Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 1:14 - ພຣະຄຳພີສັກສິ

14 ລູກ ເມຍ​ກັບ​ຝູງ​ສັດ​ລ້ຽງ​ຂອງ​ພວກເຈົ້າ​ຈະ​ພັກ​ຢູ່​ທີ່​ນີ້ ສ່ວນ​ທະຫານ​ທີ່​ປະກອບ​ອາວຸດ​ເພື່ອ​ອອກ​ຮົບ​ນັ້ນ ພວກເຂົາ​ຈະ​ຂ້າມ​ແມ່ນໍ້າ​ອອກ​ນຳໜ້າ​ບັນດາ​ພີ່ນ້ອງ​ຊາວ​ອິດສະຣາເອນ​ເພື່ອ​ຊ່ວຍ​ພວກເຂົາ

Uka jalj uñjjattʼäta Copia luraña




ໂຢຊວຍ 1:14
9 Jak'a apnaqawi uñst'ayäwi  

ດັ່ງນັ້ນ ພຣະອົງ​ຈຶ່ງ​ນຳ​ພວກເຂົາ​ອ້ອມ​ໄປ​ທາງ​ຖິ່ນ​ແຫ້ງແລ້ງ​ກັນດານ ແລະ​ມຸ້ງໜ້າ​ໄປ​ສູ່​ທະເລແດງ. ຊາວ​ອິດສະຣາເອນ​ຕ່າງ​ກໍ​ມີ​ອາວຸດ​ຄົບມື​ເພື່ອ​ຕຽມ​ສູ້ຮົບ.


ລູກ​ເມຍ​ກັບ​ຝູງສັດ​ຂອງ​ພວກເຮົາ​ຈະ​ຢູ່​ໃນ​ເມືອງ​ກີເລອາດ​ນີ້.


ນາຍ​ທະຫານ​ຈະ​ກ່າວ​ກັບ​ນັກຮົບ​ອີກ​ວ່າ, ‘ມີ​ຜູ້ໃດ​ແດ່​ໃນ​ທີ່​ນີ້ ທີ່​ເສຍຂວັນ​ແລະ​ຢ້ານ? ຖ້າ​ມີ ຈົ່ງ​ໃຫ້​ຜູ້ນັ້ນ​ກັບຄືນ​ເມືອ​ເຮືອນ​ສາ. ບໍ່​ດັ່ງນັ້ນ ລາວ​ອາດ​ຈະ​ເຮັດ​ໃຫ້​ຜູ້​ອື່ນ​ເສຍຂວັນ​ໄປ​ນຳ​ເໝືອນກັນ.’


ຂ້າພະເຈົ້າ​ຮູ້​ວ່າ​ພວກເຈົ້າ​ມີ​ຝູງສັດ​ຫລາຍ ສະນັ້ນ ຈົ່ງ​ໃຫ້​ພວກ​ລູກ​ເມຍ​ຂອງ​ພວກເຈົ້າ​ເທົ່ານັ້ນ​ຢູ່​ໃນ​ເມືອງ​ທາງ​ຟາກ​ນີ້ ທີ່​ເຮົາ​ໄດ້​ມອບ​ໃຫ້​ພວກເຈົ້າ​ນັ້ນ.


ລາວ​ໄດ້​ເລືອກ​ສັນ​ເອົາ​ດິນແດນ​ທີ່​ດີ​ຍິ່ງ​ໄວ້ ສິ່ງ​ທີ່​ເປັນ​ຂອງ​ຫົວໜ້າ​ກໍໄດ້​ມອບ​ໃຫ້​ພວກເຂົາ. ພວກເຂົາ​ໄດ້​ເຮັດ​ຕາມ​ຂໍ້ຄຳສັ່ງ​ຂອງ​ພຣະອົງ ແລະ​ເຮັດ​ຕາມ​ກົດບັນຍັດ​ຂອງ​ພຣະເຈົ້າຢາເວ ເມື່ອ​ບັນດາ​ຫົວໜ້າ​ຂອງ​ຊາດ​ອິດສະຣາເອນ ໄດ້​ມາ​ເຕົ້າ​ຮ່ວມ​ກັນ​ຄົບໜ້າ.”


“ຈົ່ງ​ຈົດຈຳ​ຖ້ອຍຄຳ​ທີ່​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າຢາເວ​ໄດ້​ບອກ​ພວກເຈົ້າ​ວ່າ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໄດ້​ມອບ​ດິນແດນ​ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ ໃຫ້​ເປັນ​ຖິ່ນຖານ​ຂອງ​ພວກເຈົ້າ.


ຈົນກວ່າ​ຈະ​ຕີ​ເອົາ​ໄດ້​ດິນແດນ​ທາງພາກ​ຕາເວັນຕົກ​ຂອງ​ແມ່ນໍ້າ​ຈໍແດນ ຊຶ່ງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ມອບ​ໃຫ້​ພວກເຂົາ. ເມື່ອ​ພຣະອົງ​ໃຫ້​ທຸກໆເຜົ່າ​ຂອງ​ຊາດ​ອິດສະຣາເອນ​ຢູ່​ຢ່າງ​ປອດໄພ​ແລ້ວ ພວກເຈົ້າ​ຈຶ່ງ​ຈະ​ກັບຄືນ​ມາ​ຕັ້ງ​ຖິ່ນຖານ ທີ່​ດິນແດນ​ຂອງ​ພວກເຈົ້າ​ທາງພາກ​ທິດ​ຕາເວັນອອກ​ພີ້​ໄດ້ ບ່ອນ​ທີ່​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ແກ່​ພວກເຈົ້າ.”


ສ່ວນ​ພວກ​ຜູ້ຊາຍ​ໃນ​ເຜົ່າ​ຣູເບັນ, ເຜົ່າກາດ ແລະ​ເຜົ່າ​ມານາເຊ​ເຄິ່ງເຜົ່າ​ທີ່​ຕຽມພ້ອມ​ໃນ​ການ​ສູ້ຮົບ ກໍໄດ້​ຂ້າມ​ແມ່ນໍ້າ​ໄປ​ກ່ອນ​ໝູ່​ຕາມ​ທີ່​ໂມເຊ​ໄດ້​ສັ່ງ.


ຍິງ​ຜູ້ນັ້ນ ນຸ່ງ​ເຄື່ອງ​ສີມ່ວງ​ອ່ອນ​ແລະ​ສີແດງເຂັ້ມ ແລະ​ປະດັບ​ຕົວ​ດ້ວຍ​ເຄື່ອງ​ຄຳ, ເພັດພອຍ ແລະ​ໄຂ່ມຸກ. ໃນ​ມື​ຂອງ​ນາງ​ມີ​ຈອກ​ຄຳ ທີ່​ເຕັມ​ແຕ່​ມົນທິນ​ອັນ​ໜ້າຂີ້ດຽດ ເປັນ​ຜົນ​ແຫ່ງ​ການ​ຜິດ​ສິນທຳ​ທາງ​ເພດ​ຂອງ​ນາງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka