Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 10:12 - ພຣະຄຳພີສັກສິ

12 ໃນ​ມື້​ທີ່​ພຣະເຈົ້າຢາເວ​ໄດ້​ບັນດານ​ໃຫ້ ພວກ​ອິດສະຣາເອນ​ຊະນະ​ພວກອາໂມ​ນັ້ນ ໂຢຊວຍ​ໄດ້​ກ່າວ​ຕໍ່​ພຣະເຈົ້າຢາເວ​ຕໍ່ໜ້າ​ຊາວ​ອິດສະຣາເອນ​ວ່າ, “ດວງອາທິດ​ເອີຍ ຈົ່ງ​ຢຸດ​ຢູ່​ທີ່​ເມືອງ​ກີເບໂອນ​ສາ ດວງເດືອນ​ເອີຍ ຈົ່ງ​ຢຸດ​ຢູ່​ເທິງ​ຮ່ອມພູ​ໄອຢາໂລນ​ເຖີດ.”

Uka jalj uñjjattʼäta Copia luraña




ໂຢຊວຍ 10:12
29 Jak'a apnaqawi uñst'ayäwi  

ອັບເນ​ລູກ​ຂອງ​ເນຣະ​ແລະ​ບັນດາ​ຂ້າຣາຊການ​ຂອງ​ເຈົ້າ​ອີຊະໂບເຊັດ​ລູກຊາຍ​ຂອງ​ໂຊນ ໄດ້​ອອກ​ຈາກ​ເມືອງ​ມະຫານາອິມ​ໄປ​ທີ່​ເມືອງ​ກີເບໂອນ.


ກະສັດ​ເຮເຊກີຢາ​ຕອບ​ວ່າ, “ເປັນ​ການ​ງ່າຍ​ທີ່​ຈະ​ໃຫ້​ເງົາ​ຍ້າຍ​ຂຶ້ນ​ໄປ​ອີກ​ສິບ​ຂັ້ນ; ໃຫ້​ເງົາ​ຖອຍ​ລົງ​ສິບ​ຂັ້ນ​ສາ.”


ຜູ້ທຳນວາຍ​ເອຊາຢາ​ພາວັນນາ​ອະທິຖານ​ຫາ​ພຣະເຈົ້າຢາເວ; ສະນັ້ນ ພຣະອົງ​ຈຶ່ງ​ເຮັດ​ໃຫ້​ເງົາ​ຖອຍ​ຫລັງ​ເທິງ​ຂັ້ນໄດ​ໂມງ ສິບ​ຂັ້ນ ທີ່​ຖືກ​ສ້າງ​ຂຶ້ນ​ໂດຍ​ກະສັດ​ອາຮາດ.


ເອຊາຢາ​ຕອບ​ວ່າ, “ພຣະເຈົ້າຢາເວ​ຈະ​ໃຫ້​ທ່ານ​ໄດ້​ເຫັນ​ໝາຍສຳຄັນ​ເພື່ອ​ພິສູດ​ວ່າ ພຣະເຈົ້າຢາເວ​ຈະ​ຮັກສາ​ຄຳສັນຍາ​ຂອງ​ພຣະອົງ​ຄື: ເງົາ​ຕາເວັນ​ທີ່​ໄດ້​ຄືບໜ້າ​ໄປ​ແລ້ວ​ສິບ​ຂັ້ນ ຫລື​ຈະ​ໃຫ້​ຢ້ອນ​ຄືນ​ມາ​ສິບ​ຂັ້ນ?”


ເບຣິຢາ​ແລະ​ເຊມາ​ເປັນ​ຫົວໜ້າ​ຄອບຄົວ​ຕ່າງໆ ທີ່​ຕັ້ງ​ຫຼັກແຫຼ່ງ​ຢູ່​ໃນ​ເມືອງ​ໄອຢາໂລນ ແລະ​ໄດ້​ຂັບໄລ່​ປະຊາຊົນ​ທີ່​ເຄີຍ​ອາໄສ​ຢູ່​ໃນ​ເມືອງກາດ​ອອກ​ໄປ.


ໂຊຣາ, ໄອຢາໂລນ ແລະ​ເຮັບໂຣນ.


ພຣະອົງ​ດຶງ​ຕາເວັນ​ໄວ້​ໄດ້​ບໍ່​ໃຫ້​ມັນ​ຂຶ້ນ​ມາ ແລະ​ໝູ່​ດວງດາວ​ບໍ່​ໃຫ້​ສ່ອງແສງ​ຮຸ່ງ​ແຈ້ງ.


ດວງຕາເວັນ ດວງເດືອນ ພ້ອມ​ດວງດາວ​ທັງຫລາຍ ທີ່​ສ່ອງແສງ​ແຈ້ງໃສ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ເທີ້ນ.


ແຕ່​ປານນັ້ນ​ຖ້ອຍຄຳ​ຂອງ​ເຂົາເຈົ້າ ກໍ​ແຜ່​ທົ່ວ​ໂລກາ ລືຊາ​ປາກົດ​ໄປ​ເຖິງ​ທີ່ສຸດ​ປາຍ​ແຜ່ນດິນ​ໂລກ. ທີ່​ເທິງ​ຈັກກະວານ ພຣະອົງ​ໄດ້​ສ້າງ​ທີ່​ຢູ່​ໃຫ້​ດວງຕາເວັນ


ພຣະອົງ​ໄດ້ສ້າງ​ກາງເວັນ​ແລະ​ກາງຄືນ ດວງອາທິດ​ແລະ​ດວງເດືອນ​ກໍໄດ້​ຖືກ​ຕັ້ງ​ໄວ້.


ພຣະເຈົ້າຢາເວ​ຈະ​ຕໍ່ສູ້ ດັ່ງ​ທີ່​ພຣະອົງ​ໄດ້​ຕໍ່ສູ້​ທີ່​ພູ​ເປຣາຊີມ ແລະ​ຢູ່​ໃນ​ຮ່ອມພູ​ກີເບໂອນ​ເພື່ອ​ເຮັດ​ໃນ​ສິ່ງ​ທີ່​ພຣະອົງ​ຢາກ​ເຮັດ; ການ​ກະທຳ​ຂອງ​ພຣະອົງ​ເບິ່ງ​ແລ້ວ​ເປັນ​ການ​ແປກ​ປະຫລາດ​ແທ້ ພຣະອົງ​ຈະ​ເຮັດ​ພາລະກິດ​ຂອງ​ພຣະອົງ​ໃຫ້​ຄົບຖ້ວນ ຄື​ພາລະກິດ​ທີ່​ລຶກລັບ​ຂອງ​ພຣະອົງ.


ເທິງ​ຂັ້ນໄດ​ທີ່​ເຈົ້າ​ອາຮາດ​ໄດ້​ສ້າງ ພຣະອົງ​ຈະ​ເຮັດ​ໃຫ້​ເງົາ​ຖອຍ​ຫລັງ​ສິບ​ຂັ້ນ.” ແລະ​ເງົາ​ນັ້ນ​ກໍໄດ້​ຖອຍຫລັງ​ເທິງ​ຂັ້ນໄດ​ນັ້ນ​ສິບ​ຂັ້ນ.


ມື້​ທີ່​ເຈົ້າ​ໂສກເສົ້າ​ເສຍໃຈ​ຈະ​ສິ້ນສຸດ​ໄປ ພຣະເຈົ້າຢາເວ​ຈະ​ເປັນ​ແຈ້ງ​ຂອງເຈົ້າ ຄື​ເປັນ​ຄວາມ​ສະຫວ່າງ​ຂອງເຈົ້າ​ຕະຫລອດໄປ ສ່ອງ​ແສງແຈ້ງ​ກວ່າ​ຕາເວັນ​ແລະ​ເດືອນ​ອີກ.


ໃນ​ປີ​ດຽວກັນ​ນັ້ນ ຄື​ໃນ​ເດືອນ​ທີ​ຫ້າ​ຂອງ​ຣາຊການ​ປີ​ທີ​ສີ່​ຂອງ​ກະສັດ​ເຊເດກີຢາ​ແຫ່ງ​ຢູດາຍ ຜູ້ທຳນວາຍ​ຮານານີຢາ​ລູກຊາຍ​ຂອງ​ອັດຊູຣະ ຊາວ​ເມືອງ​ກີເບໂອນ ໄດ້​ເວົ້າ​ຕໍ່​ຂ້າພະເຈົ້າ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ. ຢູ່​ຊ້ອງໜ້າ​ຂອງ​ພວກ​ປະໂຣຫິດ ແລະ​ປະຊາຊົນ​ໃນ​ທີ່ນັ້ນ ລາວ​ໄດ້​ເວົ້າ​ຕໍ່​ຂ້າພະເຈົ້າ​ວ່າ,


“ເຖິງ​ຢ່າງ​ໃດ​ກໍຕາມ ປະຊາຊົນ​ຂອງເຮົາ​ເອີຍ ເພາະ​ເຫັນ​ແກ່​ພວກເຈົ້າ ເຮົາ​ໄດ້​ທຳລາຍ​ຊາວ​ອາໂມ​ຈົນກ້ຽງ ຄື​ຄົນ​ສູງ​ດັ່ງ​ຕົ້ນແປກ​ແລະ​ແຂງແຮງ​ດັ່ງ​ຕົ້ນໂອກ.


ໃນ​ວັນນັ້ນ ເຮົາ​ຈະ​ໃຫ້​ຕາເວັນຕົກ​ໃນ​ຍາມ​ທ່ຽງ ແລະ​ແຜ່ນດິນ​ໂລກ​ຈະ​ມືດມົນ​ໃນ​ຍາມ​ກາງເວັນ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.


ແຕ່​ພຣະເຈົ້າຢາເວ​ສະຖິດ​ຢູ່​ໃນ​ພຣະວິຫານ​ອັນ​ສັກສິດ; ຈົ່ງ​ໃຫ້​ມະນຸດ​ທຸກໆຄົນ​ຢູ່​ທີ່​ເທິງ​ແຜ່ນດິນ​ໂລກ​ນີ້ ມິດງຽບ​ຢູ່​ຊ້ອງໜ້າ​ພຣະອົງ​ເທີ້ນ.


ຕໍ່​ແສງ​ແມບມາບ​ຂອງ​ລູກທະນູ​ທີ່​ຟົ້ງ​ໄປ​ຢ່າງໄວ ຕໍ່​ແສງ​ເຫລື້ອມໃສ​ຂອງ​ຫອກ​ທີ່​ຟົ້ງ​ຜ່ານ​ໄປ​ນັ້ນ ດວງຕາເວັນ​ກໍ​ຍັງ​ໄດ້​ຢູ່​ກັບ​ບ່ອນ​ຂອງມັນ ແລະ​ດວງເດືອນ​ກໍ​ຍັງ​ບໍ່ໄດ້​ເຄື່ອນຍ້າຍ.


ທຸກໆຄົນ​ຈົ່ງ​ງຽບສະຫງົບ​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ ເພາະ​ພຣະອົງ​ກຳລັງ​ມາ​ແຕ່​ສະຖານທີ່​ຢູ່​ອັນ​ບໍຣິສຸດ​ຂອງ​ພຣະອົງ.


ໂດຍ​ຂາບໄຫວ້​ແລະ​ຮັບໃຊ້​ບັນດາ​ພະອື່ນ ຫລື​ຂາບໄຫວ້​ຕາເວັນ, ເດືອນ ແລະ​ດວງດາວ​ຕ່າງໆ ຊຶ່ງ​ເປັນ​ທີ່​ຕ້ອງ​ຫ້າມ


ຢ່າ​ໃຫ້​ຖືກ​ລໍ້ລວງ​ໄປ​ຂາບໄຫວ້​ແລະ​ຮັບໃຊ້ ສິ່ງ​ທີ່​ພວກເຈົ້າ​ເຫັນ​ໃນ​ຈັກກະວານ ເຊັ່ນ: ຕາເວັນ, ດວງເດືອນ ແລະ​ດວງດາວ​ຕ່າງໆ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໄດ້​ໃຫ້​ໝົດ​ທຸກ​ຊົນຊາດ​ອື່ນໆ​ຂາບໄຫວ້​ສິ່ງ​ເຫຼົ່ານີ້.


ດວງອາທິດ​ຍັງ​ຢຸດ​ຢູ່​ແລະ​ດວງເດືອນ​ກໍ​ບໍ່ໄດ້​ເຄື່ອນຍ້າຍ​ໄປ​ໃສ ຈົນກວ່າ​ຄົນ​ໃນ​ຊາດ​ອິດສະຣາເອນ​ໄດ້​ຊະນະ​ເຫຼົ່າ​ສັດຕູ. ເລື່ອງ​ນີ້​ໄດ້​ມີ​ບັນທຶກ​ໄວ້​ໃນ​ໜັງສື​ຂອງ​ຢາຊາ. ດວງອາທິດ​ຍັງ​ຢຸດ​ຢູ່​ກາງ​ທ້ອງຟ້າ ໂດຍ​ບໍ່​ເຄື່ອນຍ້າຍ​ຈົນ​ຄົບ​ໜຶ່ງ​ວັນ.


ຊາອານບິມ, ໄອຢາໂລນ, ອິດລາ,


ໄອຢາໂລນ ແລະ​ກາດຣິມໂມນ ພ້ອມ​ທັງ​ທົ່ງຫຍ້າ.


ແລ້ວ​ເພິ່ນ​ໄດ້​ຕາຍໄປ​ແລະ​ໄດ້​ຖືກ​ຝັງ​ໄວ້​ທີ່​ໄອຢາໂລນ​ໃນ​ເຂດແດນ​ເຊບູໂລນ.


ທີ່​ເທິງ​ຟ້າ​ສະຫວັນ ດວງດາວ​ທັງຫລາຍ​ກໍ​ມາ​ສູ້ຮົບ ເຄື່ອນຍ້າຍ​ຕາມ​ມາ​ຕໍ່ສູ້​ສີເສຣາ.


ດັ່ງນັ້ນ ຊາມູເອນ​ຈຶ່ງ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ແລະ​ໃນ​ມື້​ນັ້ນ​ເອງ ພຣະເຈົ້າຢາເວ​ໄດ້​ສົ່ງ​ສຽງ​ຟ້າຮ້ອງ​ມາ ແລະ​ຝົນ​ກໍ​ຕົກ. ແລ້ວ​ປະຊາຊົນ​ທຸກຄົນ​ກໍ​ເກີດ​ຢ້ານກົວ​ພຣະເຈົ້າຢາເວ ແລະ ຊາມູເອນ;


ໃນ​ມື້​ນັ້ນ ພວກ​ອິດສະຣາເອນ​ໄດ້​ຮົບ​ຊະນະ​ພວກ​ຟີລິດສະຕິນ ໂດຍ​ຕໍ່ສູ້​ກັນ​ຕະຫລອດ​ທາງ ຕັ້ງແຕ່​ມິກມາດ​ຈົນ​ຮອດ​ເມືອງ​ໄອຢາໂລນ ມາ​ຮອດ​ຕອນ​ນີ້ ພວກ​ອິດສະຣາເອນ​ຕ່າງ​ກໍ​ອ່ອນແຮງ​ລົງ​ຍ້ອນ​ຫິວເຂົ້າ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka