Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 10:30 - ພຣະຄຳພີສັກສິ

30 ພຣະເຈົ້າຢາເວ​ໄດ້​ໃຫ້​ຊາວ​ອິດສະຣາເອນ​ຊະນະ​ເມືອງ​ນີ້​ອີກ​ພ້ອມ​ທັງ​ກະສັດ. ພວກເຂົາ​ໄດ້​ຂ້າ​ທຸກໆ​ຄົນ​ຢູ່​ໃນ​ເມືອງ​ໂດຍ​ບໍ່​ໄວ້​ຊີວິດ​ໃຜ​ເລີຍ. ເພິ່ນ​ໄດ້​ເຮັດ​ຕໍ່​ກະສັດ​ຂອງ​ເມືອງ​ນີ້ ເໝືອນດັ່ງ​ທີ່​ໄດ້​ເຮັດ​ຕໍ່​ກະສັດ​ແຫ່ງ​ເຢຣິໂກ.

Uka jalj uñjjattʼäta Copia luraña




ໂຢຊວຍ 10:30
12 Jak'a apnaqawi uñst'ayäwi  

ແລ້ວ​ເຢຮູ​ກໍໄດ້​ຂ້າ​ຍາດຕິພີ່ນ້ອງ​ຄົນອື່ນໆ​ທັງໝົດ​ຂອງ​ກະສັດ​ອາຮາບ​ທີ່​ຢູ່​ໃນ​ເມືອງ​ຢິດຊະເຣນ ທັງ​ຂ້າ​ພວກ​ນາຍ​ທະຫານ​ທຸກຄົນ, ໝູ່ເພື່ອນ​ທີ່​ໃກ້ຊິດ ແລະ​ພວກ​ປະໂຣຫິດ​ດ້ວຍ; ບໍ່ມີ​ໃຜ​ເຫຼືອ​ຢູ່​ເລີຍ.


ແລະ​ຢຶດຄອງ​ເອົາ​ດິນແດນ​ມາ​ເປັນ​ກຳມະສິດ. ຫລັງຈາກ​ນັ້ນ ພວກເຈົ້າ​ຈຶ່ງ​ຈະ​ສາມາດ​ກັບຄືນ​ມາ​ໄດ້ ຍ້ອນ​ພວກເຈົ້າ​ໄດ້​ເຮັດ​ຕາມ​ຄຳສັນຍາ​ທີ່​ໃຫ້​ໄວ້​ກັບ​ພຣະເຈົ້າຢາເວ ແລະ​ກັບ​ພີ່ນ້ອງ​ຊາວ​ອິດສະຣາເອນ​ຂອງ​ພວກເຈົ້າ​ແລ້ວ ພຣະເຈົ້າຢາເວ​ກໍ​ຈະ​ຮັບ​ຮູ້​ວ່າ ດິນແດນ​ທີ່​ທາງ​ຟາກ​ຕາເວັນອອກ​ນີ້​ເປັນ​ຂອງ​ພວກເຈົ້າ​ຕໍ່ໜ້າ​ພຣະເຈົ້າຢາເວ.


ແຕ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ໄດ້​ມອບ​ເພິ່ນ​ໄວ້​ຢູ່​ໃນ​ອຳນາດ​ຂອງ​ພວກເຮົາ ແລະ​ພວກເຮົາ​ໄດ້​ຊະນະ​ເຈົ້າສີໂຫນ​ແລະ​ພວກ​ລູກຊາຍ ແລະ​ທະຫານ​ທັງໝົດ​ຂອງ​ເພິ່ນ.


ແລະ​ເມື່ອ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໃຫ້​ຊົນຊາດ​ເຫຼົ່ານີ້ ຢູ່​ໃຕ້​ອຳນາດ​ຂອງ​ພວກເຈົ້າ ແລະ​ພວກເຈົ້າ​ຊະນະ​ພວກເຂົາ​ແລ້ວ ຢ່າ​ໄວ້​ຊີວິດ​ຂອງ​ພວກເຂົາ​ເປັນ​ເດັດຂາດ. ຢ່າ​ເຮັດ​ສັນຍາ​ໃດໆ​ກັບ​ພວກເຂົາ ຫລື​ສະແດງ​ຄວາມ​ເມດຕາ​ຕໍ່​ພວກເຂົາ​ເລີຍ.


ໃນ​ມື້ນັ້ນ ໂຢຊວຍ​ໄດ້​ໂຈມຕີ​ແລະ​ຢຶດຄອງ​ເມືອງ​ມັກເກດາ ແລະ​ໄດ້​ຂ້າ​ກະສັດ​ຂອງ​ເມືອງ​ນັ້ນ. ເພິ່ນ​ໄດ້​ຂ້າ​ທຸກໆ​ຄົນ​ຢູ່​ໃນ​ເມືອງ​ໂດຍ​ບໍ່​ໄວ້​ຊີວິດ​ໃຜ​ເລີຍ. ເພິ່ນ​ໄດ້​ເຮັດ​ຕໍ່​ກະສັດ​ແຫ່ງ​ມັກເກດາ ເໝືອນ​ດັ່ງ​ທີ່​ໄດ້​ເຮັດ​ຕໍ່​ກະສັດ​ແຫ່ງ​ເຢຣິໂກ.


ຫລັງຈາກ​ນັ້ນ ໂຢຊວຍ​ພ້ອມ​ທັງ​ທະຫານ​ຂອງ​ເພິ່ນ​ກໍໄດ້​ອອກ​ຈາກ​ເມືອງ​ມັກເກດາ ແລະ​ເດີນທາງ​ໄປ​ໂຈມຕີ​ເມືອງ​ລິບນາ.


ຫລັງຈາກ​ນີ້​ແລ້ວ ໂຢຊວຍ​ແລະ​ພວກ​ທະຫານ​ຂອງ​ເພິ່ນ ກໍໄດ້​ອອກ​ຈາກ​ເມືອງ​ລິບນາ​ໄປ​ທີ່​ເມືອງ​ລາກິດ ແລະ​ອ້ອມ​ເມືອງ​ໄວ້​ເພື່ອ​ບຸກໂຈມຕີ.


ໂຢຊວຍ​ໄດ້​ຢຶດຄອງ​ເມືອງ​ຕ່າງໆ ທັງ​ຈັບ​ເອົາ​ກະສັດ​ຂອງ​ເມືອງ​ເຫຼົ່ານີ້. ເພິ່ນ​ໄດ້​ຂ້າ​ທຸກໆ​ຄົນ​ຕາມ​ທີ່​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້.


ກະສັດ​ຂອງ​ລິບນາ, ກະສັດ​ຂອງ​ອາດຸນລຳ,


ພວກ​ອິດສະຣາເອນ​ໄດ້​ຂ້າ​ສັດຕູ​ທຸກຄົນ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ບ່ອນ​ທີ່​ພວກເຂົາ​ໄດ້​ໄລ່​ຕິດຕາມ​ຂ້າເສິກ​ໄປ. ແລ້ວ​ພວກເຂົາ​ກໍໄດ້​ກັບຄືນ​ມາ​ທີ່​ເມືອງ​ອາອີ ແລະ​ຂ້າ​ທຸກໆ​ຄົນ​ໃນ​ເມືອງ​ຖິ້ມ.


ເພິ່ນ​ໄດ້​ແຂວນ​ຄໍ​ກະສັດ​ແຫ່ງ​ອາອີ​ທີ່​ເທິງ​ຕົ້ນໄມ້ ແລະ​ປະ​ໄວ້​ຈົນ​ຮອດ​ຄໍ່າ. ພໍ​ຕາເວັນ​ຕົກ​ດິນ​ແລ້ວ ໂຢຊວຍ​ກໍ​ສັ່ງ​ໃຫ້​ຄົນ​ປົດ​ເອົາ​ສົບ​ລົງ​ມາ​ຈາກ​ຕົ້ນໄມ້ ແລະ​ໄດ້​ໂຍນ​ສົບ​ນັ້ນ​ຖິ້ມ​ໄວ້​ທາງ​ປະຕູ​ເຂົ້າ​ເມືອງ. ພວກເຂົາ​ໄດ້​ເອົາ​ກ້ອນຫີນ​ກອງ​ຖົມ​ລາວ​ໄວ້​ເປັນ​ກອງ​ໃຫຍ່ ຊຶ່ງ​ຍັງ​ມີ​ຢູ່​ເທົ່າ​ທຸກ​ວັນນີ້.


ເມື່ອ​ຊາວ​ກີເບໂອນ​ຜູ້​ທີ່​ເປັນ​ຄົນ​ຮີວີ​ໄດ້ຍິນ​ເຖິງ​ເລື່ອງ ຊຶ່ງ​ໂຢຊວຍ​ໄດ້​ເຮັດ​ຕໍ່​ເມືອງ​ເຢຣິໂກ​ແລະ​ເມືອງ​ອາອີ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka