ໂຢຊວຍ 10:20 - ພຣະຄຳພີສັກສິ20 ສ່ວນໂຢຊວຍແລະພວກອິດສະຣາເອນ ກໍໄດ້ຂ້າສັດຕູໂດຍບໍ່ມີການຕໍ່ສູ້ ແຕ່ມີບາງຄົນໄດ້ຫລົບໜີໄປບ່ອນທີ່ປອດໄພຢູ່ໃນເມືອງທີ່ມີປ້ອມປ້ອງກັນ; ສະນັ້ນ ພວກເຂົາຈຶ່ງບໍ່ໄດ້ຖືກຂ້າ. Uka jalj uñjjattʼäta |
ປະຊາຊົນຂອງພຣະເຈົ້າໄດ້ຖາມກັນວ່າ, “ເປັນຫຍັງຈຶ່ງເມົານັ່ງເສີຍຢູ່? ຮິບມາເຖີດ ໃຫ້ພວກເຮົາແລ່ນໄປສູ່ເມືອງທີ່ມີປ້ອມປ້ອງກັນ ແລະຕາຍຢູ່ໃນທີ່ນັ້ນ. ເພາະວ່າ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາໄດ້ລົງໂທດພວກເຮົາໃຫ້ເຖິງຕາຍສາແລ້ວ; ພຣະອົງໄດ້ໃຫ້ພວກເຮົາດື່ມຢາເບື່ອ ຍ້ອນພວກເຮົາໄດ້ເຮັດບາບຕໍ່ສູ້ພຣະອົງ.
ພຣະເຈົ້າຢາເວໄດ້ເຮັດໃຫ້ພວກອາໂມແຕກຕື່ນ ແລະໜີໄປຕໍ່ໜ້າກອງທັບອິດສະຣາເອນ. ຝ່າຍພວກອິດສະຣາເອນ ກໍໄດ້ຂ້າພວກເຂົາເປັນຈຳນວນຫລວງຫລາຍຢູ່ໃນເມືອງກີເບໂອນ ແລະໄລ່ຕິດຕາມພວກທີ່ເຫຼືອຢູ່ ລົງໄປສູ່ຊ່ອງແຄບຂອງພູເຂົາທີ່ເມືອງເບັດໂຮໂຣນ ໂດຍສືບຕໍ່ໂຈມຕີພວກເຂົາໄປທາງໃຕ້ ຈົນເຖິງເມືອງອາເຊກາແລະເມືອງມັກເກດາ.