2 “ໂມເຊຜູ້ຮັບໃຊ້ຂອງເຮົາກໍຕາຍໄປແລ້ວ ບັດນີ້ ເຈົ້າກັບປະຊາຊົນອິດສະຣາເອນທຸກຄົນ ຈົ່ງຕຽມຕົວໃຫ້ພ້ອມ ແລະຂ້າມແມ່ນໍ້າຈໍແດນ ເຂົ້າໄປໃນດິນແດນທີ່ເຮົາກຳລັງໃຫ້ພວກເຈົ້າ.
ເຮົາຈະມອບດິນແດນ ທີ່ເຈົ້າອາໄສຢູ່ປັດຈຸບັນໃນຖານະເປັນຄົນຕ່າງດ້າວນີ້ ໃຫ້ແກ່ເຈົ້າແລະເຊື້ອສາຍຂອງພວກເຈົ້າ. ດິນແດນການາອານທັງໝົດ ຈະເປັນຂອງພວກເຈົ້າຕະຫລອດໄປ ແລະເຮົາຈະເປັນພຣະເຈົ້າຂອງພວກເຂົາ.”
ພຣະອົງໃຫ້ພວກເພິ່ນມີລູກຫລານຢ່າງຫລວງຫລາຍ ດັ່ງໝູ່ດວງດາວຢູ່ໃນທ້ອງຟ້າ ໃຫ້ຕີເອົາດິນແດນໄດ້ຄືບ່ອນພວກເພິ່ນອາໄສຢູ່ ທີ່ຊົງໄດ້ສັນຍາໄວ້ກັບບັນພະບຸລຸດຂອງພວກເພິ່ນ.
ພຣະເຈົ້າຢາເວຖາມມານຊາຕານວ່າ, “ເຈົ້າໄດ້ສັງເກດເບິ່ງໂຢບ ຜູ້ຮັບໃຊ້ຂອງເຮົາບໍ? ເທິງແຜ່ນດິນໂລກນີ້ບໍ່ມີຜູ້ໃດທີ່ສັດຊື່ແລະດີເທົ່າກັບລາວ. ລາວຢຳເກງພຣະເຈົ້າແລະລະມັດລະວັງຕົວບໍ່ເຮັດຊົ່ວ.”
ພຣະເຈົ້າກ່າວວ່າ, “ນີ້ຄືຜູ້ຮັບໃຊ້ທີ່ເຮົາໃຫ້ກຳລັງ” “ຜູ້ທີ່ເຮົາໄດ້ເລືອກເອົາແລະພໍໃຈນຳດ້ວຍ. ເຮົາໃຫ້ລາວເຕັມໄປດ້ວຍພຣະວິນຍານຂອງເຮົາ ລາວຈະນຳຄວາມຍຸດຕິທຳມາສູ່ທຸກຊົນຊາດ.
ມັນແຕກຕ່າງກັບເມື່ອເຮົາກ່າວແກ່ໂມເຊ ຄົນຮັບໃຊ້ທີ່ສັດຊື່ຂອງເຮົາ; ເຮົາໄດ້ໃຫ້ລາວຮັບຜິດຊອບປະຊາຊົນອິດສະຣາເອນທັງໝົດຂອງເຮົາ.
ເຈົ້າຈົ່ງແນະນຳໂຢຊວຍແລະໃຫ້ກຳລັງໃຈລາວ ໃຫ້ເດັດດ່ຽວກ້າຫານຫລາຍຍິ່ງຂຶ້ນ ເພາະລາວຈະຕ້ອງເປັນຜູ້ນຳພາປະຊາຊົນຂ້າມແມ່ນໍ້າຈໍແດນ ເຂົ້າໄປຢຶດຄອງດິນແດນທີ່ເຈົ້າເຫັນຢູ່ນີ້.’
ແລ້ວໂມເຊກໍໄດ້ເອີ້ນໂຢຊວຍເຂົ້າມາຫາ ແລະກ່າວແກ່ລາວຕໍ່ໜ້າປະຊາຊົນອິດສະຣາເອນທັງໝົດວ່າ, “ຈົ່ງເດັດດ່ຽວແລະກ້າຫານ ເຈົ້າຕ້ອງເປັນຜູ້ທີ່ຈະນຳພາປະຊາຊົນເຫຼົ່ານີ້ເຂົ້າໄປຢຶດຄອງດິນແດນທີ່ພຣະເຈົ້າຢາເວໄດ້ສັນຍາໄວ້ກັບປູ່ຍ່າຕາຍາຍຂອງພວກເຮົາ.
ດັ່ງນັ້ນ ໂມເຊ ຜູ້ຮັບໃຊ້ຂອງພຣະເຈົ້າຢາເວ ຈຶ່ງໄດ້ຕາຍຢູ່ທີ່ນັ້ນໃນດິນແດນໂມອາບ ຕາມທີ່ພຣະເຈົ້າຢາເວໄດ້ບອກໄວ້.
ຫລັງຈາກໂມເຊຜູ້ຮັບໃຊ້ຂອງພຣະເຈົ້າຢາເວໄດ້ຕາຍໄປແລ້ວ ພຣະເຈົ້າຢາເວໄດ້ສັ່ງໂຢຊວຍລູກຊາຍຂອງນູນ ຜູ້ຊ່ວຍວຽກຂອງໂມເຊວ່າ,
ໃຫ້ໄປປ່າວເຕືອນປະຊາຊົນຕາມຄ້າຍພັກວ່າ, “ຈົ່ງຈັດແຈງເອົາອາຫານໃຫ້ພ້ອມ ເພາະພາຍໃນສາມວັນ ພວກເຈົ້າຈະຂ້າມແມ່ນໍ້າຈໍແດນເຂົ້າໄປຢຶດຄອງດິນແດນ ທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າກຳລັງຈະມອບໃຫ້.”