Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 10:25 - ພຣະຄຳພີສັກສິ

25 ໂຢຊວຍ​ບອກ​ພວກ​ນາຍ​ທະຫານ​ວ່າ, “ຢ່າ​ຢ້ານ​ຫລື​ທໍ້ຖອຍ​ໃຈ. ຈົ່ງ​ມີ​ໃຈ​ເດັດດ່ຽວ​ແລະ​ກ້າຫານ ເພາະ​ພຣະເຈົ້າຢາເວ​ຈະ​ກະທຳ​ດັ່ງນີ້​ຕໍ່​ເຫຼົ່າ​ສັດຕູ​ຂອງ​ພວກເຈົ້າ.”

Uka jalj uñjjattʼäta Copia luraña




ໂຢຊວຍ 10:25
13 Jak'a apnaqawi uñst'ayäwi  

ພວກ​ທີ່​ກຳລັງ​ຊອກ​ຫາ​ສັງຫານ​ຂ້ານ້ອຍ ກໍ​ຈະ​ຕ້ອງ​ລົງ​ໄປ​ສູ່​ແດນ​ມໍຣະນາ​ພຸ້ນ.


ຂ້ານ້ອຍ​ຈະ​ຈົດຈຳ​ພຣະເຈົ້າຢາເວ ສິ່ງ​ອັນ​ຍິ່ງໃຫຍ່​ທີ່​ພຣະອົງ​ໄດ້​ກະທຳ​ນັ້ນ. ຂ້ານ້ອຍ​ຈະ​ຄິດເຖິງ​ການ​ອັດສະຈັນ ທີ່​ພຣະອົງ​ໄດ້​ເຮັດ​ຜ່ານ​ມາ​ນັ້ນ.


ແຕ່​ໃນ​ເຫດການ​ທັງປວງ​ເຫຼົ່ານີ້ ພວກເຮົາ​ກໍ​ມີ​ໄຊຊະນະ​ຢ່າງ​ເຫລືອລົ້ນ ໂດຍ​ທາງ​ພຣະອົງ​ຜູ້​ຊົງ​ຮັກ​ພວກເຮົາ​ທັງຫລາຍ​ນັ້ນ.


ພຣະອົງ​ນັ້ນ​ໄດ້​ຊົງ​ໂຜດ​ໃຫ້​ເຮົາ​ພົ້ນ​ຈາກ​ມໍລະນະໄພ ແລະ​ຈະ​ຊົງ​ໂຜດ​ເຮົາ​ອີກ ເຮົາ​ໄວ້​ໃຈ​ໃນ​ພຣະອົງ​ວ່າ ຍັງ​ຈະ​ຊົງ​ໂຜດ​ໃຫ້​ເຮົາ​ພົ້ນ​ອີກ​ຕໍ່ໄປ.


ສຸດທ້າຍ​ນີ້ ຂໍ​ໃຫ້​ພວກເຈົ້າ​ຈົ່ງ​ມີ​ກຳລັງ​ເພີ່ມ​ຂຶ້ນ​ໃນ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ໃນ​ຣິດເດດ​ອັນ​ແກ່ກ້າ​ຂອງ​ພຣະອົງ.


ຈົ່ງ​ລະນຶກເຖິງ​ໂຣກ​ລະບາດ​ອັນ​ໜ້າຢ້ານກົວ ຊຶ່ງ​ພວກເຈົ້າ​ໄດ້​ເຫັນ​ກັບ​ຕາ ການ​ອັດສະຈັນ​ແລະ​ໝາຍສຳຄັນ​ຕ່າງໆ ພ້ອມ​ທັງ​ຣິດທານຸພາບ​ແລະ​ພະລັງ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ນຳພາ​ພວກເຈົ້າ​ອອກ​ມາ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ທຳລາຍ​ຊົນຊາດ​ທັງໝົດ​ເຫຼົ່ານີ້ ທີ່​ພວກເຈົ້າ​ຢ້ານກົວ​ຢູ່​ໃນ​ເວລາ​ນີ້.


ສະນັ້ນ ຈົ່ງ​ມີ​ໃຈ​ເດັດດ່ຽວ​ແລະ​ກ້າຫານ ເພາະ​ເຈົ້າ​ຈະ​ເປັນ​ຜູ້​ນຳພາ​ປະຊາຊົນ​ເຫຼົ່ານີ້ ເຂົ້າ​ໄປ​ຢຶດຄອງ​ດິນແດນ​ຊຶ່ງ​ເຮົາ​ໄດ້​ສັນຍາ​ວ່າ ຈະ​ມອບ​ໃຫ້​ແກ່​ປູ່ຍ່າຕາຍາຍ​ຂອງ​ພວກເຂົາ.


ຈົ່ງ​ຈົດຈຳ​ວ່າ​ເຮົາ​ໄດ້​ສັ່ງ​ເຈົ້າ ຈົ່ງ​ມີ​ໃຈ​ເດັດດ່ຽວ​ແລະ​ກ້າຫານ ຢ່າ​ຢ້ານ​ຫລື​ທໍ້ຖອຍ​ກຳລັງ​ໃຈ ເພາະ​ເຮົາ​ຄື​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ ຢູ່​ກັບ​ເຈົ້າ​ໃນ​ທຸກໆ​ບ່ອນ​ທີ່​ເຈົ້າ​ໄປ.”


ແລ້ວ​ພຣະເຈົ້າຢາເວ​ໄດ້ກ່າວ​ແກ່​ໂຢຊວຍ​ວ່າ, “ຢ່າ​ຢ້ານ​ພວກເຂົາ​ເລີຍ. ເຮົາ​ມອບ​ໄຊຊະນະ​ໃຫ້​ເຈົ້າ​ແລ້ວ. ບໍ່ມີ​ໃຜ​ໃນ​ພວກເຂົາ​ຈະ​ສາມາດ​ຕໍ່ສູ້​ເຈົ້າ​ໄດ້.”


ພຣະເຈົ້າຢາເວ​ໄດ້​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ໂຕສິງ​ກັບ​ໂຕໝີ​ມາ​ແລ້ວ​ຢ່າງໃດ; ພຣະອົງ​ກໍ​ຈະ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ຊາຍ​ຟີລິດສະຕິນ​ຄົນນີ້​ໄດ້​ເໝືອນກັນ​ຢ່າງນັ້ນ.” ກະສັດ​ໂຊນ​ຕອບ​ວ່າ, “ດີແລ້ວ ຈົ່ງ​ໄປ​ສາ ຂໍ​ພຣະເຈົ້າຢາເວ​ສະຖິດ​ຢູ່​ກັບ​ເຈົ້າ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka