29 ຫລັງຈາກນັ້ນ ໂຢຊວຍພ້ອມທັງທະຫານຂອງເພິ່ນກໍໄດ້ອອກຈາກເມືອງມັກເກດາ ແລະເດີນທາງໄປໂຈມຕີເມືອງລິບນາ.
ຂ້າຣາຊການອັດຊີເຣຍໄດ້ຍິນວ່າ ກະສັດໄດ້ອອກແຕ່ເມືອງລາກິດໄປ ແລະກຳລັງສູ້ຮົບຢູ່ໃກ້ໆກັບເມືອງລິບນາ ລາວຈຶ່ງໄປປຶກສານຳເພິ່ນຢູ່ທີ່ນັ້ນ.
ຕັ້ງແຕ່ນັ້ນມາ ເອໂດມກໍບໍ່ໄດ້ຂຶ້ນກັບ ອານາຈັກຢູດາຍອີກຕໍ່ໄປ. ໃນໄລຍະເວລາດຽວກັນນີ້ ເມືອງລິບນາກໍເປັນກະບົດດ້ວຍ.
ແຕ່ນັ້ນມາ ເອໂດມກໍໄດ້ແຍກເປັນອານາຈັກເອກະລາດຈາກ ອານາຈັກຢູດາຍ. ໃນເວລານັ້ນເມືອງລິບນາໄດ້ກະບົດຄືກັນ ຍ້ອນເຢໂຮຣາມໄດ້ປະຖິ້ມພຣະເຈົ້າຢາເວ ພຣະເຈົ້າຂອງບັນພະບຸລຸດຂອງຕົນ.
ຂ້າຣາຊການຊັ້ນຜູ້ໃຫຍ່ແຫ່ງອັດຊີເຣຍຮູ້ວ່າ ກະສັດໄດ້ຈາກເມືອງລາກິດໄປແລ້ວ ແລະກຳລັງສູ້ຮົບກັບເມືອງລິບນາທີ່ຢູ່ໃກ້ນັ້ນ; ສະນັ້ນ ຂ້າຣາຊການຈຶ່ງໄປທີ່ນັ້ນເພື່ອປຶກສາຫາລືກັບເພິ່ນ.
ເຈົ້າເຊເດກີຢາໄດ້ຂຶ້ນເປັນກະສັດແຫ່ງຢູດາຍ ເມື່ອເພິ່ນມີອາຍຸຊາວເອັດປີ ແລະໄດ້ປົກຄອງຢູ່ໃນນະຄອນເຢຣູຊາເລັມເປັນເວລາສິບເອັດປີ. ແມ່ຂອງເພິ່ນຊື່ວ່າຮາມູຕານ. ນາງເປັນລູກສາວຂອງເຢເຣມີຢາຊາວເມືອງລິບນາ.
ໃນມື້ນັ້ນ ໂຢຊວຍໄດ້ໂຈມຕີແລະຢຶດຄອງເມືອງມັກເກດາ ແລະໄດ້ຂ້າກະສັດຂອງເມືອງນັ້ນ. ເພິ່ນໄດ້ຂ້າທຸກໆຄົນຢູ່ໃນເມືອງໂດຍບໍ່ໄວ້ຊີວິດໃຜເລີຍ. ເພິ່ນໄດ້ເຮັດຕໍ່ກະສັດແຫ່ງມັກເກດາ ເໝືອນດັ່ງທີ່ໄດ້ເຮັດຕໍ່ກະສັດແຫ່ງເຢຣິໂກ.
ພຣະເຈົ້າຢາເວໄດ້ໃຫ້ຊາວອິດສະຣາເອນຊະນະເມືອງນີ້ອີກພ້ອມທັງກະສັດ. ພວກເຂົາໄດ້ຂ້າທຸກໆຄົນຢູ່ໃນເມືອງໂດຍບໍ່ໄວ້ຊີວິດໃຜເລີຍ. ເພິ່ນໄດ້ເຮັດຕໍ່ກະສັດຂອງເມືອງນີ້ ເໝືອນດັ່ງທີ່ໄດ້ເຮັດຕໍ່ກະສັດແຫ່ງເຢຣິໂກ.
ກະສັດຂອງລິບນາ, ກະສັດຂອງອາດຸນລຳ,
ມີເມືອງຕ່າງໆອີກດັ່ງນີ້: ລິບນາ, ເອເທ, ອາຊານ,
ນອກຈາກເຮັບໂຣນ (ໜຶ່ງໃນບັນດາເມືອງລີ້ໄພ) ເມືອງທີ່ໄດ້ຖືກມອບໝາຍໃຫ້ເຊື້ອສາຍຂອງປະໂຣຫິດອາໂຣນ ມີດັ່ງນີ້: ລິບນາ,
ພວກເຂົາໄດ້ໃຊ້ດາບຂ້າທັງຍິງແລະຊາຍ ຜູ້ໜຸ່ມແລະຜູ້ເຖົ້າ, ຕະຫລອດທັງຝູງງົວ, ຝູງແກະ ແລະຝູງລໍດ້ວຍ.
ເຈົ້າຈົ່ງເຮັດຕໍ່ເມືອງອາອີແລະກະສັດຂອງເມືອງນີ້ ເໝືອນດັ່ງທີ່ເຈົ້າໄດ້ເຮັດຕໍ່ເມືອງເຢຣິໂກແລະກະສັດຂອງເມືອງນັ້ນ. ແຕ່ໃນຄັ້ງນີ້ ໃຫ້ພວກເຈົ້າເອົາສິ່ງຂອງ ແລະຝູງສັດມາເປັນຂອງພວກເຈົ້າໄດ້. ຈົ່ງຕຽມໂຈມຕີເມືອງທາງດ້ານຫລັງ ໂດຍບໍ່ໃຫ້ພວກເຂົາຮູ້ຕົວ.”
ເພິ່ນໄດ້ແຂວນຄໍກະສັດແຫ່ງອາອີທີ່ເທິງຕົ້ນໄມ້ ແລະປະໄວ້ຈົນຮອດຄໍ່າ. ພໍຕາເວັນຕົກດິນແລ້ວ ໂຢຊວຍກໍສັ່ງໃຫ້ຄົນປົດເອົາສົບລົງມາຈາກຕົ້ນໄມ້ ແລະໄດ້ໂຍນສົບນັ້ນຖິ້ມໄວ້ທາງປະຕູເຂົ້າເມືອງ. ພວກເຂົາໄດ້ເອົາກ້ອນຫີນກອງຖົມລາວໄວ້ເປັນກອງໃຫຍ່ ຊຶ່ງຍັງມີຢູ່ເທົ່າທຸກວັນນີ້.