Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 1:17 - ພຣະຄຳພີສັກສິ

17 ພວກ​ຂ້ານ້ອຍ​ຈະ​ເຊື່ອຟັງ​ທ່ານ​ເໝືອນ​ດັ່ງ​ໄດ້​ເຊື່ອ​ຟັງ​ໂມເຊ​ເລື້ອຍ​ມາ. ຂໍ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ ຈົ່ງ​ສະຖິດ​ຢູ່​ກັບ​ທ່ານ​ເໝືອນດັ່ງ​ທີ່​ພຣະອົງ​ໄດ້​ສະຖິດ​ຢູ່​ກັບ​ໂມເຊ.

Uka jalj uñjjattʼäta Copia luraña




ໂຢຊວຍ 1:17
19 Jak'a apnaqawi uñst'ayäwi  

ຂ້ານ້ອຍ​ຄິດວ່າ​ຄຳສັນຍາ​ຂອງທ່ານ​ຈະ​ເຮັດ​ໃຫ້​ຂ້ານ້ອຍ​ພົ້ນ​ໄດ້ ເພາະ​ກະສັດ​ກໍ​ປຽບ​ດັ່ງ​ເທວະດາ​ຂອງ​ພຣະເຈົ້າ ທີ່​ແຍກ​ຄວາມດີ​ອອກ​ຈາກ​ຄວາມຊົ່ວ​ໄດ້. ຂໍ​ໃຫ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ​ສະຖິດ​ຢູ່​ກັບ​ທ່ານ​ເຖີດ.”


ພຣະເຈົ້າຢາເວ​ໄດ້​ສະຖິດ​ຢູ່​ກັບ​ເຈົ້ານາຍ​ແຫ່ງ​ກະສັດ​ຂອງ​ຂ້ານ້ອຍ​ຢ່າງ​ໃດ ກໍ​ຂໍ​ໃຫ້​ພຣະອົງ​ສະຖິດ​ຢູ່​ກັບ​ໂຊໂລໂມນ​ຢ່າງ​ນັ້ນ ແລະ​ຂໍ​ໃຫ້​ບັນລັງ​ຂອງ​ເພິ່ນ​ຈົ່ງ​ຈະເລີນ​ຮຸ່ງເຮືອງ​ກວ່າ​ບັນລັງ​ຂອງ​ເຈົ້ານາຍ​ແຫ່ງ​ກະສັດ​ດາວິດ​ຂອງ​ຂ້ານ້ອຍ​ເທີ້ນ.”


ກະສັດ​ດາວິດ​ໄດ້​ສັ່ງ​ໂຊໂລໂມນ​ລູກຊາຍ​ຂອງ​ເພິ່ນ​ວ່າ, “ຈົ່ງ​ເດັດດ່ຽວ ແລະ​ກ້າຫານ. ຈົ່ງ​ລົງມື​ເຮັດ​ວຽກ ແລະ​ຢ່າ​ໃຫ້​ມີ​ສິ່ງໃດສິ່ງໜຶ່ງ​ຂັດຂວາງ​ເຈົ້າ​ເລີຍ. ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ທີ່​ພໍ່​ໄດ້​ບົວລະບັດ​ຮັບໃຊ້​ນັ້ນ​ຈະ​ສະຖິດ​ຢູ່​ນຳ​ເຈົ້າ. ພຣະອົງ​ຈະ​ບໍ່​ປະຖິ້ມ​ເຈົ້າ​ແຕ່​ພຣະອົງ​ຈະ​ຢູ່​ນຳ​ເຈົ້າ ຈົນກວ່າ​ເຈົ້າ​ຈະ​ກໍ່ສ້າງ​ວິຫານ​ຂອງ​ພຣະເຈົ້າຢາເວ​ສຳເລັດ.


ເມື່ອ​ເດືອດຮ້ອນ​ຂໍ​ພຣະເຈົ້າຢາເວ​ຕອບ​ທ່ານ ຂໍໃຫ້​ພຣະນາມ​ຂອງ​ພຣະເຈົ້າ​ຂອງ​ຢາໂຄບ​ເປັນ​ທີ່​ເພິ່ງ​ຂອງທ່ານ​ເທີ້ນ


ຂໍ​ພຣະອົງ​ໂຜດ​ໃຫ້​ຕາມ​ທີ່​ທ່ານ​ປາຖະໜາ ແລະ​ນຳພາ​ແຜນການ​ທຸກຢ່າງ​ໃຫ້​ສຳເລັດ.


ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ໃຫ້​ໄຊຊະນະ​ແກ່​ກະສັດ ແລະ​ໂຜດ​ຕອບ ເມື່ອ​ພວກ​ຂ້ານ້ອຍ​ຮ້ອງຫາ​ດ້ວຍ.


ດັ່ງນັ້ນ ພຣະເຈົ້າຢາເວ​ໄດ້​ກ່າວ​ຕໍ່​ໂມເຊ​ວ່າ, “ຈົ່ງ​ໄປ​ເອົາ​ໂຢຊວຍ​ລູກຊາຍ​ຂອງ​ນູນ​ຜູ້​ທີ່​ມີ​ພຣະວິນຍານ ແລ້ວ​ຈົ່ງ​ວາງ​ມື​ເທິງ​ຫົວ​ລາວ​ແຕ່ງຕັ້ງ​ລາວ.


ເຈົ້າ​ຈົ່ງ​ມອບ​ສິດ​ແລະ​ອຳນາດ​ບາງ​ສ່ວນ​ຂອງ​ເຈົ້າ​ໃຫ້​ແກ່​ລາວ ເພື່ອ​ວ່າ​ຊຸມຊົນ​ອິດສະຣາເອນ​ທັງໝົດ​ຈະ​ຍອມ​ເຊື່ອຟັງ​ລາວ.


ປະຊາຊົນ​ທີ່​ຍ່າງ​ໄປ​ທາງ​ຫລັງ​ພຣະອົງ​ຮ້ອງ​ຂຶ້ນ​ວ່າ, “ໂຮຊັນນາ ແດ່​ບຸດ​ຂອງ​ດາວິດ ຂໍ​ພຣະເຈົ້າ​ອວຍພອນ​ທ່ານ​ຜູ້​ທີ່​ສະເດັດ​ມາ​ໃນ​ນາມ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ຈົ່ງ​ຊົງ​ພຣະ​ຈະເລີນ ໂຮຊັນນາ​ໃນ​ທີ່​ສູງສຸດ.”


ໂຢຊວຍ​ລູກຊາຍ​ຂອງ​ນູນ​ກໍ​ເຕັມ​ໄປ​ດ້ວຍ​ສະຕິປັນຍາ ເພາະວ່າ​ໂມເຊ​ໄດ້​ແຕ່ງຕັ້ງ​ເພິ່ນ​ໃຫ້​ຮັບ​ໜ້າທີ່​ແທນ. ປະຊາຊົນ​ອິດສະຣາເອນ​ໄດ້​ເຊື່ອຟັງ​ໂຢຊວຍ ແລະ​ໄດ້​ເຮັດ​ຕາມ​ຄຳສັ່ງ​ທຸກ​ຂໍ້​ທີ່​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ແກ່​ພວກເຂົາ​ຜ່ານ​ທາງ​ໂມເຊ.


ພວກເຂົາ​ໄດ້​ຕອບ​ໂຢຊວຍ​ວ່າ, “ພວກ​ຂ້ານ້ອຍ​ຈະ​ເຮັດ​ທຸກໆ​ສິ່ງ​ຕາມ​ທີ່​ທ່ານ​ໄດ້​ບອກ ແລະ​ຈະ​ໄປ​ທຸກໆ​ບ່ອນ​ທີ່​ທ່ານ​ຈະ​ສົ່ງ​ພວກ​ຂ້ານ້ອຍ​ໄປ.


ຜູ້ໃດ​ກໍຕາມ​ທີ່​ຖາມ​ເຖິງ​ສິດອຳນາດ​ຂອງ​ທ່ານ ຫລື​ບໍ່​ເຊື່ອ​ຟັງ​ຄຳສັ່ງ​ໃດໆ​ຂອງ​ທ່ານ ຈະ​ຕ້ອງ​ຖືກ​ປະຫານ​ຊີວິດ ຈົ່ງ​ມີ​ໃຈ​ເດັດດ່ຽວ​ແລະ​ກ້າຫານ​ເທີ້ນ.”


ໂຢຊວຍ​ເອີຍ ຕາບໃດ​ທີ່​ເຈົ້າ​ຍັງ​ມີ​ຊີວິດ​ຢູ່ ຈະ​ບໍ່ມີ​ໃຜ​ຊະນະ​ເຈົ້າ​ໄດ້. ເຮົາ​ຈະ​ຢູ່​ກັບ​ເຈົ້າ​ດັ່ງ​ທີ່​ເຮົາ​ໄດ້​ຢູ່​ກັບ​ໂມເຊ ເຮົາ​ຈະ​ຢູ່​ກັບ​ເຈົ້າ​ເລື້ອຍ​ໄປ ເຮົາ​ຈະ​ບໍ່​ປະຖິ້ມ​ເຈົ້າ.


ຈົ່ງ​ຈົດຈຳ​ວ່າ​ເຮົາ​ໄດ້​ສັ່ງ​ເຈົ້າ ຈົ່ງ​ມີ​ໃຈ​ເດັດດ່ຽວ​ແລະ​ກ້າຫານ ຢ່າ​ຢ້ານ​ຫລື​ທໍ້ຖອຍ​ກຳລັງ​ໃຈ ເພາະ​ເຮົາ​ຄື​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ ຢູ່​ກັບ​ເຈົ້າ​ໃນ​ທຸກໆ​ບ່ອນ​ທີ່​ເຈົ້າ​ໄປ.”


ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ກະທຳ​ໃນ​ມື້​ນັ້ນ ເຮັດ​ໃຫ້​ຊາວ​ອິດສະຣາເອນ​ຖື​ໂຢຊວຍ​ເປັນ​ຜູ້​ຍິ່ງໃຫຍ່​ຄົນ​ໜຶ່ງ. ພວກເຂົາ​ໃຫ້ກຽດ​ໂຢຊວຍ​ຕະຫລອດ​ຊົ່ວຊີວິດ​ຂອງ​ເພິ່ນ ເໝືອນດັ່ງ​ທີ່​ພວກເຂົາ​ໄດ້​ໃຫ້ກຽດ​ໂມເຊ.


ພຣະເຈົ້າຢາເວ​ໄດ້​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ໂຕສິງ​ກັບ​ໂຕໝີ​ມາ​ແລ້ວ​ຢ່າງໃດ; ພຣະອົງ​ກໍ​ຈະ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ຊາຍ​ຟີລິດສະຕິນ​ຄົນນີ້​ໄດ້​ເໝືອນກັນ​ຢ່າງນັ້ນ.” ກະສັດ​ໂຊນ​ຕອບ​ວ່າ, “ດີແລ້ວ ຈົ່ງ​ໄປ​ສາ ຂໍ​ພຣະເຈົ້າຢາເວ​ສະຖິດ​ຢູ່​ກັບ​ເຈົ້າ.”


ຖ້າ​ເພິ່ນ​ຍັງ​ມີ​ເຈດຕະນາ​ທຳຮ້າຍ​ເຈົ້າ ແລະ​ຖ້າ​ຂ້ອຍ​ບໍ່​ສົ່ງ​ຂ່າວ​ມາ​ບອກ​ໃຫ້​ເຈົ້າ​ໜີ​ໄປ​ຢ່າງ​ປອດໄພ ກໍ​ຂໍ​ໃຫ້​ພຣະເຈົ້າຢາເວ​ລົງໂທດ​ຂ້ອຍ​ເຖິງ​ຕາຍ. ຂໍ​ໃຫ້​ພຣະເຈົ້າຢາເວ​ສະຖິດ​ຢູ່​ກັບ​ເຈົ້າ ດັ່ງ​ທີ່​ພຣະອົງ​ເຄີຍ​ສະຖິດ​ຢູ່​ນຳ​ພໍ່​ຂອງຂ້ອຍ​ເຖີດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka