Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢນາ 4:6 - ພຣະຄຳພີສັກສິ

6 ແລ້ວ​ພຣະເຈົ້າຢາເວ ພຣະເຈົ້າ​ກໍໄດ້​ບັນດານ ໃຫ້​ຕົ້ນໄມ້​ເກີດຂຶ້ນ​ສູງກວ່າ​ໂຢນາ ໃຫ້​ເພິ່ນ​ໄດ້​ຊົ້ນ​ຮົ່ມ ເພື່ອ​ເພິ່ນ​ຈະ​ໄດ້​ຢູ່​ສະບາຍ​ຫລາຍ​ຂຶ້ນ. ໂຢນາ​ດີໃຈ​ຫລາຍ​ທີ່ສຸດ​ນຳ​ຕົ້ນໄມ້​ນັ້ນ.

Uka jalj uñjjattʼäta Copia luraña




ໂຢນາ 4:6
11 Jak'a apnaqawi uñst'ayäwi  

ເມື່ອ​ຮາມານ​ອອກ​ຈາກ​ງານ​ກິນລ້ຽງ​ໄປ ລາວ​ກໍ​ດີໃຈ ແລະ​ມີ​ອາຣົມ​ດີ. ແຕ່​ແລ້ວ​ລາວ​ກໍ​ເຫັນ​ມໍເດໄກ​ຢູ່​ທາງ​ເຂົ້າ​ວັງ. ໃນ​ຂະນະທີ່​ລາວ​ຍ່າງ​ຜ່ານ​ໄປ​ນັ້ນ ມໍເດໄກ​ບໍ່ໄດ້​ລຸກ​ຂຶ້ນ ຫລື​ສະແດງ​ຄວາມ​ເຄົາຣົບ​ແຕ່​ຢ່າງໃດ ລາວ​ຈຶ່ງ​ໂກດຮ້າຍ​ມໍເດໄກ​ທີ່ສຸດ.


ເໝືອນ​ຄົນ​ເປັນ​ທາດ​ທີ່​ເຮັດ​ວຽກ​ໜັກ ຫາ​ທີ່​ຮົ່ມ​ເພິ່ງ​ເຢັນໆ ດັ່ງ​ຜູ້​ອອກແຮງງານ​ລໍຄອຍ​ເອົາ​ຄ່າຈ້າງ.


ເພາະວ່າ​ເງິນ​ຂອງ​ເຈົ້າ​ອາດ​ສູນເສຍ​ໄປ​ໃນ​ພັບຕາ​ດຽວ​ກໍໄດ້ ເໝືອນ​ກັບ​ວ່າ​ມັນ​ມີ​ປີກ​ບິນ​ໄປ​ສູ່​ຟ້າ​ອາກາດ​ໄດ້​ດັ່ງ​ນົກອິນຊີ.


ກະສັດ​ເຮເຊກີຢາ​ໄດ້​ຕ້ອນຮັບ​ຄະນະທູດ​ເປັນ​ຢ່າງດີ ແລະ​ພາ​ເລາະຊົມ​ບ່ອນ​ຮັກສາ​ຊັບສົມບັດ​ຂອງຕົນ​ເຊັ່ນ: ເງິນ, ຄຳ, ເຄື່ອງເທດ​ກັບ​ເຄື່ອງຫອມ ແລະ​ອາວຸດ​ຍຸດທະພັນ​ທັງໝົດ​ໃນ​ກອງທັບ. ບໍ່ມີ​ບ່ອນໃດ​ໃນ​ຄັງ​ມ້ຽນເຄື່ອງ​ຫລື​ບ່ອນ​ອື່ນໆ​ໃນ​ຣາຊອານາຈັກ ທີ່​ເພິ່ນ​ບໍ່ໄດ້​ພາ​ພວກເຂົາ​ເລາະຊົມ.


ພວກເຈົ້າ​ອວດ​ເຖິງ​ການ​ຢຶດເອົາ​ເມືອງ​ໂລເດບາ. ພວກເຈົ້າ​ຄຸຍໂມ້​ວ່າ ພວກເຮົາ​ມີ​ກຳລັງ​ພໍ​ທີ່​ຈະ​ຢຶດເອົາ​ເມືອງ​ການາອິມ.


ພຣະເຈົ້າຢາເວ​ໄດ້​ສັ່ງ​ປາໃຫຍ່​ໂຕໜຶ່ງ​ໃຫ້​ມາ​ກືນກິນ​ໂຢນາ ແລະ​ເພິ່ນ​ກໍ​ຢູ່​ໃນ​ທ້ອງ​ປາ​ເປັນ​ເວລາ​ສາມວັນ​ສາມຄືນ.


ໂຢນາ​ໄດ້​ອອກ​ໄປ​ຈາກ​ເມືອງ​ທາງທິດ​ຕາເວັນອອກ ແລະ​ນັ່ງ​ລົງ. ເພິ່ນ​ເຮັດ​ບ່ອນຊົ້ນ​ສຳລັບ​ເພິ່ນເອງ ແລະ​ນັ່ງ​ຢູ່​ໃຕ້​ຮົ່ມ​ຂອງ​ບ່ອນຊົ້ນ​ນັ້ນ ໂດຍ​ລໍຖ້າ​ເບິ່ງ​ວ່າ​ຈະ​ມີ​ຫຍັງ​ເກີດຂຶ້ນ​ກັບ​ເມືອງ​ນີເນເວ.


ແຕ່​ໃນ​ຕອນເຊົ້າ​ຂອງ​ມື້​ຕໍ່ມາ ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າ ດ້ວງ​ໂຕໜຶ່ງ​ໄດ້​ກັດ​ກິນ​ຕົ້ນໄມ້​ນັ້ນ ແລະ​ມັນ​ກໍໄດ້​ຫ່ຽວແຫ້ງ​ຕາຍໄປ.


ແຕ່​ຢ່າ​ໄດ້ຍິນດີ​ຢູ່​ໃນ​ສິ່ງ​ເຫຼົ່ານີ້ ຄື​ເພາະ​ຜີຮ້າຍ​ຍອມ​ເຊື່ອຟັງ​ພວກເຈົ້າ, ແຕ່​ຈົ່ງ​ຊົມຊື່ນ​ຍິນດີ ເພາະ​ຊື່​ຂອງ​ພວກເຈົ້າ​ໄດ້​ຈົດ​ໄວ້​ແລ້ວ​ໃນ​ສະຫວັນ.”


ໃຫ້​ຜູ້​ທີ່​ຮ້ອງໄຫ້​ເປັນ​ເໝືອນ​ບໍ່​ຮ້ອງໄຫ້ ໃຫ້​ຜູ້​ທີ່​ຊົມຊື່ນ​ຍິນດີ ເປັນ​ເໝືອນ​ບໍ່​ຊົມຊື່ນ​ຍິນດີ ໃຫ້​ຜູ້​ທີ່​ຊື້ ເປັນ​ເໝືອນ​ບໍ່ໄດ້​ສິ່ງໃດ​ເລີຍ;


Jiwasaru arktasipxañani:

Anuncios ukanaka


Anuncios ukanaka