Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 10:1 - ພຣະຄຳພີສັກສິ

1 ເຈົ້າ​ອາໂດນີ​ເຊເດັກ​ກະສັດ​ແຫ່ງ​ເຢຣູຊາເລັມ ໄດ້ຍິນ​ຂ່າວ​ວ່າ ໂຢຊວຍ​ຢຶດ​ແລະ​ທຳລາຍ​ເມືອງ​ອາອີ​ຈົນກ້ຽງ ແລະ​ໄດ້​ຂ້າ​ກະສັດ​ໃນ​ເມືອງ​ນັ້ນ ດັ່ງ​ທີ່​ເພິ່ນ​ໄດ້​ເຮັດ​ຕໍ່​ເມືອງ​ເຢຣິໂກ ແລະ​ກະສັດ​ໃນ​ເມືອງ​ນີ້. ເພິ່ນ​ຍັງ​ໄດ້ຍິນ​ວ່າ ຊາວ​ກີເບໂອນ​ໄດ້​ເຮັດ​ສັນຍາ​ສັນຕິພາບ​ກັບ​ຊາວ​ອິດສະຣາເອນ​ແລ້ວ ແລະ​ໄດ້​ອາໄສ​ຢູ່​ນຳ​ພວກເຂົາ.

Uka jalj uñjjattʼäta Copia luraña




ໂຢຊວຍ 10:1
10 Jak'a apnaqawi uñst'ayäwi  

ແລ້ວ​ເຈົ້າ​ເມຄີເຊເດັກ​ຜູ້​ທີ່​ເປັນ​ກະສັດ​ແຫ່ງ​ນະຄອນ​ຊາເລັມ ທັງ​ເປັນ​ປະໂຣຫິດ​ຂອງ​ພຣະເຈົ້າ​ອົງ​ສູງສຸດ ກໍ​ເອົາ​ເຂົ້າຈີ່​ກັບ​ເຫຼົ້າ​ອະງຸ່ນ​ໃຫ້​ອັບຣາມ ແລະ​ອວຍພອນ​ເພິ່ນ


ສ່ວນ​ເມຄີເຊເດັກ​ຜູ້​ນີ້ ຄື​ກະສັດ​ແຫ່ງ​ເມືອງ​ຊາເລັມ ເປັນ​ປະໂຣຫິດ​ຂອງ​ພຣະເຈົ້າ​ຜູ້​ສູງສຸດ ໄດ້​ພົບ​ອັບຣາຮາມ ຂະນະທີ່​ອັບຣາຮາມ​ກຳລັງ​ກັບ​ມາ​ຈາກ​ການ​ຮົບ​ກັບ​ກະສັດ​ທັງຫລາຍ​ດ້ວຍ​ໄຊຊະນະ ແລະ​ໄດ້​ຊົງ​ອວຍພອນ​ແກ່​ເພິ່ນ.


ດັ່ງນັ້ນ ເຈົ້າ​ອາໂດນີ​ເຊເດັກ​ຈຶ່ງ​ໄດ້​ສົ່ງ​ຄົນ​ນຳ​ສານ ໄປ​ຫາ​ເຈົ້າ​ໂຮຮາມ​ກະສັດ​ແຫ່ງ​ເຮັບໂຣນ, ເຈົ້າ​ປີຣາມ​ກະສັດ​ແຫ່ງ​ຢາຣະມຸດ, ເຈົ້າ​ຢາເຟຍ​ກະສັດ​ແຫ່ງ​ລາກິດ ແລະ ເຈົ້າ​ເດບີ​ກະສັດ​ແຫ່ງ​ເອກໂລນ​ວ່າ,


ພວກເຂົາ​ໄດ້​ໃຊ້​ດາບ​ຂ້າ​ທັງ​ຍິງ​ແລະ​ຊາຍ ຜູ້ໜຸ່ມ​ແລະ​ຜູ້ເຖົ້າ, ຕະຫລອດ​ທັງ​ຝູງງົວ, ຝູງແກະ ແລະ​ຝູງ​ລໍ​ດ້ວຍ.


ເຈົ້າ​ຈົ່ງ​ເຮັດ​ຕໍ່​ເມືອງ​ອາອີ​ແລະ​ກະສັດ​ຂອງ​ເມືອງ​ນີ້ ເໝືອນດັ່ງ​ທີ່​ເຈົ້າ​ໄດ້​ເຮັດ​ຕໍ່​ເມືອງ​ເຢຣິໂກ​ແລະ​ກະສັດ​ຂອງ​ເມືອງ​ນັ້ນ. ແຕ່​ໃນຄັ້ງນີ້ ໃຫ້​ພວກເຈົ້າ​ເອົາ​ສິ່ງຂອງ ແລະ​ຝູງສັດ​ມາ​ເປັນ​ຂອງ​ພວກເຈົ້າ​ໄດ້. ຈົ່ງ​ຕຽມ​ໂຈມຕີ​ເມືອງ​ທາງ​ດ້ານຫລັງ ໂດຍ​ບໍ່​ໃຫ້​ພວກເຂົາ​ຮູ້ຕົວ.”


ເມື່ອ​ໂຢຊວຍ​ກັບ​ຄົນ​ຂອງ​ເພິ່ນ​ເຫັນ​ວ່າ ທະຫານ​ອິດສະຣາເອນ​ໄດ້​ຢຶດຄອງ​ເມືອງ​ແລະ​ຈູດ​ເມືອງ​ແລ້ວ ພວກເຂົາ​ກໍ​ຫັນ​ມາ​ເລີ່ມ​ຂ້າ​ພວກ​ຜູ້ຊາຍ​ອາອີ.


ເມື່ອ​ຊາວ​ກີເບໂອນ​ຜູ້​ທີ່​ເປັນ​ຄົນ​ຮີວີ​ໄດ້ຍິນ​ເຖິງ​ເລື່ອງ ຊຶ່ງ​ໂຢຊວຍ​ໄດ້​ເຮັດ​ຕໍ່​ເມືອງ​ເຢຣິໂກ​ແລະ​ເມືອງ​ອາອີ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka