Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 1:1 - ພຣະຄຳພີສັກສິ

1 ຫລັງຈາກ​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າຢາເວ​ໄດ້​ຕາຍໄປ​ແລ້ວ ພຣະເຈົ້າຢາເວ​ໄດ້​ສັ່ງ​ໂຢຊວຍ​ລູກຊາຍ​ຂອງ​ນູນ ຜູ້​ຊ່ວຍ​ວຽກ​ຂອງ​ໂມເຊ​ວ່າ,

Uka jalj uñjjattʼäta Copia luraña




ໂຢຊວຍ 1:1
29 Jak'a apnaqawi uñst'ayäwi  

ເອົາ​ນໍ້າມັນ​ເຈີມ​ຫົດສົງ​ເຢຮູ​ລູກຊາຍ​ຂອງ​ນິມຊີ ໃຫ້​ເປັນ​ກະສັດ​ແຫ່ງ​ອິດສະຣາເອນ ແລະ​ເອົາ​ນໍ້າມັນ​ເຈີມ​ຫົດສົງ​ເອລີຊາ​ລູກຊາຍ​ຂອງ​ຊາຟັດ​ຊາວ​ອາເບັນ​ເມໂຮລາ ໃຫ້​ເປັນ​ຜູ້ທຳນວາຍ​ສືບແທນ​ເຈົ້າ.


ກະສັດ​ເຢໂຮຊາຟັດ​ຈຶ່ງ​ຖາມ​ວ່າ, “ຢູ່​ທີ່​ນີ້ ມີ​ຜູ້ທຳນວາຍ​ຂອງ​ພຣະເຈົ້າຢາເວ​ພໍ​ທີ່​ພວກເຮົາ​ຈະ​ຖາມ​ພຣະເຈົ້າຢາເວ​ຜ່ານ​ທາງ​ເພິ່ນ​ໄດ້​ແດ່​ບໍ່?” ນາຍ​ທະຫານ​ຄົນ​ໜຶ່ງ​ໃນ​ກອງທັບ​ຂອງ​ກະສັດ​ໂຢຣາມ​ຕອບ​ວ່າ, “ເອລີຊາ ລູກຊາຍ​ຂອງ​ຊາຟັດ​ຢູ່​ບ່ອນ​ນີ້. ເພິ່ນ​ເຄີຍ​ເປັນ​ຜູ້​ຊ່ວຍ​ຂອງ​ເອລີຢາ.”


ປະຊາຊົນ​ທຸກຄົນ​ທີ່​ໄດ້​ກັບຄືນ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ຕ່າງ​ກໍ​ປຸກຕູບ​ຂຶ້ນ ແລະ​ອາໄສ​ຢູ່​ໃນ​ຕູບ​ນັ້ນ. ນີ້​ແມ່ນ​ເທື່ອ​ທຳອິດ​ທີ່​ໄດ້​ຖືກ​ຈັດ​ໃຫ້​ມີ​ຂຶ້ນ ນັບ​ຕັ້ງແຕ່​ສະໄໝ​ຂອງ​ໂຢຊວຍ​ລູກຊາຍ​ຂອງ​ນູນ ແລະ​ທຸກຄົນ​ຕ່າງ​ກໍ​ຕື່ນເຕັ້ນ​ປິຕິ​ຍິນດີ.


ໂມເຊ​ແລະ​ໂຢຊວຍ ຜູ້​ຊ່ວຍ​ຂອງຕົນ ຈຶ່ງ​ໄດ້​ຕຽມຕົວ ແລະ​ໂມເຊ​ກໍ​ເລີ່ມ ຂຶ້ນ​ໄປ​ທີ່​ເທິງ​ພູເຂົາ​ຂອງ​ພຣະເຈົ້າ.


ແລ້ວ​ໂຢຊວຍ​ລູກຊາຍ​ຂອງ​ນູນ ຜູ້​ຊ່ວຍ​ຂອງ​ໂມເຊ​ຕັ້ງແຕ່​ສະໄໝ​ຍັງ​ເປັນ​ໜຸ່ມ ກໍໄດ້​ເວົ້າ​ກັບ​ໂມເຊ​ວ່າ, “ທ່ານເອີຍ ຈົ່ງ​ໄປ​ບອກ​ພວກເຂົາ​ໃຫ້​ຢຸດ​ສາ.”


ມັນ​ແຕກຕ່າງ​ກັບ​ເມື່ອ​ເຮົາ​ກ່າວ​ແກ່​ໂມເຊ ຄົນ​ຮັບໃຊ້​ທີ່​ສັດຊື່​ຂອງເຮົາ; ເຮົາ​ໄດ້​ໃຫ້​ລາວ​ຮັບຜິດຊອບ​ປະຊາຊົນ​ອິດສະຣາເອນ​ທັງໝົດ​ຂອງເຮົາ.


ພວກ​ເຫຼົ່ານີ້​ແມ່ນ​ນັກສືບ​ສອດແນມ ທີ່​ໂມເຊ​ສົ່ງ​ໄປ​ສຳຫລວດ​ເບິ່ງ​ດິນແດນ. ເພິ່ນ​ໄດ້​ປ່ຽນ​ຊື່​ໃຫ້​ໂຮເຊຢາ​ລູກຊາຍ​ຂອງ​ນູນ​ວ່າ ໂຢຊວຍ.


ຄົນ​ໃດ​ທີ່​ສັດຊື່ ໃນ​ສິ່ງ​ຂອງ​ເລັກນ້ອຍ ກໍ​ຈະ​ສັດຊື່​ໃນ​ສິ່ງ​ຂອງ​ຫລາຍ​ດ້ວຍ ຄົນ​ໃດ​ທີ່​ບໍ່​ສັດຊື່ ໃນ​ສິ່ງ​ຂອງ​ເລັກນ້ອຍ ກໍ​ຈະ​ບໍ່​ສັດຊື່​ໃນ​ສິ່ງຂອງ​ຫລາຍ​ເໝືອນກັນ.


ຕໍ່ມາ ບັນພະບຸລຸດ​ຂອງ​ພວກເຮົາ ຜູ້​ທີ່​ໄດ້​ຮັບ​ຫໍເຕັນ​ຈາກ​ປູ່ຍ່າຕາຍາຍ​ຂອງ​ພວກ​ຕົນ ກໍ​ຫາມ​ຫໍເຕັນ​ໄປ​ນຳ ເມື່ອ​ພວກເຂົາ​ໄປ​ກັບ​ໂຢຊວຍ. ເມື່ອ​ຢຶດຄອງ​ເອົາ​ດິນແດນ​ຈາກ​ຊົນຊາດ​ຕ່າງໆ ຊຶ່ງ​ພຣະເຈົ້າ​ໄດ້​ຂັບໄລ່​ອອກ​ໃນ​ຂະນະທີ່​ພວກເຂົາ​ບຸກໜ້າ​ເຂົ້າ​ໄປ ຫໍເຕັນ​ນີ້​ກໍ​ມີ​ສືບມາ​ຈົນເຖິງ​ສະໄໝ​ຂອງ​ກະສັດ​ດາວິດ.


ເຮົາ​ຄື​ໂປໂລ ຜູ້ຮັບໃຊ້​ຄົນ​ໜຶ່ງ​ຂອງ​ພຣະເຢຊູ​ຄຣິດເຈົ້າ ທີ່​ພຣະອົງ​ຊົງ​ເອີ້ນ​ໃຫ້​ເປັນ​ອັກຄະສາວົກ ແລະ​ໄດ້​ຊົງ​ຄັດ​ອອກ​ຕັ້ງ​ໄວ້​ໃຫ້​ປະກາດ​ຂ່າວປະເສີດ​ຂອງ​ພຣະເຈົ້າ.


ແຕ່​ໂຢຊວຍ​ລູກຊາຍ​ຂອງ​ນູນ​ຜູ້​ຊ່ວຍ​ຂອງ​ເຈົ້າ ຈະ​ນຳ​ປະຊາຊົນ​ອິດສະຣາເອນ​ເຂົ້າ​ໄປ​ຢຶດຄອງ​ດິນແດນ. ສະນັ້ນ ຈົ່ງ​ໃຫ້​ກຳລັງໃຈ​ແກ່​ລາວ.’


ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ກ່າວ​ແກ່​ໂຢຊວຍ​ລູກຊາຍ​ຂອງ​ນູນ ໂດຍ​ໄດ້​ບອກ​ລາວ​ວ່າ, “ຈົ່ງ​ເດັດດ່ຽວ​ແລະ​ກ້າຫານ ເຈົ້າ​ຈະ​ນຳພາ​ປະຊາຊົນ​ອິດສະຣາເອນ​ເຂົ້າ​ໄປ​ໃນ​ດິນແດນ ທີ່​ເຮົາ​ໄດ້​ສັນຍາ​ໄວ້​ກັບ​ພວກເຂົາ​ແລະ​ເຮົາ​ຈະ​ຢູ່​ກັບ​ເຈົ້າ.”


ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ໄປ​ກ່ອນ​ໜ້າ​ພວກເຈົ້າ ແລະ​ພຣະອົງ​ຈະ​ທຳລາຍ​ຊົນຊາດ​ຕ່າງໆ​ທີ່​ອາໄສ​ຢູ່​ທີ່​ນັ້ນ ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ຢຶດຄອງ​ດິນແດນ​ຂອງ​ພວກເຂົາ; ໂຢຊວຍ​ຈະ​ເປັນ​ຜູ້​ນຳພາ​ຂອງ​ພວກເຈົ້າ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ບອກ​ໄວ້.


ຕໍ່ໄປນີ້ ແມ່ນ​ຄຳອວຍພອນ​ທີ່​ໂມເຊ​ຄົນ​ຂອງ​ພຣະເຈົ້າ ໄດ້​ກ່າວ​ໃຫ້​ປະຊາຊົນ​ອິດສະຣາເອນ​ກ່ອນ​ເພິ່ນ​ຈະ​ຕາຍ.


ແລະ​ດ້ວຍ​ພຣະຫັດ​ອັນຊົງ​ຣິດເດດ​ທັງສິ້ນ ແລະ​ດ້ວຍ​ການ​ອິດທິຣິດ​ອັນ​ໜ້າ​ຢ້ານກົວ​ອັນ​ຍິ່ງໃຫຍ່​ທັງໝົດ​ນີ້ ຄື​ກັບ​ໂມເຊ​ໄດ້​ເຮັດ​ຕໍ່ສາຍຕາ​ປະຊາຊົນ​ອິດສະຣາເອນ​ທັງໝົດ.


ດັ່ງນັ້ນ ໂມເຊ ຜູ້ຮັບໃຊ້​ຂອງ​ພຣະເຈົ້າຢາເວ ຈຶ່ງ​ໄດ້​ຕາຍ​ຢູ່​ທີ່​ນັ້ນ​ໃນ​ດິນແດນ​ໂມອາບ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ບອກ​ໄວ້.


ໂຢຊວຍ​ລູກຊາຍ​ຂອງ​ນູນ​ກໍ​ເຕັມ​ໄປ​ດ້ວຍ​ສະຕິປັນຍາ ເພາະວ່າ​ໂມເຊ​ໄດ້​ແຕ່ງຕັ້ງ​ເພິ່ນ​ໃຫ້​ຮັບ​ໜ້າທີ່​ແທນ. ປະຊາຊົນ​ອິດສະຣາເອນ​ໄດ້​ເຊື່ອຟັງ​ໂຢຊວຍ ແລະ​ໄດ້​ເຮັດ​ຕາມ​ຄຳສັ່ງ​ທຸກ​ຂໍ້​ທີ່​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ແກ່​ພວກເຂົາ​ຜ່ານ​ທາງ​ໂມເຊ.


ຈາກ ໂປໂລ ຜູ້ຮັບໃຊ້​ຂອງ​ພຣະເຈົ້າ ແລະ ອັກຄະສາວົກ​ຂອງ​ພຣະເຢຊູ​ຄຣິດເຈົ້າ. ເພື່ອ​ຊ່ວຍ​ສົ່ງເສີມ​ຄວາມເຊື່ອ​ຂອງ​ໄພ່ພົນ ທີ່​ພຣະເຈົ້າ​ໄດ້​ຊົງ​ເລືອກ​ໄວ້ ແລະ​ນຳ​ໄປ​ສູ່​ຄວາມຈິງ​ຕາມ​ການ​ນັບຖື​ພຣະເຈົ້າ​ຢ່າງ​ຖືກຕ້ອງ.


ຈາກ ຢາໂກໂບ, ຜູ້​ຮັບໃຊ້​ຂອງ​ພຣະເຈົ້າ ແລະ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ. ເຖິງ​ຄົນ​ສິບສອງ​ຕະກຸນ​ທີ່​ກະຈັດ​ກະຈາຍ​ຢູ່​ນັ້ນ.


ຈົນກວ່າ​ຈະ​ຕີ​ເອົາ​ໄດ້​ດິນແດນ​ທາງພາກ​ຕາເວັນຕົກ​ຂອງ​ແມ່ນໍ້າ​ຈໍແດນ ຊຶ່ງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ມອບ​ໃຫ້​ພວກເຂົາ. ເມື່ອ​ພຣະອົງ​ໃຫ້​ທຸກໆເຜົ່າ​ຂອງ​ຊາດ​ອິດສະຣາເອນ​ຢູ່​ຢ່າງ​ປອດໄພ​ແລ້ວ ພວກເຈົ້າ​ຈຶ່ງ​ຈະ​ກັບຄືນ​ມາ​ຕັ້ງ​ຖິ່ນຖານ ທີ່​ດິນແດນ​ຂອງ​ພວກເຈົ້າ​ທາງພາກ​ທິດ​ຕາເວັນອອກ​ພີ້​ໄດ້ ບ່ອນ​ທີ່​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ແກ່​ພວກເຈົ້າ.”


“ໂມເຊ​ຜູ້ຮັບໃຊ້​ຂອງເຮົາ​ກໍ​ຕາຍໄປ​ແລ້ວ ບັດນີ້ ເຈົ້າ​ກັບ​ປະຊາຊົນ​ອິດສະຣາເອນ​ທຸກຄົນ ຈົ່ງ​ຕຽມຕົວ​ໃຫ້​ພ້ອມ ແລະ​ຂ້າມ​ແມ່ນໍ້າ​ຈໍແດນ ເຂົ້າ​ໄປ​ໃນ​ດິນແດນ​ທີ່​ເຮົາ​ກຳລັງ​ໃຫ້​ພວກເຈົ້າ.


ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າຢາເວ​ແລະ​ປະຊາຊົນ​ອິດສະຣາເອນ​ໄດ້​ຮົບຊະນະ​ພວກເຂົາ. ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າຢາເວ​ໄດ້​ມອບ​ດິນແດນ​ຂອງ​ພວກເຂົາ ໃຫ້​ເຜົ່າ​ຣູເບັນ​ກັບ​ເຜົ່າກາດ​ແລະ​ເຜົ່າ​ມານາເຊ​ເຄິ່ງເຜົ່າ.


ແລະ​ເຮົາ​ເປັນ​ຜູ້​ມີ​ຊີວິດ​ຢູ່ ເຮົາ​ໄດ້​ຕາຍໄປ​ແລ້ວ ແຕ່​ເບິ່ງແມ! ເຮົາ​ກໍ​ມີ​ຊີວິດ​ຢູ່​ນິຣັນດອນ. ເຮົາ​ຖື​ລູກ​ກະແຈ​ແຫ່ງ​ຄວາມຕາຍ​ແລະ​ແດນ​ມໍຣະນາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka