32 ໃນມື້ທີສອງຂອງການສູ້ຮົບ ພຣະເຈົ້າຢາເວໄດ້ໃຫ້ຊາວອິດສະຣາເອນຊະນະເມືອງລາກິດ ແລະພວກເຂົາໄດ້ຂ້າທຸກໆຄົນໃນເມືອງໂດຍບໍ່ໄວ້ຊີວິດໃຜເລີຍ ດັ່ງທີ່ໄດ້ເຮັດຕໍ່ເມືອງລິບນາ.
ໂດຍວິທີນີ້ ໂຢຊວຍຈຶ່ງໄດ້ຊະນະທະຫານອາມາເຫຼັກຢ່າງສິ້ນເຊີງ.
ຂ້າຣາຊການຊັ້ນຜູ້ໃຫຍ່ແຫ່ງອັດຊີເຣຍຮູ້ວ່າ ກະສັດໄດ້ຈາກເມືອງລາກິດໄປແລ້ວ ແລະກຳລັງສູ້ຮົບກັບເມືອງລິບນາທີ່ຢູ່ໃກ້ນັ້ນ; ສະນັ້ນ ຂ້າຣາຊການຈຶ່ງໄປທີ່ນັ້ນເພື່ອປຶກສາຫາລືກັບເພິ່ນ.
ແລະເມື່ອພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໃຫ້ຊົນຊາດເຫຼົ່ານີ້ ຢູ່ໃຕ້ອຳນາດຂອງພວກເຈົ້າ ແລະພວກເຈົ້າຊະນະພວກເຂົາແລ້ວ ຢ່າໄວ້ຊີວິດຂອງພວກເຂົາເປັນເດັດຂາດ. ຢ່າເຮັດສັນຍາໃດໆກັບພວກເຂົາ ຫລືສະແດງຄວາມເມດຕາຕໍ່ພວກເຂົາເລີຍ.
ໃນມື້ນັ້ນ ໂຢຊວຍໄດ້ໂຈມຕີແລະຢຶດຄອງເມືອງມັກເກດາ ແລະໄດ້ຂ້າກະສັດຂອງເມືອງນັ້ນ. ເພິ່ນໄດ້ຂ້າທຸກໆຄົນຢູ່ໃນເມືອງໂດຍບໍ່ໄວ້ຊີວິດໃຜເລີຍ. ເພິ່ນໄດ້ເຮັດຕໍ່ກະສັດແຫ່ງມັກເກດາ ເໝືອນດັ່ງທີ່ໄດ້ເຮັດຕໍ່ກະສັດແຫ່ງເຢຣິໂກ.
ຫລັງຈາກນີ້ແລ້ວ ໂຢຊວຍແລະພວກທະຫານຂອງເພິ່ນ ກໍໄດ້ອອກຈາກເມືອງລິບນາໄປທີ່ເມືອງລາກິດ ແລະອ້ອມເມືອງໄວ້ເພື່ອບຸກໂຈມຕີ.
ໃນຄັ້ງນັ້ນ ເຈົ້າໂຮຣາມກະສັດແຫ່ງເກເຊໄດ້ມາຊ່ວຍເມືອງລາກິດ ແຕ່ໂຢຊວຍໄດ້ຂ້າລາວແລະທະຫານໂດຍບໍ່ໄວ້ຊີວິດໃຜເລີຍ.
ໂຢຊວຍໄດ້ຢຶດຄອງເມືອງຕ່າງໆ ທັງຈັບເອົາກະສັດຂອງເມືອງເຫຼົ່ານີ້. ເພິ່ນໄດ້ຂ້າທຸກໆຄົນຕາມທີ່ໂມເຊຜູ້ຮັບໃຊ້ຂອງພຣະເຈົ້າຢາເວໄດ້ສັ່ງໄວ້.