Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 10:2 - ພຣະຄຳພີສັກສິ

2 ປະຊາຊົນ​ໃນ​ເມືອງ​ເຢຣູຊາເລັມ​ພາກັນ​ຕົກໃຈ​ຫຼາຍ​ກ່ຽວກັບ​ຂ່າວ​ນັ້ນ ຍ້ອນ​ວ່າ​ເມືອງ​ກີເບໂອນ​ເປັນ​ເມືອງ​ໃຫຍ່​ເທົ່າ​ກັບ​ເມືອງ​ໃດໆ​ທີ່​ມີ​ກະສັດ ທັງ​ໃຫຍ່​ກວ່າ​ເມືອງ​ອາອີ ແລະ ທະຫານ​ກໍ​ເປັນ​ນັກຮົບ​ທີ່​ເກັ່ງກ້າ​ດ້ວຍ.

Uka jalj uñjjattʼäta Copia luraña




ໂຢຊວຍ 10:2
16 Jak'a apnaqawi uñst'ayäwi  

ໃນຂະນະ​ດຽວກັນ​ນັ້ນ ໂຢອາບ​ກໍ​ພວມ​ສືບຕໍ່​ໂຈມຕີ​ຣັບບາ ເມືອງຫລວງ​ຂອງ​ຊາວ​ອຳໂມນ ແລະ​ໃກ້​ຈະ​ຢຶດເອົາ​ໄດ້​ແລ້ວ.


ສິ່ງໃດ​ຄົນຊົ່ວ​ຄິດ​ຢ້ານ ມັນ​ຈະ​ມາ​ເຖິງ​ພວກເຂົາ, ແຕ່​ສິ່ງໃດ​ທີ່​ຄົນ​ຊອບທຳ​ປາຖະໜາ​ກໍ​ຈະ​ຊົງ​ປະທານ​ໃຫ້.


ບ່ອນ​ໃດ​ກໍຕາມ​ທີ່​ພວກເຈົ້າ​ຈະ​ຢຽບ​ຍ່າງ​ເຂົ້າ​ໄປ​ໃນ​ດິນແດນ​ນັ້ນ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ເຮັດ​ໃຫ້​ປະຊາຊົນ​ເກງກົວ​ພວກເຈົ້າ ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້ ແລະ​ຈະ​ບໍ່ມີ​ຜູ້ໃດ​ກ້າ​ຂັດຂວາງ​ພວກເຈົ້າ.


ຕັ້ງແຕ່​ວັນ​ນີ້​ໄປ ເຮົາ​ຈະ​ເຮັດ​ໃຫ້​ປະຊາຊົນ​ທົ່ວ​ທຸກ​ບ່ອນ​ຢ້ານກົວ​ພວກເຈົ້າ. ທຸກຄົນ​ຈະ​ຢ້ານກົວ​ຈົນ​ຕົວ​ສັ່ນ​ຂວັນເສຍ ເມື່ອ​ພວກເຂົາ​ໄດ້ຍິນ​ຊື່​ຂອງ​ພວກເຈົ້າ.”’


ແລ້ວ​ທຸກ​ຊົນຊາດ​ເທິງ​ແຜ່ນດິນ​ໂລກ​ກໍ​ຈະ​ເຫັນ​ວ່າ ພວກເຈົ້າ​ເປັນ​ທີ່​ເອີ້ນ​ໂດຍ​ນາມຊື່​ພຣະເຈົ້າຢາເວ ແລະ​ພວກເຂົາ​ຈະ​ຢ້ານກົວ​ພວກເຈົ້າ.


ເຫຼືອ​ແຕ່​ຄວາມ​ຢ້ານກົວ​ອັນ​ພິລຶກ ໃນ​ການ​ລໍ​ຖ້າ​ການ​ພິພາກສາ​ລົງໂທດ ແລະ​ໄຟ​ອັນ​ຮ້ອນກ້າ​ທີ່​ຈະ​ເຜົາຜານ​ບັນດາ​ຄົນ​ທີ່​ຕໍ່ສູ້​ພຣະເຈົ້າ.


ການ​ຕົກ​ຢູ່​ໃນ​ເງື້ອມມື​ຂອງ​ພຣະເຈົ້າ ອົງ​ຊົງ​ຊີວິດ​ຢູ່​ນັ້ນ ເປັນ​ສິ່ງ​ທີ່​ໜ້າຢ້ານກົວ​ຢ່າງ​ໃຫຍ່ຫລວງ.


ພວກເຂົາ​ເວົ້າ​ວ່າ, “ພວກເຮົາ​ແນ່ໃຈ​ວ່າ ພຣະເຈົ້າຢາເວ​ໄດ້​ມອບ​ດິນແດນ​ທັງໝົດ​ໃຫ້​ແກ່​ພວກເຮົາ. ປະຊາຊົນ​ທຸກຄົນ​ໃນ​ເມືອງ​ນັ້ນ ຕ່າງ​ກໍ​ສະທ້ານ​ຢ້ານກົວ​ພວກເຮົາ.”


ພວກເຂົາ​ໄດ້​ຕອບ​ວ່າ, “ທ່ານເອີຍ ພວກ​ຂ້ານ້ອຍ​ໄດ້​ເຮັດ​ເຊັ່ນນີ້ ເພາະ​ຮູ້​ວ່າ​ເປັນ​ຄວາມຈິງ​ແທ້ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ​ໄດ້​ສັ່ງ​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະອົງ ໃຫ້​ມອບ​ດິນແດນ​ທັງໝົດ​ນີ້​ແກ່​ພວກທ່ານ ແລະ​ຍັງ​ສັ່ງ​ພວກທ່ານ​ໃຫ້​ຂ້າ​ທຸກຄົນ​ໃນ​ບ່ອນ​ທີ່​ພວກທ່ານ​ໄດ້​ເຂົ້າ​ຢຶດຄອງ. ພວກ​ຂ້ານ້ອຍ​ໄດ້​ເຮັດ​ລົງ​ໄປ ເພາະ​ພວກ​ຂ້ານ້ອຍ​ຢ້ານ​ພວກທ່ານ​ຫລາຍ ພວກ​ຂ້ານ້ອຍ​ຢ້ານ​ຕາຍ.


ເມື່ອ​ຊາວ​ກີເບໂອນ​ຜູ້​ທີ່​ເປັນ​ຄົນ​ຮີວີ​ໄດ້ຍິນ​ເຖິງ​ເລື່ອງ ຊຶ່ງ​ໂຢຊວຍ​ໄດ້​ເຮັດ​ຕໍ່​ເມືອງ​ເຢຣິໂກ​ແລະ​ເມືອງ​ອາອີ


ດາວິດ​ໄດ້​ເວົ້າ​ກັບ​ເຈົ້າ​ອາກີເຊ​ວ່າ, “ຖ້າ​ທ່ານ​ເມດຕາ​ຂ້ານ້ອຍ ຂໍ​ໃຫ້​ທ່ານ​ເອົາ​ເມືອງ​ໜຶ່ງ​ນ້ອຍໆ​ໃຫ້​ຂ້ານ້ອຍ​ອາໄສ​ຢູ່. ທ່ານເອີຍ ທ່ານ​ບໍ່​ຈຳເປັນ​ໃຫ້​ຂ້ານ້ອຍ​ຕ້ອງ​ອາໄສ​ຢູ່​ນຳ​ທ່ານ​ໃນ​ເມືອງເອກ​ນີ້​ດອກ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka