Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 10:24 - ພຣະຄຳພີສັກສິ

24 ແລະ​ຖືກ​ຄຸມຕົວ​ໄປ​ຫາ​ໂຢຊວຍ. ແລ້ວ​ໂຢຊວຍ​ກໍ​ເອີ້ນ​ທະຫານ​ທັງໝົດ​ອອກ​ມາ​ຫາ​ຕົນ ແລະ​ສັ່ງ​ໃຫ້​ນາຍ​ທະຫານ​ທີ່​ອອກ​ໄປ​ກັບ​ເພິ່ນ​ນັ້ນ​ວ່າ, “ຈົ່ງ​ໄປ​ຢຽບຄໍ​ກະສັດ​ຫ້າ​ຄົນ​ນີ້​ສາ.” ພວກ​ນາຍ​ທະຫານ​ຂອງ​ເພິ່ນ​ກໍ​ປະຕິບັດ​ຕາມ.

Uka jalj uñjjattʼäta Copia luraña




ໂຢຊວຍ 10:24
18 Jak'a apnaqawi uñst'ayäwi  

ຂ້ານ້ອຍ​ຕີ​ເຂົາ​ລົ້ມ​ຈົນ​ລຸກ​ຂຶ້ນ​ບໍ່​ເປັນ ພວກເຂົາ​ຈຶ່ງ​ນອນຕາຍ​ຢ່າງ​ອັບອາຍ​ຢູ່​ຢ່າງ​ນັ້ນ.


ພຣະອົງ​ເຮັດ​ໃຫ້​ເຫຼົ່າ​ສັດຕູ​ແລ່ນ​ໜີໄປ ຂ້ານ້ອຍ​ໄດ້​ທຳລາຍ​ຜູ້​ທີ່​ກຽດຊັງ​ຂ້ານ້ອຍ.


ພຣະອົງ​ໄດ້​ໝິ່ນປະໝາດ​ຜູ້​ທີ່​ກົດຂີ່​ພວກເຂົາ ແລະ​ໃຫ້​ທຽວ​ໄປ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ອັນ​ເປົ່າປ່ຽວ.


ພຣະເຈົ້າຢາເວ​ກ່າວ​ແກ່​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ຂ້ານ້ອຍ ວ່າ, “ຈົ່ງ​ນັ່ງ​ທີ່​ກໍ້າ​ຂວາມື​ຂອງເຮົາ ຈົນກວ່າ​ເຮົາ​ໄດ້​ມອບ​ເຫຼົ່າ​ສັດຕູ ໃຫ້​ກົ້ມ​ລົງ​ຢູ່​ໃຕ້​ຕີນ​ຂອງ​ເຈົ້າ.”


ອົງພຣະ​ຜູ້​ເປັນເຈົ້າ​ຢູ່​ທີ່​ກໍ້າ​ຂວາມື​ຂອງ​ທ່ານ​ໃດ ບັນດາ​ກະສັດ​ຈະ​ເສຍໄຊ ເມື່ອ​ພຣະອົງ​ໃຈຮ້າຍ.


ພຣະອົງ​ເຮັດ​ໃຫ້​ເຫຼົ່າ​ສັດຕູ​ຂອງ​ຂ້ານ້ອຍ​ແລ່ນພ່າຍ​ໜີໄປ ແລະ​ທຳລາຍ​ພວກ​ທີ່​ກຽດຊັງ​ຂ້ານ້ອຍ​ນັ້ນ.


ເຈົ້າ​ຈະ​ເອົາ​ຊະນະ​ສິງ​ໂຕ​ຮ້າຍ​ແລະ​ງູພິດ​ທັງຫລາຍ ໂດຍ​ຢຽບຢໍ່າ​ມັນ​ລົງ​ຢູ່​ໃຕ້​ຕີນ​ເຈົ້າ.


ເຮົາ​ຈະ​ເອົາ​ໃຫ້​ພວກ​ທີ່​ກົດຂີ່​ເຈົ້າ​ດື່ມ​ແທນ ຄື​ພວກ​ທີ່​ໃຫ້​ເຈົ້າ​ນອນ​ກາງ​ຫົນທາງ​ນັ້ນ ແລະ​ພວກເຂົາ​ກໍໄດ້​ຢຽບຢໍ່າ​ເຈົ້າ​ລົງ ດັ່ງ​ຢຽບ​ຂີ້ຝຸ່ນ​ດິນ​ທີ່​ພື້ນ​ຕີນ​ຂອງ​ເຂົາເຈົ້າ.”


ໃນ​ມື້​ທີ່​ເຮົາ​ດຳເນີນການ​ນັ້ນ ພວກເຈົ້າ​ຈະ​ຊະນະ​ຄົນຊົ່ວຊ້າ​ອະທຳ ແລະ​ພວກເຂົາ​ຈະ​ເປັນ​ດັ່ງ​ຂີ້ຝຸ່ນ​ຢູ່​ໃຕ້​ພື້ນ​ຕີນ​ຂອງ​ພວກເຈົ້າ.” ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫຼະ.


ແລະ​ຍັງ​ອີກ​ບໍ່​ດົນ​ພຣະເຈົ້າ​ແຫ່ງ​ສັນຕິສຸກ​ຂອງ​ພວກເຮົາ ຈະ​ປາບ​ມານຊາຕານ​ໃຫ້​ໝຸ່ນ​ທະລາຍ​ຢູ່​ໃຕ້​ພື້ນ​ຕີນ​ຂອງ​ພວກເຈົ້າ. ຂໍ​ໃຫ້​ພຣະຄຸນ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ເຮົາ​ທັງຫລາຍ ຈົ່ງ​ສະຖິດ​ຢູ່​ກັບ​ພວກເຈົ້າ​ເທີ້ນ.


ເຈົ້າ​ນັ້ນ​ຊ່າງ​ມີ​ຄວາມສຸກ​ແທ້ ພຽງ​ໃດ​ເຈົາ​ຮູ້​ບໍ່? ຊາດ​ອິດສະຣາເອນ​ເອີຍ! ບໍ່ມີ​ໃຜ​ເປັນ​ເໝືອນ​ດັ່ງ​ພວກເຈົ້າ ເປັນ​ຊົນຊາດ​ໜຶ່ງ​ທີ່​ພຣະເຈົ້າ​ໄດ້​ຊ່ວຍເຫຼືອ​ເອົາ. ພຣະເຈົ້າຢາເວ​ເປັນ​ໂລ້​ຕ້ານທານ​ແລະ​ເປັນ​ດາບ​ປາບ​ສັດຕູ ເປັນ​ຜູ້​ປ້ອງກັນ​ແລະ​ນຳ​ໄຊຊະນະ​ມາ​ໃຫ້​ເຈົ້າ. ເຫຼົ່າ​ສັດຕູ​ນັ້ນ​ຈະ​ມາ​ກາບ​ຂໍ​ຄວາມ​ເມດຕາ ແລະ​ເຈົ້າ​ຈະ​ຢຽບຢໍ່າ​ພວກເຂົາ​ລົງ​ຈົນກ້ຽງ.”


ນອກຈາກ​ນັ້ນ ພຣະເຈົ້າ​ບໍ່ເຄີຍ​ກ່າວ​ແກ່​ເທວະດາ​ຂອງ​ພຣະອົງ​ຕົນ​ໃດ​ວ່າ, “ຈົ່ງ​ນັ່ງ​ທີ່​ເບື້ອງ​ຂວາ​ມື​ຂອງເຮົາ ຈົນກວ່າ​ເຮົາ​ປາບ​ເຫຼົ່າ​ສັດຕູ​ຂອງທ່ານ ໃຫ້​ຂາບລົງ​ຢູ່​ໃຕ້​ພື້ນ​ຕີນ​ຂອງທ່ານ.”


ແລ້ວ​ລາວ​ກໍ​ບອກ​ເຢເທ​ລູກຊາຍກົກ​ຂອງຕົນ​ວ່າ, “ຈົ່ງ​ຂ້າ​ພວກເຂົາ​ຖິ້ມ​ສາ” ແຕ່​ເດັກຊາຍ​ຄົນ​ນີ້​ບໍ່​ກ້າ​ຖອດດາບ​ຂອງຕົນ​ອອກ​ຍ້ອນ​ຢ້ານ ເພາະ​ລາວ​ຍັງ​ເປັນ​ເດັກຢູ່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka