16 ເຖິງຢ່າງໃດກໍຕາມ ກະສັດອາໂມທັງຫ້າຄົນນັ້ນໄດ້ປົບໜີໄປລີ້ຢູ່ໃນຖໍ້າມັກເກດາ.
ກະສັດກັບກອງທັບກຳລັງແລ່ນປົບໜີໄປ ພວກຜູ້ຍິງໃນເຮືອນກໍແບ່ງສິ່ງທີ່ພວກເຂົາຢຶດໄດ້.
(ເປັນຫຍັງບາງຄົນໃນພວກເຈົ້າຈຶ່ງຢູ່ໃນຄອກແກະມື້ທີ່ສູ້ຮົບນັ້ນ?) ເຖິງປານນັ້ນເໝືອນດັ່ງນົກກາງແກໃຊ້ເງິນເຄືອບປີກ ແລະຂົນຂອງມັນເຄືອບດ້ວຍຄຳສົດ.
ເຖິງແມ່ນວ່າ ພວກເຂົາຈະຂຸດຊ່ອງທາງໄປສູ່ພິພົບຄົນຕາຍ ເຮົາກໍຈະໄລ່ຈັບພວກເຂົາໃຫ້ທັນ. ຖ້າພວກເຂົາປີນຂຶ້ນເມືອສະຫວັນ ເຮົາກໍຈະດຶງພວກເຂົາລົງມາ.
ພວກເຂົາຈະລິເລືອໄປຕາມຂີ້ຝຸ່ນດິນເໝືອນດັ່ງງູ; ພວກເຂົາຈະອອກມາຈາກປ້ອມປ້ອງກັນທັງຢ້ານກົວຈົນສັ່ນເຊັນ. ພວກເຂົາຈະກັບມາຫາພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາດ້ວຍຄວາມຢຳເກງ.
ຫລັງຈາກນັ້ນ ໂຢຊວຍພ້ອມທັງກອງທັບໄດ້ກັບຄືນສູ່ຄ້າຍພັກທີ່ກິນການ.
ມີບາງຄົນໄດ້ພົບເຫັນກະສັດເຫຼົ່ານີ້ ຈຶ່ງໄດ້ໄປບອກໂຢຊວຍໃຫ້ຮູ້ບ່ອນທີ່ພວກເຂົາຫລົບລີ້ຢູ່.
ຝ່າຍກະສັດຂອງຊາວອາໂມທັງຫ້າຄົນນັ້ນຄື: ກະສັດແຫ່ງເຢຣູຊາເລັມ, ເຮັບໂຣນ, ຢາຣະມຸດ, ລາກິດ ແລະເອກໂລນ ກໍໄດ້ຮ່ວມກຳລັງກັນຍົກທັບມາອ້ອມ ແລະເຂົ້າບຸກໂຈມຕີເມືອງກີເບໂອນ.
ແລ້ວກະສັດທັງຫລາຍໃນໂລກ, ພວກຜູ້ປົກຄອງປະເທດແລະພວກເຈົ້ານາຍ, ພວກຄົນຮັ່ງມີແລະພວກຜູ້ມີອຳນາດ ແລະຄົນທັງຫລາຍບໍ່ວ່າເປັນທາດຮັບໃຊ້ ຫລືເປັນອິດສະຫລະ ຕ່າງກໍໄປລີ້ຢູ່ຕາມຖໍ້າ ແລະຢູ່ໃຕ້ໂງ່ນຫີນຕາມພູຕ່າງໆ.
ພວກມີດີອານເຂັ້ມແຂງກວ່າພວກອິດສະຣາເອນ; ສະນັ້ນ ພວກອິດສະຣາເອນຈຶ່ງໜີໄປລີ້ຢູ່ໃນຖໍ້າ ແລະຢູ່ໃນບ່ອນປອດໄພຕາມເທິງພູ.
ຕໍ່ມາ ພວກເຂົາໄດ້ບຸກໂຈມຕີພວກອິດສະຣາເອນຢ່າງດຸເດືອດ ຈົນພວກອິດສະຣາເອນຢູ່ໃນທ່າຈົນຕາແຈ. ພວກອິດສະຣາເອນບາງຄົນໄດ້ໜີໄປລີ້ຢູ່ໃນຖໍ້າ, ໃນໂກນ, ຢູ່ໃນລະຫວ່າງໂງ່ນຫີນ, ຢູ່ໃນຫລຸມ ແລະຢູ່ໃນນໍ້າສ້າງ.
ກະສັດໂຊນໄດ້ເຂົ້າໄປຖ່າຍຢູ່ໃນຖໍ້າແຫ່ງໜຶ່ງ ໃກ້ໆກັບຄອກແກະທີ່ຢູ່ແປະແຄມທາງ. ພໍດີຢູ່ໃນຖໍ້ານັ້ນມີດາວິດກັບພວກຄົນຂອງລາວລີ້ຢູ່.
ສ່ວນດາວິດກໍຍ່າງອອກມາຕາມຫລັງແລະຮ້ອງໃສ່ເພິ່ນວ່າ, “ຂ້າແດ່ພະຣາຊາ” ກະສັດໂຊນຫລຽວຫລັງເບິ່ງໄປອ້ອມໆ ແລະດາວິດກໍຂາບລົງດ້ວຍຄວາມນັບຖື