Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 10:37 - ພຣະຄຳພີສັກສິ

37 ແລະ​ຢຶດຄອງ​ເມືອງນີ້. ພວກເຂົາ​ໄດ້​ຂ້າ​ກະສັດ​ແລະ​ທຸກໆ​ຄົນ​ໃນ​ເມືອງນີ້ ແລະ​ໃນ​ເມືອງ​ໃກ້ຄຽງ. ໂຢຊວຍ​ໄດ້​ທຳລາຍ​ເມືອງນີ້ ເພື່ອ​ເປັນ​ການ​ລົງໂທດ​ໂດຍ​ບໍ່​ໄວ້​ຊີວິດ​ໃຜ​ເລີຍ ເໝືອນ​ດັ່ງ​ທີ່​ເພິ່ນ​ໄດ້​ເຮັດ​ຕໍ່​ເມືອງ​ເອກໂລນ.

Uka jalj uñjjattʼäta Copia luraña




ໂຢຊວຍ 10:37
8 Jak'a apnaqawi uñst'ayäwi  

ໂດຍ​ວິທີ​ນີ້ ໂຢຊວຍ​ຈຶ່ງ​ໄດ້​ຊະນະ​ທະຫານ​ອາມາເຫຼັກ​ຢ່າງ​ສິ້ນເຊີງ.


ໃນ​ມື້ນັ້ນ ໂຢຊວຍ​ໄດ້​ໂຈມຕີ​ແລະ​ຢຶດຄອງ​ເມືອງ​ມັກເກດາ ແລະ​ໄດ້​ຂ້າ​ກະສັດ​ຂອງ​ເມືອງ​ນັ້ນ. ເພິ່ນ​ໄດ້​ຂ້າ​ທຸກໆ​ຄົນ​ຢູ່​ໃນ​ເມືອງ​ໂດຍ​ບໍ່​ໄວ້​ຊີວິດ​ໃຜ​ເລີຍ. ເພິ່ນ​ໄດ້​ເຮັດ​ຕໍ່​ກະສັດ​ແຫ່ງ​ມັກເກດາ ເໝືອນ​ດັ່ງ​ທີ່​ໄດ້​ເຮັດ​ຕໍ່​ກະສັດ​ແຫ່ງ​ເຢຣິໂກ.


ພວກເຂົາ​ຢຶດຄອງ​ເມືອງ​ໄດ້​ໃນ​ມື້​ນັ້ນ​ເອງ ແລະ​ຂ້າ​ທຸກໆ​ຄົນ​ຖິ້ມ​ເໝືອນ​ດັ່ງ​ທີ່​ໄດ້​ເຮັດ​ຕໍ່​ເມືອງ​ລາກິດ.


ຫລັງຈາກ​ນັ້ນ ໂຢຊວຍ​ກັບ​ພວກ​ທະຫານ​ຂອງຕົນ​ກໍ​ອອກ​ຈາກ​ເມືອງ​ເອກໂລນ ແລະ​ເດີນທາງ​ຂຶ້ນ​ພູເຂົາ​ເພື່ອ​ໂຈມຕີ​ເມືອງ​ເຮັບໂຣນ


ແລ້ວ​ໂຢຊວຍ​ແລະ​ທະຫານ​ຂອງ​ເພິ່ນ ກໍ​ກັບຄືນ​ໄປ​ຕີ​ເມືອງ​ເດບີ.


ເພິ່ນ​ຢຶດຄອງ​ເມືອງ​ແລະ​ຈັບ​ກະສັດ ແລະ​ຢຶດເອົາ​ບັນດາ​ເມືອງ​ທີ່​ຢູ່​ໃກ້ຄຽງ. ເພິ່ນ​ຂ້າ​ທຸກໆ​ຄົນ​ໃນ​ທີ່ນັ້ນ. ໂຢຊວຍ​ໄດ້​ເຮັດ​ຕໍ່​ເມືອງ​ເດບີ ເໝືອນ​ດັ່ງ​ທີ່​ເພິ່ນ​ໄດ້​ເຮັດ​ຕໍ່​ເມືອງ​ເຮັບໂຣນ​ແລະ​ລິບນາ ຕະຫລອດ​ທັງ​ກະສັດ​ໃນ​ເມືອງ​ເຫຼົ່ານີ້​ດ້ວຍ.


ໂຢຊວຍ​ໄດ້​ຮົບ​ຊະນະ​ທົ່ວ​ທັງ​ດິນແດນ. ເພິ່ນ​ໄດ້​ຊະນະ​ບັນດາ​ກະສັດ​ທີ່​ຢູ່​ຕາມ​ເຂດ​ພູດອຍ, ຕາມ​ເນີນພູ ແລະ​ຕາມ​ຕີນພູ​ທາງທິດ​ຕາເວັນຕົກ, ຕະຫລອດ​ທັງ​ພວກ​ທີ່​ຢູ່​ຕາມ​ຖິ່ນ​ແຫ້ງແລ້ງ​ໃນ​ທິດໃຕ້. ເພິ່ນ​ໄດ້​ຂ້າ​ທຸກໆ​ຄົນ ບໍ່ມີ​ໃຜ​ລອດຊີວິດ​ຢູ່​ເລີຍ. ເຫດການ​ນີ້ ເປັນ​ໄປ​ຕາມ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ສັ່ງ​ໄວ້.


ໂຢຊວຍ​ໄດ້​ຢຶດຄອງ​ເມືອງ​ຕ່າງໆ ທັງ​ຈັບ​ເອົາ​ກະສັດ​ຂອງ​ເມືອງ​ເຫຼົ່ານີ້. ເພິ່ນ​ໄດ້​ຂ້າ​ທຸກໆ​ຄົນ​ຕາມ​ທີ່​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka