Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢນາ 4:8 - ພຣະຄຳພີສັກສິ

8 ຫລັງຈາກ​ຕາເວັນ​ໄດ້​ຂຶ້ນ​ແລ້ວ ພຣະເຈົ້າ​ກໍ​ບັນດານ​ໃຫ້​ລົມຮ້ອນ​ພັດ​ມາ​ແຕ່​ທາງທິດ​ຕາເວັນອອກ ແລະ​ໂຢນາ​ເກືອບ​ສະຫລົບ​ໄປ ຍ້ອນ​ຄວາມຮ້ອນ​ຂອງ​ແສງ​ແດດ​ເຜົາ. ສະນັ້ນ ເພິ່ນ​ຈຶ່ງ​ຄິດ​ຢາກ​ຕາຍ. ເພິ່ນ​ເວົ້າ​ວ່າ, “ຂ້ານ້ອຍ​ຕາຍໄປ​ກໍດີກວ່າ​ທີ່​ຈະ​ມີ​ຊີວິດ​ຢູ່.”

Uka jalj uñjjattʼäta Copia luraña




ໂຢນາ 4:8
23 Jak'a apnaqawi uñst'ayäwi  

ແລ້ວ​ມີ​ຮວງເຂົ້າ​ເຈັດ​ຮວງ​ງອກ​ອອກ​ມາ​ເປັນ​ເມັດລີບ​ແລະ​ຫ່ຽວແຫ້ງ ເພາະ​ຖືກ​ລົມ​ທະເລຊາຍ​ພັດ


ສ່ວນ​ເພິ່ນ​ເອງ​ນັ້ນ​ຍ່າງ​ໄປ​ຕາມ​ຖິ່ນ​ແຫ້ງແລ້ງ​ກັນດານ​ໝົດມື້. ເພິ່ນ​ຢຸດ​ນັ່ງ​ພັກ​ຢູ່​ໃຕ້​ຮົ່ມ​ໄມ້​ຕົ້ນໜຶ່ງ ແລະ​ຄິດ​ຢາກ​ຈະ​ຕາຍ. ເພິ່ນ​ພາວັນນາ​ອະທິຖານ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ຂໍໂຜດ​ເອົາ​ຊີວິດ​ຂອງ​ຂ້ານ້ອຍ​ໄປ​ເທີ້ນ ເພາະ​ຂ້ານ້ອຍ​ບໍ່ດີ​ໄປກວ່າ​ປູ່ຍ່າຕາຍາຍ​ຂອງ​ຂ້ານ້ອຍ.”


ກະສັດ​ອາຮາບ​ໄດ້​ກັບ​ເມືອ​ວັງ​ທັງ​ໂສກເສົ້າ​ແລະ​ໂກດຮ້າຍ​ຍ້ອນ​ຄຳເວົ້າ​ຂອງ​ນາໂບດ​ຊາວ​ຢິດຊະເຣນ. ເພິ່ນ​ນອນ​ປິ່ນໜ້າ​ເຂົ້າ​ໃສ່​ຝາ​ເທິງ​ຕຽງ​ທັງ​ບໍ່​ຍອມ​ກິນ​ຫຍັງ​ເລີຍ.


ໂຢບ​ຕອບ​ວ່າ, “ເຈົ້າ​ຢ່າ​ເວົ້າ​ແບບ​ບໍ່ມີ​ຄວາມຄິດ​ຢ່າງນີ້​ແມ ເມື່ອ​ພຣະເຈົ້າ​ໃຫ້​ຂອງ​ດີ​ແກ່​ເຮົາ ເຮົາ​ກໍ​ຮັບ​ເອົາ​ໄວ້. ເມື່ອ​ພຣະອົງ​ໃຫ້​ຄວາມ​ລຳບາກ​ແກ່​ເຮົາ ເຮົາ​ຈະ​ຈົ່ມທຸກ​ໄດ້​ຢ່າງໃດ?” ເຖິງ​ແມ່ນ​ໄດ້​ຮັບ​ຄວາມ​ທົນທຸກ​ທັງໝົດ​ນີ້​ກໍຕາມ ແຕ່​ໂຢບ​ກໍ​ບໍ່ໄດ້​ເວົ້າ​ຫຍັງ​ຕໍ່ສູ້​ພຣະເຈົ້າ​ເລີຍ.


ຂໍ​ພຣະອົງ​ບີບ​ຄໍ​ຂ້ານ້ອຍ​ໃຫ້​ຕາຍ​ສາ​ກໍດີກວ່າ ທົນທຸກ​ຢູ່​ໃນ​ຮ່າງກາຍ​ນີ້​ທີ່​ແສນ​ເວດທະນາ.


ຕາເວັນ​ຈະ​ບໍ່​ເປັນ​ອັນຕະລາຍ​ແກ່​ເຈົ້າ​ໃນ​ກາງເວັນ ດວງເດືອນ​ກໍ​ຈະ​ບໍ່​ເປັນ​ອັນຕະລາຍ​ໃນ​ກາງຄືນ.


ຂ້ານ້ອຍ​ຈະ​ມິດງຽບ​ແລະ​ຈະ​ບໍ່​ເວົ້າ​ຫຍັງ​ຈັກ​ຄຳ ເພາະວ່າ​ພຣະອົງ​ໃຫ້​ເຮັດ​ຢູ່​ຢ່າງນີ້.


ຈົ່ງ​ລະງັບ​ຄວາມ​ໂມໂຫ​ຂອງເຈົ້າ​ໄວ້ ເພາະ​ຄົນໂງ່ຈ້າ​ນັ້ນ​ມີ​ຄວາມ​ໂກດແຄ້ນ​ຢູ່​ໃນໃຈ.


ຂໍ​ຢ່າ​ສູ່​ດູຖູກ​ຂ້ອຍ​ຍ້ອນ​ຜິວພັນ​ຂ້ອຍ​ເທາະ ເພາະ​ຕາເວັນ​ເຮັດ​ໃຫ້​ຂ້ອຍ​ດຳແຫລ້​ທົ່ວ​ຜິວພັນ. ພວກອ້າຍ​ຂ້ອຍ​ໃຈຮ້າຍ​ໃຫ້​ຂ້ອຍ​ໃດ ຈຶ່ງ​ບັງຄັບ​ຂ້ອຍ​ໃຫ້​ທຳງານ​ໃນ​ສວນອະງຸ່ນ​ພຸ້ນ. ຂ້ອຍ​ບໍ່ມີ​ເວລາ​ທີ່​ຈະ​ຮັກສາ​ສວນອະງຸ່ນ​ຂອງຂ້ອຍ​ເອງ ຄື​ບໍ່ມີ​ເວລາ​ຮັກສາ​ຕົນຕົວ​ຂອງຂ້ອຍ.


ພວກເຂົາ​ຈະ​ບໍ່​ຫິວເຂົ້າ ແລະ​ຢາກ​ນໍ້າ​ອີກ​ຕໍ່ໄປ ຕາເວັນ​ແລະ​ຖິ່ນ​ແຫ້ງແລ້ງ​ກັນດານ​ຈະ​ບໍ່​ທຳຮ້າຍ ດ້ວຍວ່າ, ພວກເຂົາ​ມີ​ຜູ້​ນຳພາ​ທີ່​ຮັກແພງ​ພວກເຂົາ​ຫລາຍ ພຣະອົງ​ຈະ​ນຳພາ​ພວກເຂົາ​ໄປ​ສູ່​ບໍ່​ນໍ້າພຸ.


ແຕ່​ມື​ຜູ້​ໂກດຮ້າຍ​ໄດ້​ຫລົກ​ຮາກ​ມັນ​ຖິ້ມ​ເສຍ ທັງ​ໄດ້​ໂຍນ​ມັນ​ຖິ້ມ​ລົງ​ສູ່​ພື້ນດິນ​ດ້ວຍ. ລົມ​ທິດ​ຕາເວັນອອກ​ເຮັດ​ໃຫ້​ໝາກ​ຫ່ຽວແຫ້ງ​ໄປ ກິ່ງ​ກໍ​ຫ່ຽວແຫ້ງ​ຕາຍ​ຖືກ​ເຜົາ​ໄຟ​ຖິ້ມ​ຈົນກ້ຽງ.


ເຖິງ​ແມ່ນ​ຊາດ​ອິດສະຣາເອນ​ອອກ​ດອກ ຮຸ່ງເຮືອງ​ຂຶ້ນ​ດັ່ງ​ຕົ້ນຫຍ້າ ເຮົາ​ກໍ​ຈະ​ສົ່ງ​ລົມ​ຮ້ອນ​ຈາກ​ທິດ​ຕາເວັນອອກ ພັດ​ມາ​ຈາກ​ຖິ່ນ​ແຫ້ງແລ້ງ​ກັນດານ; ລົມ​ນີ້​ຈະ​ເຮັດ​ໃຫ້​ນໍ້າພຸ​ແລະ​ນໍ້າສ້າງ​ຂອງ​ພວກເຂົາ​ແຫ້ງ​ລົງ. ມັນ​ຈະ​ພັດ​ເອົາ​ທຸກສິ່ງ​ທີ່​ມີຄ່າ​ໄປ.


ແລ້ວ​ໂມເຊ​ໄດ້​ກ່າວ​ແກ່​ອາໂຣນ​ວ່າ, “ພຣະເຈົ້າຢາເວ​ໄດ້​ປະກາດ​ໄວ້​ດັ່ງນີ້: ‘ທຸກຄົນ​ທີ່​ຮັບໃຊ້​ເຮົາ​ຕ້ອງ​ຢຳເກງ​ຄວາມ​ບໍຣິສຸດ​ຂອງເຮົາ; ເຮົາ​ຈະ​ໃຫ້​ປະຊາຊົນ​ຂອງເຮົາ​ເຫັນ​ສະຫງ່າຣາສີ​ຂອງເຮົາ.”’ ສ່ວນ​ອາໂຣນ​ກໍໄດ້​ແຕ່​ຕົກສະເງີ້​ຈົນ​ປາກ​ບໍ່​ອອກ.


ພຣະເຈົ້າຢາເວ​ໄດ້​ສັ່ງ​ປາໃຫຍ່​ໂຕໜຶ່ງ​ໃຫ້​ມາ​ກືນກິນ​ໂຢນາ ແລະ​ເພິ່ນ​ກໍ​ຢູ່​ໃນ​ທ້ອງ​ປາ​ເປັນ​ເວລາ​ສາມວັນ​ສາມຄືນ.


ແຕ່​ພຣະເຈົ້າຢາເວ​ໄດ້​ບັນດານ​ໃຫ້​ເກີດ​ລົມພະຍຸ​ໃຫຍ່​ພັດ​ຜ່ານ​ທະເລ​ມາ ແລະ​ພັດ​ແຮງ​ທີ່ສຸດ​ຈົນ​ເຮືອ​ຢູ່​ໃນ​ອັນຕະລາຍ​ເກືອບ​ຈະ​ແຕກ.


ແຕ່​ບັດນີ້ ພຣະເຈົ້າຢາເວ​ເອີຍ ຈົ່ງ​ປ່ອຍ​ໃຫ້​ຂ້ານ້ອຍ​ຕາຍ​ເສຍ. ຂ້ານ້ອຍ​ຕາຍໄປ​ກໍດີກວ່າ​ທີ່​ຈະ​ມີ​ຊີວິດ​ຢູ່.”


ແຕ່​ພຣະເຈົ້າ​ໄດ້ກ່າວ​ຕໍ່​ໂຢນາ​ວ່າ, “ເຈົ້າ​ມີ​ສິດ​ຫຍັງ​ທີ່​ຈະ​ໂກດຮ້າຍ​ໃຫ້​ຕົ້ນໄມ້​ນີ້?” ໂຢນາ​ຕອບ​ພຣະເຈົ້າ​ວ່າ, “ຂ້ານ້ອຍ​ມີ​ສິດ​ທຸກຢ່າງ​ທີ່​ຈະ​ໂກດຮ້າຍ ໂກດຮ້າຍ​ຈົນ​ຂ້ານ້ອຍ​ຕາຍໄປ.”


‘ຄົນ​ຮັບຈ້າງ​ຜູ້​ທີ່​ມາ​ສຸດທ້າຍ​ເຮັດ​ວຽກ​ພຽງແຕ່​ຊົ່ວໂມງ​ດຽວ​ເທົ່ານັ້ນ, ສ່ວນ​ພວກເຮົາ​ເຮັດ​ວຽກ​ໜັກ​ຕາກ​ແດດ​ຮ້ອນ​ຕະຫລອດ​ໝົດ​ມື້, ແຕ່​ທ່ານ​ໄດ້​ຈ່າຍ​ໃຫ້​ພວກເຮົາ​ເທົ່າ​ກັບ​ພວກເຂົາ.’


ຝ່າຍ​ເຮົາ ເຮົາ​ຮັກ​ຜູ້ໃດ ເຮົາ​ກໍ​ຕິຕຽນ​ຂ້ຽນ​ສອນ​ຜູ້ນັ້ນ. ເຫດສະນັ້ນ ຈົ່ງ​ມີ​ໃຈ​ຮ້ອນຮົນ​ແລະ​ກັບໃຈ​ເສຍ​ໃໝ່.


ພວກເຂົາ​ຈະ​ບໍ່​ອຶດເຂົ້າ​ຢາກນໍ້າ​ອີກ​ຕໍ່ໄປ​ຈັກເທື່ອ, ຕາເວັນ​ຫລື​ແສງ​ແດດ​ອັນ​ຮ້ອນກ້າ ຈະ​ບໍ່​ເຜົາ​ໄໝ້​ພວກເຂົາ,


ດັ່ງນັ້ນ ຊາມູເອນ​ຈຶ່ງ​ບອກ​ເພິ່ນ​ທຸກຢ່າງ​ໂດຍ​ບໍ່ໄດ້​ປິດບັງ​ຫຍັງ​ໝົດ. ເອລີ​ໄດ້​ເວົ້າ​ວ່າ, “ພຣະອົງ​ເປັນ​ພຣະເຈົ້າຢາເວ; ພຣະອົງ​ຈະ​ກະທຳ​ທຸກຢ່າງ​ຕາມ​ທີ່​ພຣະອົງ​ເຫັນ​ວ່າ​ດີທີ່ສຸດ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka