Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 10:36 - ພຣະຄຳພີສັກສິ

36 ຫລັງຈາກ​ນັ້ນ ໂຢຊວຍ​ກັບ​ພວກ​ທະຫານ​ຂອງຕົນ​ກໍ​ອອກ​ຈາກ​ເມືອງ​ເອກໂລນ ແລະ​ເດີນທາງ​ຂຶ້ນ​ພູເຂົາ​ເພື່ອ​ໂຈມຕີ​ເມືອງ​ເຮັບໂຣນ

Uka jalj uñjjattʼäta Copia luraña




ໂຢຊວຍ 10:36
17 Jak'a apnaqawi uñst'ayäwi  

ດັ່ງນັ້ນ ອັບຣາມ​ຈຶ່ງ​ຍົກຍ້າຍ​ຂະບວນ​ທີ່​ພັກ​ໄປ​ຕັ້ງ​ຢູ່​ໃກ້​ຕົ້ນໄມ້​ສັກສິດ​ຂອງ​ມຳເຣ​ທີ່​ເຮັບໂຣນ ແລະ​ໃນ​ທີ່ນັ້ນ ເພິ່ນ​ໄດ້​ສ້າງ​ແທ່ນບູຊາ​ຖວາຍ​ແກ່​ພຣະເຈົ້າຢາເວ.


ເມື່ອ​ດາວິດ​ຢູ່​ທີ່​ເຮັບໂຣນ​ນັ້ນ ມີ​ທະຫານ​ທີ່​ຮັບ​ການ​ຝຶກແອບ​ແລ້ວ​ຫລາຍ​ຄົນ​ໄດ້​ເຂົ້າ​ຮ່ວມ​ໃນ​ກອງທັບ​ຂອງ​ເພິ່ນ ເພື່ອ​ຊ່ວຍ​ເພິ່ນ​ໃຫ້​ໄດ້​ຂຶ້ນ​ເປັນ​ກະສັດ​ແທນ​ໂຊນ ຕາມ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້. ຈຳນວນ​ທະຫານ​ຈາກ​ເຜົ່າ​ຕ່າງໆ ມີ​ດັ່ງນີ້:


ພວກ​ພີ່ນ້ອງ​ຂອງ​ຊາດົກ ນັກຮົບ​ໜຸ່ມແໜ້ນ​ທີ່​ມີ​ຄວາມ​ສາມາດ​ສູງ: ຫົວໜ້າ ຊາວສອງ​ຄົນ;


ໂຊຣາ, ໄອຢາໂລນ ແລະ​ເຮັບໂຣນ.


ພວກເຂົາ​ໄດ້​ໄປ​ທາງ​ເຂດໃຕ້​ຂອງ​ດິນແດນ​ກ່ອນ ແລະ​ຈຶ່ງ​ມາ​ເຖິງ​ເມືອງ​ເຮັບໂຣນ ບ່ອນ​ທີ່​ຕະກຸນ​ຕ່າງໆ​ຂອງ​ອາຮີມານ, ເຊຊາຍ ແລະ​ຕານໄມ ຊຶ່ງ​ເປັນ​ເຊື້ອສາຍ​ຂອງ​ຊົນຊາດ​ຮູບຮ່າງ​ໃຫຍ່​ອາໄສ​ຢູ່​ເອີ້ນ​ວ່າ, ອານາກີມ. (ເມືອງ​ເຮັບໂຣນ​ໄດ້​ຕັ້ງ​ຂຶ້ນ​ກ່ອນ​ເມືອງ​ໂຊອານ​ໃນ​ປະເທດ​ເອຢິບ​ເຈັດ​ປີ.)


ດັ່ງນັ້ນ ເຈົ້າ​ອາໂດນີ​ເຊເດັກ​ຈຶ່ງ​ໄດ້​ສົ່ງ​ຄົນ​ນຳ​ສານ ໄປ​ຫາ​ເຈົ້າ​ໂຮຮາມ​ກະສັດ​ແຫ່ງ​ເຮັບໂຣນ, ເຈົ້າ​ປີຣາມ​ກະສັດ​ແຫ່ງ​ຢາຣະມຸດ, ເຈົ້າ​ຢາເຟຍ​ກະສັດ​ແຫ່ງ​ລາກິດ ແລະ ເຈົ້າ​ເດບີ​ກະສັດ​ແຫ່ງ​ເອກໂລນ​ວ່າ,


ພວກເຂົາ​ຢຶດຄອງ​ເມືອງ​ໄດ້​ໃນ​ມື້​ນັ້ນ​ເອງ ແລະ​ຂ້າ​ທຸກໆ​ຄົນ​ຖິ້ມ​ເໝືອນ​ດັ່ງ​ທີ່​ໄດ້​ເຮັດ​ຕໍ່​ເມືອງ​ລາກິດ.


ແລະ​ຢຶດຄອງ​ເມືອງນີ້. ພວກເຂົາ​ໄດ້​ຂ້າ​ກະສັດ​ແລະ​ທຸກໆ​ຄົນ​ໃນ​ເມືອງນີ້ ແລະ​ໃນ​ເມືອງ​ໃກ້ຄຽງ. ໂຢຊວຍ​ໄດ້​ທຳລາຍ​ເມືອງນີ້ ເພື່ອ​ເປັນ​ການ​ລົງໂທດ​ໂດຍ​ບໍ່​ໄວ້​ຊີວິດ​ໃຜ​ເລີຍ ເໝືອນ​ດັ່ງ​ທີ່​ເພິ່ນ​ໄດ້​ເຮັດ​ຕໍ່​ເມືອງ​ເອກໂລນ.


ຝ່າຍ​ກະສັດ​ຂອງ​ຊາວ​ອາໂມ​ທັງ​ຫ້າ​ຄົນ​ນັ້ນ​ຄື: ກະສັດ​ແຫ່ງ​ເຢຣູຊາເລັມ, ເຮັບໂຣນ, ຢາຣະມຸດ, ລາກິດ ແລະ​ເອກໂລນ ກໍໄດ້​ຮ່ວມ​ກຳລັງ​ກັນ​ຍົກທັບ​ມາ​ອ້ອມ ແລະ​ເຂົ້າ​ບຸກໂຈມຕີ​ເມືອງ​ກີເບໂອນ.


ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ​ແກ່​ໂຢຊວຍ ເພິ່ນ​ຈຶ່ງ​ໄດ້​ມອບ​ເຂດແດນ​ທີ່​ເປັນ​ສ່ວນ​ຂອງ​ເຜົ່າ​ຢູດາ ໃຫ້​ກາເລັບ​ລູກຊາຍ​ຂອງ​ເຢຟຸນເນ ຄົນ​ໃນ​ເຜົ່າຢູດາ. ກາເລັບ​ໄດ້​ຮັບ​ເຮັບໂຣນ ເມືອງ​ຂອງ​ອາກບາ​ຜູ້​ທີ່​ເປັນ​ພໍ່​ຂອງ​ອານາກ.


ຮຸມຕາ, ກີຣີອາດ​ອາກບາ (ຊຶ່ງ​ແມ່ນ​ເມືອງ​ເຮັບໂຣນ) ແລະ​ຊີໂອເຣ. ລວມ​ທັງໝົດ​ມີ 9 ຕົວເມືອງ ຕະຫລອດ​ທັງ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ອ້ອມແອ້ມ​ນັ້ນ.


ນອກຈາກ​ເຮັບໂຣນ (ໜຶ່ງ​ໃນ​ບັນດາ​ເມືອງ​ລີ້ໄພ) ເມືອງ​ທີ່​ໄດ້​ຖືກ​ມອບໝາຍ​ໃຫ້​ເຊື້ອສາຍ​ຂອງ​ປະໂຣຫິດ​ອາໂຣນ ມີ​ດັ່ງນີ້: ລິບນາ,


ພວກເຂົາ​ໄດ້​ຍົກທັບ​ອອກ​ໄປ​ສູ້ຮົບ​ພວກ​ການາອານ​ຢູ່​ໃນ​ເມືອງ​ເຮັບໂຣນ ຊຶ່ງ​ແຕ່​ກ່ອນ​ມີ​ຊື່​ວ່າ ກີຣິອາດ​ອາກບາ. ຢູ່​ທີ່​ນັ້ນ ພວກເຂົາ​ໄດ້​ເອົາ​ຊະນະ​ຕະກຸນ​ຕ່າງໆ​ຂອງ​ເຊຊາຍ, ອາຮີມານ ແລະ​ຕານໄມ.


ກາເລັບ​ໄດ້​ຮັບ​ເມືອງ​ເຮັບໂຣນ​ເປັນ​ກຳມະສິດ​ຕາມ​ຄຳສັ່ງ​ຂອງ​ໂມເຊ. ສະນັ້ນ ກາເລັບ​ຈຶ່ງ​ຂັບໄລ່​ເຊື້ອສາຍ​ຂອງ​ອານາກ​ທັງ​ສາມ​ຕະກຸນ ອອກ​ໄປ​ຈາກ​ເມືອງ​ນີ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka