22 ແລ້ວໂຢຊວຍກໍໄດ້ສັ່ງວ່າ, “ຈົ່ງເປີດປາກຖໍ້າອອກແລະນຳກະສັດທັງຫ້ານັ້ນມາຫາເຮົາ.”
ໂຢຊວຍຈຶ່ງສັ່ງວ່າ, “ຈົ່ງກື່ງກ້ອນຫີນໃຫຍ່ໆອັດປາກຖໍ້າໄວ້ ແລະໃຫ້ຄົນເຝົ້າຍາມຢູ່ທີ່ນັ້ນ.
ແລ້ວທະຫານທັງໝົດຂອງໂຢຊວຍ ກໍໄດ້ກັບຄືນມາຫາເພິ່ນທີ່ຄ້າຍພັກມັກເກດາ. ຢູ່ໃນດິນແດນນັ້ນບໍ່ມີຜູ້ໃດກ້າຕໍ່ຕ້ານຊາວອິດສະຣາເອນ.
ດັ່ງນັ້ນ ປາກຖໍ້າຈຶ່ງຖືກເປີດອອກແລະກະສັດແຫ່ງເຢຣູຊາເລັມ, ເຮັບໂຣນ, ຢາຣະມຸດ, ລາກິດ ແລະເອກໂລນຈຶ່ງຖືກນຳອອກມາ
ນອກຈາກກະສັດແຫ່ງອາອີເທົ່ານັ້ນທີ່ພວກເຂົາໄລ່ຈັບໄດ້ ແລະນຳຕົວມາຫາໂຢຊວຍ.
ຊາມູເອນສັ່ງວ່າ, “ຈົ່ງນຳກະສັດອາກາມາທີ່ນີ້ຫາຂ້າພະເຈົ້າ. ເຈົ້າອາກາເຂົ້າມາຫາຊາມູເອນໂດຍຕົວສັ່ນ ແລະທັງຄິດໃນໃຈວ່າ, ‘ຄວາມຕາຍນີ້ຊ່າງເປັນການຂົມຂື່ນແທ້ນໍ”’