Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 10:26 - ພຣະຄຳພີສັກສິ

26 ແລ້ວ​ໂຢຊວຍ​ກໍໄດ້​ຂ້າ​ກະສັດ​ທັງ​ຫ້າ​ຄົນ​ນັ້ນ ແລະ​ໃຫ້​ຄົນ​ເອົາ​ສົບ​ໄປ​ແຂວນ​ໄວ້​ທີ່​ຕົ້ນໄມ້​ຫ້າ​ຕົ້ນ​ຈົນ​ຮອດ​ຄໍ່າ.

Uka jalj uñjjattʼäta Copia luraña




ໂຢຊວຍ 10:26
14 Jak'a apnaqawi uñst'ayäwi  

ສະນັ້ນ ຈົ່ງ​ມອບ​ຊາຍ​ເຈັດ​ຄົນ​ຈາກ​ເຊື້ອສາຍ​ຂອງ​ເພິ່ນ ແລະ​ພວກ​ຂ້ານ້ອຍ​ຈະ​ແຂວນ​ຄໍ​ພວກເຂົາ​ຊ້ອງໜ້າ​ພຣະເຈົ້າຢາເວ​ຢູ່​ໃນ​ເມືອງ​ກີເບອາ ບ້ານເກີດ​ເມືອງນອນ​ຂອງ​ໂຊນ ກະສັດ​ທີ່​ພຣະເຈົ້າຢາເວ​ໄດ້​ເລືອກເອົາ​ນັ້ນ.” ກະສັດ​ຕອບ​ວ່າ, “ເຮົາ​ຈະ​ມອບ​ພວກເຂົາ​ໃຫ້​ພວກເຈົ້າ.”


ກະສັດ​ດາວິດ​ໄດ້​ມອບ​ຄົນ​ເຫຼົ່ານີ້​ໃຫ້​ຊາວ​ກີເບໂອນ​ແຂວນ​ຄໍ​ທີ່​ເທິງ​ພູ​ຊ້ອງໜ້າ​ພຣະເຈົ້າຢາເວ. ທັງ​ເຈັດ​ຄົນ​ນັ້ນ​ຈຶ່ງ​ຕາຍ​ພ້ອມ​ກັນ. ພວກເຂົາ​ໄດ້​ຂ້າ​ຄົນ​ເຫຼົ່ານີ້​ໃນ​ຕົ້ນ​ລະດູ​ກ່ຽວ​ເຂົ້າບາເລ.


ກະສັດ​ໄດ້​ສັ່ງ​ໃຫ້​ມີ​ການ​ສືບສວນ ແລະ​ພົບ​ວ່າ​ຄຳ​ລາຍງານ​ນັ້ນ​ເປັນ​ຄວາມຈິງ; ສະນັ້ນ ຊາຍ​ທັງສອງ​ຈຶ່ງ​ຖືກ​ແຂວນຄໍ​ທີ່​ເທິງ​ຫລັກໄມ້. ແລ້ວ​ກະສັດ​ກໍໄດ້​ສັ່ງ​ໃຫ້​ຈົດ​ເຫດການ​ນີ້​ໄວ້ ເປັນ​ທາງການ​ໃນ​ປຶ້ມ​ບັນທຶກ​ຂອງ​ກະສັດ.


ເພື່ອ​ເອົາ​ຊະນະ​ຊົນຊາດ​ທັງຫລາຍ ແລະ​ລົງໂທດ​ຄົນ​ທຸກ​ຊາດ​ທຸກ​ພາສາ​ນັ້ນ


ພວກເຂົາ​ຮ້ອງຫາ​ຜູ້​ຊ່ວຍ ແຕ່​ບໍ່ມີ​ຜູ້ໃດ​ຊ່ວຍ​ພວກເຂົາ ພວກເຂົາ​ຮ້ອງຫາ​ພຣະເຈົ້າຢາເວ​ແຕ່​ພຣະອົງ​ບໍ່​ຕອບ.


ແລະ​ພຣະເຈົ້າຢາເວ​ໄດ້​ກ່າວ​ຕໍ່​ໂມເຊ​ວ່າ, “ໃຫ້​ຈັບ​ບັນດາ​ຫົວໜ້າ​ຂອງ​ຊາດ​ອິດສະຣາເອນ​ທັງໝົດ​ມາ​ປະຫານ​ຊີວິດ​ຕໍ່ໜ້າ​ຄົນ​ທັງຫລາຍ. ຕໍ່ໜ້າ​ພຣະເຈົ້າຢາເວ ແລະ​ພຣະເຈົ້າຢາເວ​ຈະ​ບໍ່​ໂກດຮ້າຍ​ຊາວ​ອິດສະຣາເອນ​ຕໍ່ໄປ.”


ປະຊາຊົນ​ທັງໝົດ​ຕອບ​ວ່າ, “ໃຫ້​ໂທດ​ເລື່ອງ​ຄວາມ​ຕາຍ​ຂອງ​ລາວ ຕົກ​ຖືກ​ພວກເຮົາ ແລະ​ລູກຫລານ​ຂອງ​ພວກເຮົາ.”


ແລ້ວ​ພວກ​ຢິວ​ກໍ​ຂໍ​ອະນຸຍາດ​ຈາກ​ປີລາດ ໃຫ້​ຫັກ​ກະດູກ​ຂາ​ຂອງ​ພວກ​ທີ່​ຖືກ​ຄຶງ​ໄວ້​ນັ້ນ ແລະ​ໃຫ້​ເອົາ​ຊາກສົບ​ລົງ​ຈາກ​ໄມ້ກາງແຂນ​ໄປ​ເສຍ, ພວກເຂົາ​ຂໍຮ້ອງ​ຢ່າງ​ນີ້ ເພາະ​ເປັນ​ວັນ​ຈັດຕຽມ ແລະ​ພວກເຂົາ​ບໍ່​ຢາກ​ໃຫ້​ສົບ​ເຫຼົ່ານັ້ນ​ຄ້າງ​ໄວ້​ທີ່​ໄມ້ກາງແຂນ​ໃນ​ວັນ​ຊະບາໂຕ. (ເພາະ​ວັນ​ຊະບາໂຕ​ທີ່​ຈະມາເຖິງ​ນັ້ນ​ເປັນ​ວັນ​ທີ່​ສຳຄັນ)


ພຣະຄຣິດ​ໄດ້​ຊົງ​ໄຖ່​ພວກເຮົາ ໃຫ້​ພົ້ນ​ຈາກ​ການ​ສາບແຊ່ງ​ຂອງ​ກົດບັນຍັດ ໂດຍ​ການ​ທີ່​ພຣະອົງ​ຊົງ​ຍອມ​ຖືກ​ສາບແຊ່ງ​ແທນ​ພວກເຮົາ (ເພາະ​ພຣະຄຳພີ​ຂຽນ​ໄວ້​ວ່າ, “ທຸກຄົນ​ທີ່​ຖືກ​ແຂວນ​ໄວ້​ທີ່​ຕົ້ນໄມ້ ກໍ​ຖືກ​ສາບແຊ່ງ​ແລ້ວ.”)


ເພິ່ນ​ໄດ້​ແຂວນ​ຄໍ​ກະສັດ​ແຫ່ງ​ອາອີ​ທີ່​ເທິງ​ຕົ້ນໄມ້ ແລະ​ປະ​ໄວ້​ຈົນ​ຮອດ​ຄໍ່າ. ພໍ​ຕາເວັນ​ຕົກ​ດິນ​ແລ້ວ ໂຢຊວຍ​ກໍ​ສັ່ງ​ໃຫ້​ຄົນ​ປົດ​ເອົາ​ສົບ​ລົງ​ມາ​ຈາກ​ຕົ້ນໄມ້ ແລະ​ໄດ້​ໂຍນ​ສົບ​ນັ້ນ​ຖິ້ມ​ໄວ້​ທາງ​ປະຕູ​ເຂົ້າ​ເມືອງ. ພວກເຂົາ​ໄດ້​ເອົາ​ກ້ອນຫີນ​ກອງ​ຖົມ​ລາວ​ໄວ້​ເປັນ​ກອງ​ໃຫຍ່ ຊຶ່ງ​ຍັງ​ມີ​ຢູ່​ເທົ່າ​ທຸກ​ວັນນີ້.


ເຈົ້າ​ເຊບາ​ແລະ​ເຈົ້າ​ຊັນມຸນນາ​ຈຶ່ງ​ບອກ​ກີເດໂອນ​ວ່າ, “ຈົ່ງ​ຂ້າ​ພວກເຮົາ​ດ້ວຍ​ຕົວ​ທ່ານ​ເອງ​ເທີ້ນ ໜ້າທີ່​ຂອງ​ຜູ້ໃຫຍ່​ໃຫ້​ຜູ້ໃຫຍ່​ເຮັດ​ສາ.” ດັ່ງນັ້ນ ກີເດໂອນ​ຈຶ່ງ​ຂ້າ​ເຈົ້າ​ເຊບາ​ກັບ​ເຈົ້າ​ຊັນມຸນນາ ແລະ​ເອົາ​ຫລຽນ​ຮູບ​ວົງເດືອນ​ທີ່​ເອ້​ຄໍ​ອູດ​ຂອງ​ພວກເຂົາ​ນັ້ນ​ໄປ​ນຳ.


ຊາມູເອນ​ກ່າວ​ວ່າ, “ດາບ​ຂອງ​ເຈົ້າ​ໄດ້​ເຮັດ​ໃຫ້​ແມ່​ຫລາຍ​ຄົນ​ຕ້ອງ​ສູນເສຍ​ລູກ​ຂອງຕົນ; ດັ່ງນັ້ນ ແມ່​ຂອງເຈົ້າ​ຈະ​ຕ້ອງ​ສູນເສຍ​ລູກ​ໄປ​ເໝືອນກັນ.” ແລ້ວ​ຊາມູເອນ​ກໍ​ຂ້າ​ເຈົ້າ​ອາກາ ແລະ​ຕັດ​ເປັນ​ຕ່ອນໆ​ຕໍ່ໜ້າ​ພຣະເຈົ້າຢາເວ​ທີ່​ເມືອງ​ກິນການ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka