Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 1:16 - ພຣະຄຳພີສັກສິ

16 ພວກເຂົາ​ໄດ້​ຕອບ​ໂຢຊວຍ​ວ່າ, “ພວກ​ຂ້ານ້ອຍ​ຈະ​ເຮັດ​ທຸກໆ​ສິ່ງ​ຕາມ​ທີ່​ທ່ານ​ໄດ້​ບອກ ແລະ​ຈະ​ໄປ​ທຸກໆ​ບ່ອນ​ທີ່​ທ່ານ​ຈະ​ສົ່ງ​ພວກ​ຂ້ານ້ອຍ​ໄປ.

Uka jalj uñjjattʼäta Copia luraña




ໂຢຊວຍ 1:16
10 Jak'a apnaqawi uñst'ayäwi  

ແມ່ນ​ຄວາມ​ຮັບຜິດຊອບ​ຂອງທ່ານ​ທີ່​ຕ້ອງ​ລົງມື​ດຳເນີນການ. ສ່ວນ​ພວກ​ຂ້ານ້ອຍ​ແລ້ວ​ຈະ​ໜູນຫລັງ​ທ່ານ; ສະນັ້ນ ທ່ານ​ຈົ່ງ​ລົງມື​ດຳເນີນການ​ໂລດ.”


ຊາວ​ກາດ​ແລະ​ຊາວ​ຣູເບັນ​ໄດ້​ຢືນຢັນ​ກັບ​ໂມເຊ​ວ່າ, “ທ່ານເອີຍ ພວກເຮົາ​ຈະ​ເຮັດ​ຕາມ​ທີ່​ທ່ານ​ສັ່ງ


ຊາວ​ກາດ​ແລະ​ຊາວ​ຣູເບັນ​ໄດ້​ຕອບ​ຢືນຢັນ​ວ່າ, “ທ່ານເອີຍ ພວກເຮົາ​ຈະ​ເຮັດ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້.


ໂຢຊວຍ​ລູກຊາຍ​ຂອງ​ນູນ​ກໍ​ເຕັມ​ໄປ​ດ້ວຍ​ສະຕິປັນຍາ ເພາະວ່າ​ໂມເຊ​ໄດ້​ແຕ່ງຕັ້ງ​ເພິ່ນ​ໃຫ້​ຮັບ​ໜ້າທີ່​ແທນ. ປະຊາຊົນ​ອິດສະຣາເອນ​ໄດ້​ເຊື່ອຟັງ​ໂຢຊວຍ ແລະ​ໄດ້​ເຮັດ​ຕາມ​ຄຳສັ່ງ​ທຸກ​ຂໍ້​ທີ່​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ແກ່​ພວກເຂົາ​ຜ່ານ​ທາງ​ໂມເຊ.


ໂມເຊ​ເອີຍ ຈົ່ງ​ກັບຄືນ​ໄປ​ຟັງ​ທຸກ​ຖ້ອຍຄຳ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ພວກເຮົາ​ໄດ້​ກ່າວ​ສາ. ແລ້ວ​ໃຫ້​ທ່ານ​ກັບ​ມາ​ບອກ​ພວກເຮົາ ໃນ​ສິ່ງ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ໄດ້​ກ່າວ​ແກ່​ທ່ານ. ພວກເຮົາ​ຈະ​ເຊື່ອຟັງ ແລະ​ປະຕິບັດ​ຕາມ.’


ຈົ່ງ​ເຕືອນ​ສະຕິ​ພວກເຂົາ​ໃຫ້​ຢູ່​ໃຕ້​ບັງຄັບ​ຜູ້ປົກຄອງ ແລະ​ຜູ້​ມີ​ອຳນາດ ຄື​ໃຫ້​ນ້ອມຟັງ​ແລະ​ມີ​ໃຈ​ພ້ອມ​ທີ່​ຈະ​ເຮັດ​ການ​ດີ​ທຸກຢ່າງ.


ຈົນກວ່າ​ຈະ​ຕີ​ເອົາ​ໄດ້​ດິນແດນ​ທາງພາກ​ຕາເວັນຕົກ​ຂອງ​ແມ່ນໍ້າ​ຈໍແດນ ຊຶ່ງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ມອບ​ໃຫ້​ພວກເຂົາ. ເມື່ອ​ພຣະອົງ​ໃຫ້​ທຸກໆເຜົ່າ​ຂອງ​ຊາດ​ອິດສະຣາເອນ​ຢູ່​ຢ່າງ​ປອດໄພ​ແລ້ວ ພວກເຈົ້າ​ຈຶ່ງ​ຈະ​ກັບຄືນ​ມາ​ຕັ້ງ​ຖິ່ນຖານ ທີ່​ດິນແດນ​ຂອງ​ພວກເຈົ້າ​ທາງພາກ​ທິດ​ຕາເວັນອອກ​ພີ້​ໄດ້ ບ່ອນ​ທີ່​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ແກ່​ພວກເຈົ້າ.”


ພວກ​ຂ້ານ້ອຍ​ຈະ​ເຊື່ອຟັງ​ທ່ານ​ເໝືອນ​ດັ່ງ​ໄດ້​ເຊື່ອ​ຟັງ​ໂມເຊ​ເລື້ອຍ​ມາ. ຂໍ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ ຈົ່ງ​ສະຖິດ​ຢູ່​ກັບ​ທ່ານ​ເໝືອນດັ່ງ​ທີ່​ພຣະອົງ​ໄດ້​ສະຖິດ​ຢູ່​ກັບ​ໂມເຊ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka