Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢນາ 4:5 - ພຣະຄຳພີສັກສິ

5 ໂຢນາ​ໄດ້​ອອກ​ໄປ​ຈາກ​ເມືອງ​ທາງທິດ​ຕາເວັນອອກ ແລະ​ນັ່ງ​ລົງ. ເພິ່ນ​ເຮັດ​ບ່ອນຊົ້ນ​ສຳລັບ​ເພິ່ນເອງ ແລະ​ນັ່ງ​ຢູ່​ໃຕ້​ຮົ່ມ​ຂອງ​ບ່ອນຊົ້ນ​ນັ້ນ ໂດຍ​ລໍຖ້າ​ເບິ່ງ​ວ່າ​ຈະ​ມີ​ຫຍັງ​ເກີດຂຶ້ນ​ກັບ​ເມືອງ​ນີເນເວ.

Uka jalj uñjjattʼäta Copia luraña




ໂຢນາ 4:5
10 Jak'a apnaqawi uñst'ayäwi  

ເມື່ອ​ເອລີຢາ​ໄດ້ຍິນ​ສຽງ​ນີ້ ເພິ່ນ​ກໍ​ເອົາ​ເສື້ອຄຸມ​ຂອງ​ເພິ່ນ​ປົກ​ໜ້າ​ໄວ້ ແລະ​ອອກ​ໄປ​ຢືນ​ຢູ່​ປາກ​ຖໍ້າ. ສຽງ​ນັ້ນ​ກ່າວ​ຕໍ່​ເພິ່ນ​ວ່າ, “ເອລີຢາ ເຈົ້າ​ເຮັດ​ຫຍັງ​ຢູ່​ທີ່ນີ້?”


ແລ້ວ​ເພິ່ນ​ກໍ​ເຂົ້າ​ໄປ​ນອນ​ຄ້າງຄືນ​ຢູ່​ໃນ​ຖໍ້າ. ໃນທັນໃດ ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້ມາ​ເຖິງ​ເພິ່ນ​ວ່າ, “ເອລີຢາ ເຈົ້າ​ເຮັດ​ຫຍັງ​ຢູ່​ທີ່ນີ້?”


ເຮົາ​ໂກດຮ້າຍ​ພວກເຂົາ ເພາະ​ການບາບ​ແລະ​ຄວາມ​ໂລບມາກ​ຂອງ​ພວກເຂົາ; ສະນັ້ນ ເຮົາ​ຈຶ່ງ​ໄດ້​ລົງໂທດ​ແລະ​ປະຖິ້ມ​ພວກເຂົາ. ແຕ່​ພວກເຂົາ​ຍັງ​ດື້ດ້ານ​ແລະ​ສືບຕໍ່​ເຮັດ​ຕາມ​ວິຖີ​ທາງ​ຂອງຕົນ​ຢູ່.


ແຕ່​ເມື່ອ​ຂ້ານ້ອຍ​ກ່າວ​ວ່າ, “ຂ້ອຍ​ຈະ​ລືມໄລ​ພຣະອົງ ທັງ​ຈະ​ບໍ່​ກ່າວ​ເຖິງ​ພຣະນາມ​ຂອງ​ພຣະອົງ​ຕໍ່ໄປ​ອີກ.” ແລ້ວ​ຖ້ອຍຄຳ​ຂອງ​ພຣະອົງ​ກໍ​ຮ້ອນຮົນ​ຢູ່​ພາຍໃນ ດັ່ງ​ໄຟ​ລຸກໄໝ້​ເຜົາຜານ​ໃນ​ຈິດໃຈ​ຂ້ານ້ອຍ​ຢູ່. ຂ້ານ້ອຍ​ຈຶ່ງ​ພະຍາຍາມ​ລະງັບ​ມັນ​ໃຫ້​ໄດ້​ຜົນ ແຕ່​ກໍ​ທົນ​ລະງັບ​ມັນ​ຕໍ່ໄປ​ບໍ່ໄດ້.


ບັນດາ​ລູກ​ເຮືອ​ຈຶ່ງ​ເກີດ​ສະທ້ານ​ຢ້ານກົວ​ຫລາຍ ແລະ​ຕ່າງ​ກໍ​ຮ້ອງຂໍ​ພຣະ​ຂອງຕົນ​ໃຫ້​ຊ່ວຍເຫລືອ. ຕໍ່ມາ ເພື່ອ​ເຮັດ​ໃຫ້​ເຮືອ​ຫລຸດຜ່ອນ​ຈາກ​ອັນຕະລາຍ ພວກເຂົາ​ຈຶ່ງ​ໂຍນ​ສິນຄ້າ​ທີ່​ໄດ້​ບັນທຸກ​ມາ​ນັ້ນ ຖິ້ມ​ລົງ​ໃນ​ທະເລ. ໃນຂະນະ​ດຽວກັນ​ນັ້ນ ໂຢນາ​ກໍ​ລົງ​ໄປ​ນອນ​ຫລັບ​ສະໜິດ​ຢູ່​ໃນ​ທ້ອງເຮືອ.


ແຕ່​ພຣະເຈົ້າຢາເວ​ຕອບ​ວ່າ, “ເຈົ້າ​ມີ​ສິດ​ຫຍັງ​ທີ່​ຈະ​ໂກດຮ້າຍ?”


ແລ້ວ​ພຣະເຈົ້າຢາເວ ພຣະເຈົ້າ​ກໍໄດ້​ບັນດານ ໃຫ້​ຕົ້ນໄມ້​ເກີດຂຶ້ນ​ສູງກວ່າ​ໂຢນາ ໃຫ້​ເພິ່ນ​ໄດ້​ຊົ້ນ​ຮົ່ມ ເພື່ອ​ເພິ່ນ​ຈະ​ໄດ້​ຢູ່​ສະບາຍ​ຫລາຍ​ຂຶ້ນ. ໂຢນາ​ດີໃຈ​ຫລາຍ​ທີ່ສຸດ​ນຳ​ຕົ້ນໄມ້​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka