ໂຢຊວຍ 1:11 - ພຣະຄຳພີສັກສິ11 ໃຫ້ໄປປ່າວເຕືອນປະຊາຊົນຕາມຄ້າຍພັກວ່າ, “ຈົ່ງຈັດແຈງເອົາອາຫານໃຫ້ພ້ອມ ເພາະພາຍໃນສາມວັນ ພວກເຈົ້າຈະຂ້າມແມ່ນໍ້າຈໍແດນເຂົ້າໄປຢຶດຄອງດິນແດນ ທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າກຳລັງຈະມອບໃຫ້.” Uka jalj uñjjattʼäta |
ໃນເວລາດຽວກັນນັ້ນ ຂ້າພະເຈົ້າໄດ້ໃຫ້ຄຳແນະນຳພວກເຂົາດັ່ງນີ້ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາໄດ້ມອບເຂດແດນ ທາງທິດຕາເວັນອອກຂອງແມ່ນໍ້າຈໍແດນນີ້ໃຫ້ພວກເຈົ້າຢຶດຄອງ. ບັດນີ້ ຈົ່ງປະກອບອາວຸດໃຫ້ພວກນັກຮົບຂອງພວກເຈົ້າ ແລະໃຊ້ພວກເຂົາໃຫ້ຂ້າມແມ່ນໍ້າຈໍແດນ ອອກໜ້າເຜົ່າອື່ນໆຂອງຊາດອິດສະຣາເອນ ເພື່ອໄປຊ່ວຍຢຶດຄອງດິນແດນໃຫ້ພວກເຂົາ.