Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 10:33 - ພຣະຄຳພີສັກສິ

33 ໃນ​ຄັ້ງ​ນັ້ນ ເຈົ້າ​ໂຮຣາມ​ກະສັດ​ແຫ່ງ​ເກເຊ​ໄດ້​ມາ​ຊ່ວຍ​ເມືອງ​ລາກິດ ແຕ່​ໂຢຊວຍ​ໄດ້​ຂ້າ​ລາວ​ແລະ​ທະຫານ​ໂດຍ​ບໍ່​ໄວ້​ຊີວິດ​ໃຜ​ເລີຍ.

Uka jalj uñjjattʼäta Copia luraña




ໂຢຊວຍ 10:33
11 Jak'a apnaqawi uñst'ayäwi  

ກະສັດ​ດາວິດ​ເຮັດ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ ແລະ​ໄລ່​ພວກ​ຟີລິດສະຕິນ​ໃຫ້​ອອກ​ໜີໄປ​ຈາກ​ເມືອງ​ເກບາ​ຈົນເຖິງ​ເມືອງ​ເກເຊ.


ຕໍ່ມາ ຊາດ​ອິດສະຣາເອນ​ໄດ້​ເຮັດ​ເສິກ​ກັບ​ພວກ​ຟີລິດສະຕິນ​ອີກ​ທີ່​ເກເຊ. ໃນ​ການ​ສູ້ຮົບ​ຄັ້ງ​ນີ້ ສິບເບກາຍ​ຊາວ​ເມືອງ​ຮູຊາ​ໄດ້​ຂ້າ​ຄົນ​ຮ່າງໃຫຍ່​ຜູ້ໜຶ່ງ​ຊື່​ວ່າ​ສິບປາຍ ແລະ​ພວກ​ຟີລິດສະຕິນ​ກໍໄດ້​ພ່າຍແພ້.


ຊີເຄມ, ເມືອງ​ລີ້ໄພ​ໃນ​ແຖບ​ເນີນພູ​ເອຟຣາອິມ, ເກເຊ,


ໃນ​ມື້​ທີ​ສອງ​ຂອງ​ການ​ສູ້ຮົບ ພຣະເຈົ້າຢາເວ​ໄດ້​ໃຫ້​ຊາວ​ອິດສະຣາເອນ​ຊະນະ​ເມືອງ​ລາກິດ ແລະ​ພວກເຂົາ​ໄດ້​ຂ້າ​ທຸກໆ​ຄົນ​ໃນ​ເມືອງ​ໂດຍ​ບໍ່​ໄວ້​ຊີວິດ​ໃຜ​ເລີຍ ດັ່ງ​ທີ່​ໄດ້​ເຮັດ​ຕໍ່​ເມືອງ​ລິບນາ.


ຕໍ່ມາ ໂຢຊວຍ​ກັບ​ພວກ​ທະຫານ​ຂອງຕົນ ໄດ້​ອອກ​ຈາກ​ເມືອງ​ລາກິດ​ໄປ​ທີ່​ເມືອງ​ເອກໂລນ ແລະ​ລ້ອມ​ເມືອງ​ນີ້​ໄວ້​ເພື່ອ​ບຸກໂຈມຕີ.


ກະສັດ​ຂອງ​ເອກໂລນ, ກະສັດ​ຂອງ​ເກເຊ,


ແຕ່​ພວກເຂົາ​ບໍ່ໄດ້​ຂັບໄລ່​ພວກ​ການາອານ ທີ່​ຢູ່​ໃນ​ເມືອງ​ເກເຊ​ໃຫ້​ອອກ​ໄປ. ດ້ວຍເຫດນີ້ ພວກ​ການາອານ​ຈຶ່ງ​ຍັງ​ຢູ່​ຮ່ວມ​ກັບ​ພວກ​ເອຟຣາອິມ​ຈົນ​ເຖິງ​ທຸກ​ວັນ​ນີ້. ແຕ່​ພວກ​ເອຟຣາອິມ​ໄດ້​ບັງຄັບ​ພວກເຂົາ​ໃຫ້​ເຮັດ​ວຽກ​ດັ່ງ​ທາດຮັບໃຊ້.


ແລ້ວ​ຊາຍແດນ​ນີ້​ກໍ​ໄປ​ທາງ​ທິດ​ຕາເວັນຕົກ ທາງ​ເຂດ​ຂອງ​ພວກ​ຢາຟະເລດ ຈົນເຖິງ​ເຂດ​ເບັດ​ໂຮໂຣນ​ລຸ່ມ, ແຕ່​ບ່ອນ​ນີ້​ເລີຍ​ໄປ​ຈົນເຖິງ​ເກເຊ ແລະ​ສຸດ​ທີ່​ທະເລ​ເມດີແຕຣາເນ.


ພວກເຂົາ​ໄດ້​ຮັບ 4 ຕົວເມືອງ ມີ​ດັ່ງນີ້: ຊີເຄມ​ແລະ​ທົ່ງຫຍ້າ​ທີ່​ຢູ່​ໃນ​ແຖບ​ເນີນພູ​ຂອງ​ເອຟຣາອິມ (ເມືອງ​ໜຶ່ງ​ໃນ​ຈຳນວນ​ເມືອງ​ລີ້ໄພ), ເກເຊ,


ເຜົ່າ​ເອຟຣາອິມ​ບໍ່ໄດ້​ຂັບໄລ່​ຊາວ​ການາອານ​ທີ່​ຢູ່​ໃນ​ເມືອງ​ເກເຊ ໃຫ້​ອອກ​ໜີໄປ. ດັ່ງນັ້ນ ຊາວ​ການາອານ​ຈຶ່ງ​ຍັງ​ສືບຕໍ່​ຢູ່​ໃນ​ທີ່ນັ້ນ​ກັບ​ພວກເຂົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka