Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 10:4 - ພຣະຄຳພີສັກສິ

4 “ຂໍ​ມາ​ຊ່ວຍ​ຂ້າພະເຈົ້າ​ໂຈມຕີ​ເອົາ​ເມືອງ​ກີເບໂອນ​ແດ່ ເພາະ​ຊາວ​ເມືອງ​ນີ້​ໄດ້​ເຮັດ​ສັນຍາ​ສັນຕິພາບ​ກັບ​ໂຢຊວຍ ແລະ​ຊາວ​ອິດສະຣາເອນ​ແລ້ວ.”

Uka jalj uñjjattʼäta Copia luraña




ໂຢຊວຍ 10:4
15 Jak'a apnaqawi uñst'ayäwi  

ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ແກ່​ພວກ​ສາວົກ​ວ່າ, “ຖ້າ​ຜູ້ໃດ​ຢາກ​ຕາມ​ເຮົາ​ມາ ໃຫ້​ຜູ້ນັ້ນ​ຕັດ​ສິດ​ຂອງຕົນ, ຮັບ​ແບກ​ໄມ້ກາງແຂນ​ຂອງຕົນ​ແລ້ວ​ຕິດຕາມ​ເຮົາ​ມາ.


ຖ້າ​ເຈົ້າ​ທັງຫລາຍ​ເປັນ​ຝ່າຍ​ໂລກ ໂລກ​ກໍ​ຈະ​ຮັກແພງ​ສິ່ງ​ທີ່​ເປັນ​ຂອງ​ມັນ ແຕ່​ເພາະ​ເຈົ້າ​ທັງຫລາຍ​ບໍ່​ເປັນ​ຂອງ​ຝ່າຍ​ໂລກ ແລະ​ຝ່າຍ​ເຮົາ​ໄດ້​ເລືອກ​ເອົາ​ພວກເຈົ້າ​ອອກ​ຈາກ​ໂລກນີ້ ເພາະສະນັ້ນ ໂລກ​ຈຶ່ງ​ກຽດຊັງ​ພວກເຈົ້າ.


ພວກເຂົາ​ຮ້ອງ​ຂຶ້ນ​ວ່າ, “ຊ່ວຍ​ແດ່ ຊາວ​ອິດສະຣາເອນ​ເອີຍ ຄົນ​ນີ້​ແຫຼະ ໄປ​ທຸກທີ່​ທຸກບ່ອນ​ໄດ້​ສັ່ງສອນ​ທຸກຄົນ​ໃຫ້​ຕໍ່ສູ້​ປະຊາຊົນ​ອິດສະຣາເອນ, ກົດບັນຍັດ​ຂອງ​ໂມເຊ ແລະ​ພຣະວິຫານ​ນີ້ ແລະ​ບັດນີ້ ລາວ​ຍັງ​ບັງອາດ​ນຳ​ເອົາ​ຄົນຕ່າງຊາດ​ເຂົ້າ​ມາ​ໃນ​ບໍລິເວນ​ພຣະວິຫານ ແລະ​ເຮັດ​ໃຫ້​ບ່ອນ​ສັກສິດ​ນີ້​ເສື່ອມເສຍ.” (


ແທ້ຈິງ ບັນດາ​ຄົນ​ທີ່​ປາຖະໜາ​ຈະ​ດຳເນີນ​ຊີວິດ​ຄຣິສຕຽນ ເປັນ​ຄົນ​ນັບຖື​ພຣະເຈົ້າ​ຢ່າງ​ຖືກຕ້ອງ ກໍ​ຈະ​ຖືກ​ກົດຂີ່​ຂົ່ມເຫັງ,


ໂອ ຄົນ​ຫລິ້ນຊູ້​ເອີຍ, ພວກເຈົ້າ​ບໍ່​ຮູ້​ຫລື​ວ່າ ການ​ເປັນ​ມິດ​ຕໍ່​ໂລກ ກໍ​ຄື​ການ​ເປັນ​ສັດຕູ​ຕໍ່​ພຣະເຈົ້າ? ສະນັ້ນ ຜູ້ໃດ​ທີ່​ຢາກ​ເປັນ​ມິດ​ຕໍ່​ໂລກ ກໍ​ເປັນ​ສັດຕູ​ຕໍ່​ພຣະເຈົ້າ.


ເຈົ້າ​ອາໂດນີ​ເຊເດັກ​ກະສັດ​ແຫ່ງ​ເຢຣູຊາເລັມ ໄດ້ຍິນ​ຂ່າວ​ວ່າ ໂຢຊວຍ​ຢຶດ​ແລະ​ທຳລາຍ​ເມືອງ​ອາອີ​ຈົນກ້ຽງ ແລະ​ໄດ້​ຂ້າ​ກະສັດ​ໃນ​ເມືອງ​ນັ້ນ ດັ່ງ​ທີ່​ເພິ່ນ​ໄດ້​ເຮັດ​ຕໍ່​ເມືອງ​ເຢຣິໂກ ແລະ​ກະສັດ​ໃນ​ເມືອງ​ນີ້. ເພິ່ນ​ຍັງ​ໄດ້ຍິນ​ວ່າ ຊາວ​ກີເບໂອນ​ໄດ້​ເຮັດ​ສັນຍາ​ສັນຕິພາບ​ກັບ​ຊາວ​ອິດສະຣາເອນ​ແລ້ວ ແລະ​ໄດ້​ອາໄສ​ຢູ່​ນຳ​ພວກເຂົາ.


ຝ່າຍ​ກະສັດ​ຂອງ​ຊາວ​ອາໂມ​ທັງ​ຫ້າ​ຄົນ​ນັ້ນ​ຄື: ກະສັດ​ແຫ່ງ​ເຢຣູຊາເລັມ, ເຮັບໂຣນ, ຢາຣະມຸດ, ລາກິດ ແລະ​ເອກໂລນ ກໍໄດ້​ຮ່ວມ​ກຳລັງ​ກັນ​ຍົກທັບ​ມາ​ອ້ອມ ແລະ​ເຂົ້າ​ບຸກໂຈມຕີ​ເມືອງ​ກີເບໂອນ.


ໂຢຊວຍ​ໄດ້​ຕົກລົງ​ສ້າງ​ມິດຕະພາບ​ກັບ​ຊາວ​ກີເບໂອນ ແລະ​ຍອມ​ໃຫ້​ພວກເຂົາ​ມີ​ຊີວິດ​ຢູ່​ໄດ້. ຝ່າຍ​ພວກຜູ້ນຳ​ຂອງ​ຊຸມນຸມ​ປະຊາຊົນ​ອິດສະຣາເອນ ຕ່າງ​ກໍໄດ້​ສັນຍາ​ຢ່າງ​ໜັກແໜ້ນ​ກັບ​ພວກເຂົາ​ວ່າ ຈະ​ຖື​ຮັກສາ​ຂໍ້​ຕົກລົງ​ນັ້ນ.


ໃນ​ເລື່ອງ​ນີ້ ພວກເຂົາ​ກໍ​ປະຫລາດ​ໃຈ​ທີ່​ພວກເຈົ້າ​ບໍ່​ຍອມ​ແລ່ນ​ໄປ​ເຂົ້າສ່ວນ​ກັບ​ພວກເຂົາ ໃນ​ການ​ຊົ່ວຮ້າຍ​ອັນ​ເຫລືອລົ້ນ​ເໝືອນ​ຢ່າງ​ພວກເຂົາ ແລະ​ພວກເຂົາ​ກໍ​ກ່າວ​ຄຳ​ນິນທາ​ໃສ່​ພວກເຈົ້າ.


ດ້ວຍວ່າ, ວິນຍານ​ເຫຼົ່ານັ້ນ​ເປັນ​ຜີມານຮ້າຍ ທີ່​ເຮັດ​ໝາຍສຳຄັນ ມັນ​ອອກ​ໄປ​ຫາ​ກະສັດ​ທັງຫລາຍ​ທົ່ວ​ພິພົບໂລກ ເພື່ອ​ໃຫ້​ກະສັດ​ເຫຼົ່ານັ້ນ​ມາ​ຮ່ວມ​ກັນ​ສຳລັບ​ການ​ສົງຄາມ ໃນ​ວັນ​ອັນ​ໃຫຍ່ຫລວງ​ຂອງ​ພຣະເຈົ້າ ຜູ້​ຊົງ​ຣິດທານຸພາບ​ສູງສຸດ. (


Jiwasaru arktasipxañani:

Anuncios ukanaka


Anuncios ukanaka