ໂຢຊວຍ 1:6 - ພຣະຄຳພີສັກສິ6 ສະນັ້ນ ຈົ່ງມີໃຈເດັດດ່ຽວແລະກ້າຫານ ເພາະເຈົ້າຈະເປັນຜູ້ນຳພາປະຊາຊົນເຫຼົ່ານີ້ ເຂົ້າໄປຢຶດຄອງດິນແດນຊຶ່ງເຮົາໄດ້ສັນຍາວ່າ ຈະມອບໃຫ້ແກ່ປູ່ຍ່າຕາຍາຍຂອງພວກເຂົາ. Uka jalj uñjjattʼäta |
ກະສັດດາວິດໄດ້ສັ່ງໂຊໂລໂມນລູກຊາຍຂອງເພິ່ນວ່າ, “ຈົ່ງເດັດດ່ຽວ ແລະກ້າຫານ. ຈົ່ງລົງມືເຮັດວຽກ ແລະຢ່າໃຫ້ມີສິ່ງໃດສິ່ງໜຶ່ງຂັດຂວາງເຈົ້າເລີຍ. ພຣະເຈົ້າຢາເວ ພຣະເຈົ້າອົງທີ່ພໍ່ໄດ້ບົວລະບັດຮັບໃຊ້ນັ້ນຈະສະຖິດຢູ່ນຳເຈົ້າ. ພຣະອົງຈະບໍ່ປະຖິ້ມເຈົ້າແຕ່ພຣະອົງຈະຢູ່ນຳເຈົ້າ ຈົນກວ່າເຈົ້າຈະກໍ່ສ້າງວິຫານຂອງພຣະເຈົ້າຢາເວສຳເລັດ.
ເພິ່ນກ່າວວ່າ, “ພຣະເຈົ້າຮັກເຈົ້າ. ດັ່ງນັ້ນ ຢ່າໃຫ້ສິ່ງໃດເຮັດໃຫ້ເຈົ້າອຸກໃຈຫລືຢ້ານກົວເລີຍ.” ເມື່ອເພິ່ນໄດ້ກ່າວດັ່ງນີ້ແລ້ວ ຂ້າພະເຈົ້າກໍຮູ້ສຶກມີແຮງຂຶ້ນ ແລະເວົ້າວ່າ, “ນາຍເອີຍ ຈົ່ງບອກສິ່ງທີ່ທ່ານຈະຕ້ອງກ່າວນັ້ນສູ່ຂ້ານ້ອຍຟັງແດ່. ທ່ານໄດ້ເຮັດໃຫ້ຂ້ານ້ອຍມີແຮງຂຶ້ນແດ່ແລ້ວ.”
ດິນແດນເຫຼົ່ານີ້ລວມເອົາເຂດແດນທັງໝົດຂອງຊາວຊີໂດນ ຊຶ່ງຢູ່ຕາມເຂດເນີນພູລະຫວ່າງພູເລບານອນແລະເມືອງມີສະເຣໂຟດມາອີມ. ເຮົາຈະຂັບໄລ່ປະຊາຊົນເຫຼົ່ານີ້ທັງໝົດອອກໜີ ເມື່ອປະຊາຊົນອິດສະຣາເອນບຸກໜ້າເຂົ້າໄປ. ເຈົ້າຈະຕ້ອງແບ່ງປັນດິນແດນນີ້ໃຫ້ຊາວອິດສະຣາເອນ ຕາມທີ່ເຮົາໄດ້ສັ່ງເຈົ້າໃຫ້ເຮັດ.