14 ກ່ອນນັ້ນແລະນັບແຕ່ນັ້ນມາ ບໍ່ເຄີຍມີວັນໃດທີ່ພຣະເຈົ້າຢາເວໄດ້ຟັງມະນຸດເໝືອນດັ່ງໃນວັນນັ້ນ ດ້ວຍວ່າພຣະເຈົ້າຢາເວໄດ້ເຮັດເສິກຊ່ວຍຊາວອິດສະຣາເອນ.
ພຣະເຈົ້າຢາເວຈະສູ້ຮົບຕາງພວກເຈົ້າ ໂດຍທີ່ພວກເຈົ້າບໍ່ຕ້ອງເຮັດຫຍັງເລີຍ.”
ພຣະອົງໄດ້ເຮັດໃຫ້ລໍ້ລົດຮົບຄາດິນ ແລະໝູນໄປໄດ້ຍາກເຕັມທີ. ເມື່ອເຫັນເປັນເຊັ່ນນັ້ນ ຊາວເອຢິບຈຶ່ງຮ້ອງວ່າ, “ພຣະເຈົ້າຢາເວກຳລັງເຂົ້າຂ້າງພວກອິດສະຣາເອນສູ້ຮົບພວກເຮົາ. ໃຫ້ພາກັນໜີອອກຈາກທີ່ນີ້ດຽວນີ້.”
ເທິງຂັ້ນໄດທີ່ເຈົ້າອາຮາດໄດ້ສ້າງ ພຣະອົງຈະເຮັດໃຫ້ເງົາຖອຍຫລັງສິບຂັ້ນ.” ແລະເງົານັ້ນກໍໄດ້ຖອຍຫລັງເທິງຂັ້ນໄດນັ້ນສິບຂັ້ນ.
ແລ້ວພຣະເຈົ້າຢາເວກໍຈະອອກໄປຕໍ່ສູ້ກັບຊົນຊາດເຫຼົ່ານັ້ນ ດັ່ງທີ່ພຣະອົງໄດ້ຕໍ່ສູ້ມາແລ້ວໃນອະດີດ.
ອົງພຣະຜູ້ເປັນເຈົ້າຈຶ່ງຊົງກ່າວວ່າ, “ຖ້າພວກເຈົ້າມີຄວາມເຊື່ອທໍ່ແກ່ນຜັກກາດເມັດໜຶ່ງ ເຈົ້າຈະບອກກົກມອນກົກນີ້ໄດ້ວ່າ, ‘ຈົ່ງຖອນຂຶ້ນ ອອກໄປປັກຢູ່ໃນທະເລ,’ ມັນກໍຈະຟັງຄວາມເຈົ້າ.”
ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈະເປັນຜູ້ນຳພາພວກເຈົ້າ ແລະພຣະອົງຈະຕໍ່ສູ້ພວກເຂົາແທນພວກເຈົ້າ ເໝືອນດັ່ງທີ່ພວກເຈົ້າໄດ້ເຫັນພຣະອົງເຮັດໃນປະເທດເອຢິບ
ຫລັງຈາກນັ້ນ ໂຢຊວຍພ້ອມທັງກອງທັບໄດ້ກັບຄືນສູ່ຄ້າຍພັກທີ່ກິນການ.
ໂຢຊວຍໄດ້ເອົາຊະນະກະສັດເຫຼົ່ານີ້ ພ້ອມທັງດິນແດນຂອງພວກເຂົາຢູ່ໃນບັ້ນຮົບດຽວ ຍ້ອນພຣະເຈົ້າຢາເວ ພຣະເຈົ້າຂອງຊາວອິດສະຣາເອນ ໄດ້ສູ້ຮົບເພື່ອຊາດອິດສະຣາເອນ.
ພວກເຈົ້າໄດ້ເຫັນທຸກສິ່ງທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ໄດ້ກະທຳຕໍ່ຊົນຊາດທັງປວງຍ້ອນເລື່ອງພວກເຈົ້າ. ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ສູ້ຮົບເພື່ອພວກເຈົ້າ.