພູ​ເລບານອນ ແລະ​ແມ່ນໍ້າ​ໃຫຍ່​ເອີຟຣັດ.


ໃນ​ເວລາ​ດຽວກັນ​ນັ້ນ ພວກເຮົາ​ໄດ້​ຢຶດ​ແລະ​ທຳລາຍ​ທຸກໆ​ເມືອງ​ຖິ້ມ ແລະ​ຂ້າ​ທຸກໆ​ຄົນ​ບໍ່​ວ່າ​ຊາຍ​ຍິງ ຫລື​ເດັກນ້ອຍ. ພວກເຮົາ​ບໍ່​ໃຫ້​ໃຜ​ລອດຊີວິດ​ຢູ່​ເລີຍ.


ພຣະອົງ​ຈະ​ໃຫ້​ບັນດາ​ກະສັດ​ຂອງ​ພວກເຂົາ​ຢູ່​ໃຕ້​ອຳນາດ​ຂອງ​ພວກເຈົ້າ. ພວກເຈົ້າ​ຈະ​ຂ້າ​ພວກເຂົາ​ແລະ​ບໍ່ມີ​ໃຜ​ຈະ​ຈົດຈຳ​ພວກເຂົາ​ໄດ້​ອີກ​ເລີຍ ບໍ່ມີ​ຜູ້ໃດ​ຈະ​ສາມາດ​ຢັບຢັ້ງ​ພວກເຈົ້າ​ໄດ້ ພວກເຈົ້າ​ຈະ​ທຳລາຍ​ພວກເຂົາ​ທຸກຄົນ.


ພວກເຂົາ​ຢຶດຄອງ​ເມືອງ​ໄດ້​ໃນ​ມື້​ນັ້ນ​ເອງ ແລະ​ຂ້າ​ທຸກໆ​ຄົນ​ຖິ້ມ​ເໝືອນ​ດັ່ງ​ທີ່​ໄດ້​ເຮັດ​ຕໍ່​ເມືອງ​ລາກິດ.


ແລະ​ຢຶດຄອງ​ເມືອງນີ້. ພວກເຂົາ​ໄດ້​ຂ້າ​ກະສັດ​ແລະ​ທຸກໆ​ຄົນ​ໃນ​ເມືອງນີ້ ແລະ​ໃນ​ເມືອງ​ໃກ້ຄຽງ. ໂຢຊວຍ​ໄດ້​ທຳລາຍ​ເມືອງນີ້ ເພື່ອ​ເປັນ​ການ​ລົງໂທດ​ໂດຍ​ບໍ່​ໄວ້​ຊີວິດ​ໃຜ​ເລີຍ ເໝືອນ​ດັ່ງ​ທີ່​ເພິ່ນ​ໄດ້​ເຮັດ​ຕໍ່​ເມືອງ​ເອກໂລນ.


ເພິ່ນ​ຢຶດຄອງ​ເມືອງ​ແລະ​ຈັບ​ກະສັດ ແລະ​ຢຶດເອົາ​ບັນດາ​ເມືອງ​ທີ່​ຢູ່​ໃກ້ຄຽງ. ເພິ່ນ​ຂ້າ​ທຸກໆ​ຄົນ​ໃນ​ທີ່ນັ້ນ. ໂຢຊວຍ​ໄດ້​ເຮັດ​ຕໍ່​ເມືອງ​ເດບີ ເໝືອນ​ດັ່ງ​ທີ່​ເພິ່ນ​ໄດ້​ເຮັດ​ຕໍ່​ເມືອງ​ເຮັບໂຣນ​ແລະ​ລິບນາ ຕະຫລອດ​ທັງ​ກະສັດ​ໃນ​ເມືອງ​ເຫຼົ່ານີ້​ດ້ວຍ.


ໂຢຊວຍ​ໄດ້​ຍົກທັບ​ໄປ​ຢຶດຄອງ​ດິນແດນ​ທັງໝົດ ຄື​ດິນແດນ​ຕາມ​ເຂດ​ເນີນພູ ແລະ​ຕາມ​ຕີນ​ພູ​ທາງ​ທິດເໜືອ​ແລະ​ທິດໃຕ້, ເຂດ​ໂກເຊັນ​ທັງໝົດ​ກັບ​ດິນແດນ​ທີ່​ແຫ້ງແລ້ງ​ທາງທິດໃຕ້​ຂອງ​ເຂດ​ນັ້ນ, ຕະຫລອດ​ທັງ​ຮ່ອມພູ​ຈໍແດນ​ດ້ວຍ.


ເຂດແດນ​ນັ້ນ​ມີ: ເຂດ​ພູດອຍ, ຕີນ​ພູ​ທາງທິດ​ຕາເວັນຕົກ, ຮ່ອມພູ​ຈໍແດນ​ແລະ​ຕີນ​ພູ, ເນີນພູ​ທາງທິດ​ຕາເວັນອອກ ແລະ​ຖິ່ນ​ແຫ້ງແລ້ງ​ທາງທິດໃຕ້. ດິນແດນ​ນີ້​ເຄີຍ​ເປັນ​ຂອງ​ຊາວ​ຮິດຕີ, ຊາວ​ອາໂມ, ຊາວ​ການາອານ, ຊາວ​ເປຣີຊີ, ຊາວ​ຮີວີ ແລະ​ຊາວ​ເຢບຸດ.


ເມືອງ​ທັງຫລາຍ​ທີ່​ເປັນ​ສ່ວນ​ຂອງ​ຄອບຄົວ​ຕ່າງໆ​ໃນ​ເຜົ່າ​ເບັນຢາມິນ​ນັ້ນ ມີ​ດັ່ງນີ້: ເຢຣິໂກ, ເບັດ​ໂຮກະລາ, ເອເມັກເກຊິດ,


ຈົ່ງ​ທຳລາຍ​ເມືອງ​ແລະ​ທຸກສິ່ງ​ໃນ​ເມືອງ​ນີ້​ໃຫ້​ຈົນກ້ຽງ ເພື່ອ​ເປັນ​ການ​ຖວາຍບູຊາ​ແກ່​ພຣະເຈົ້າຢາເວ, ແຕ່​ໃຫ້​ໄວ້​ຊີວິດ​ນາງ​ຣາຮາບ ຍິງ​ໂສເພນີ​ພ້ອມ​ກັບ​ທຸກຄົນ​ທີ່​ຢູ່​ໃນ​ເຮືອນ​ຂອງ​ນາງ ເພາະ​ນາງ​ໄດ້​ເຊື່ອງ​ນັກສືບ​ສອດແນມ​ສອງ​ຄົນ​ຂອງ​ພວກເຮົາ​ໄວ້.


ເຈົ້າ​ຈົ່ງ​ເຮັດ​ຕໍ່​ເມືອງ​ອາອີ​ແລະ​ກະສັດ​ຂອງ​ເມືອງ​ນີ້ ເໝືອນດັ່ງ​ທີ່​ເຈົ້າ​ໄດ້​ເຮັດ​ຕໍ່​ເມືອງ​ເຢຣິໂກ​ແລະ​ກະສັດ​ຂອງ​ເມືອງ​ນັ້ນ. ແຕ່​ໃນຄັ້ງນີ້ ໃຫ້​ພວກເຈົ້າ​ເອົາ​ສິ່ງຂອງ ແລະ​ຝູງສັດ​ມາ​ເປັນ​ຂອງ​ພວກເຈົ້າ​ໄດ້. ຈົ່ງ​ຕຽມ​ໂຈມຕີ​ເມືອງ​ທາງ​ດ້ານຫລັງ ໂດຍ​ບໍ່​ໃຫ້​ພວກເຂົາ​ຮູ້ຕົວ.”


ພວກ​ອິດສະຣາເອນ​ໄດ້​ຢຶດເອົາ​ຝູງສັດ​ແລະ​ສິ່ງຂອງ​ໃນ​ເມືອງ ມາ​ເປັນ​ຂອງຕົນ​ຕາມ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ທີ່​ໄດ້​ສັ່ງ​ໂຢຊວຍ.


ພວກເຂົາ​ໄດ້​ຕອບ​ວ່າ, “ທ່ານເອີຍ ພວກ​ຂ້ານ້ອຍ​ໄດ້​ເຮັດ​ເຊັ່ນນີ້ ເພາະ​ຮູ້​ວ່າ​ເປັນ​ຄວາມຈິງ​ແທ້ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ​ໄດ້​ສັ່ງ​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະອົງ ໃຫ້​ມອບ​ດິນແດນ​ທັງໝົດ​ນີ້​ແກ່​ພວກທ່ານ ແລະ​ຍັງ​ສັ່ງ​ພວກທ່ານ​ໃຫ້​ຂ້າ​ທຸກຄົນ​ໃນ​ບ່ອນ​ທີ່​ພວກທ່ານ​ໄດ້​ເຂົ້າ​ຢຶດຄອງ. ພວກ​ຂ້ານ້ອຍ​ໄດ້​ເຮັດ​ລົງ​ໄປ ເພາະ​ພວກ​ຂ້ານ້ອຍ​ຢ້ານ​ພວກທ່ານ​ຫລາຍ ພວກ​ຂ້ານ້ອຍ​ຢ້ານ​ຕາຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka