4 ແຕ່ພຣະເຈົ້າຢາເວຕອບວ່າ, “ເຈົ້າມີສິດຫຍັງທີ່ຈະໂກດຮ້າຍ?”
ແລ້ວພຣະເຈົ້າຢາເວກໍຖາມລາວວ່າ, “ກາອິນເອີຍ ເປັນຫຍັງເຈົ້າຈຶ່ງຄຽດແຄ້ນ ແລະໜ້າຕາບູດບຶ້ງ?
ກະສັດອາຮາບໄດ້ກັບເມືອວັງທັງໂສກເສົ້າແລະໂກດຮ້າຍຍ້ອນຄຳເວົ້າຂອງນາໂບດຊາວຢິດຊະເຣນ. ເພິ່ນນອນປິ່ນໜ້າເຂົ້າໃສ່ຝາເທິງຕຽງທັງບໍ່ຍອມກິນຫຍັງເລີຍ.
ຈົ່ງລະວັງ ຢ່າໃຫ້ສິນຈ້າງລາງວັນຫລອກລວງ ຫລືຄວາມຮັ່ງມີ ພາເຈົ້າໄປທາງຜິດຍ້ອນ.
ໂຢນາຄຽດແລະບໍ່ພໍໃຈຫລາຍທີ່ສຸດໃນເລື່ອງນີ້.
ແຕ່ບັດນີ້ ພຣະເຈົ້າຢາເວເອີຍ ຈົ່ງປ່ອຍໃຫ້ຂ້ານ້ອຍຕາຍເສຍ. ຂ້ານ້ອຍຕາຍໄປກໍດີກວ່າທີ່ຈະມີຊີວິດຢູ່.”
ໂຢນາໄດ້ອອກໄປຈາກເມືອງທາງທິດຕາເວັນອອກ ແລະນັ່ງລົງ. ເພິ່ນເຮັດບ່ອນຊົ້ນສຳລັບເພິ່ນເອງ ແລະນັ່ງຢູ່ໃຕ້ຮົ່ມຂອງບ່ອນຊົ້ນນັ້ນ ໂດຍລໍຖ້າເບິ່ງວ່າຈະມີຫຍັງເກີດຂຶ້ນກັບເມືອງນີເນເວ.
ແຕ່ພຣະເຈົ້າໄດ້ກ່າວຕໍ່ໂຢນາວ່າ, “ເຈົ້າມີສິດຫຍັງທີ່ຈະໂກດຮ້າຍໃຫ້ຕົ້ນໄມ້ນີ້?” ໂຢນາຕອບພຣະເຈົ້າວ່າ, “ຂ້ານ້ອຍມີສິດທຸກຢ່າງທີ່ຈະໂກດຮ້າຍ ໂກດຮ້າຍຈົນຂ້ານ້ອຍຕາຍໄປ.”
“ປະຊາຊົນຂອງເຮົາເອີຍ ເຮົາໄດ້ກະທຳຫຍັງແດ່ໃຫ້ແກ່ພວກເຈົ້າ? ເຮົາໄດ້ວາງພາລະໜັກອັນໃດແດ່ໃຫ້ແກ່ພວກເຈົ້າ? ຈົ່ງຕອບເຮົາມາເບິ່ງ.
“ອາໂຣນຈະບໍ່ໄດ້ເຂົ້າໄປໃນດິນແດນ ຊຶ່ງເຮົາໄດ້ສັນຍາວ່າຈະມອບໃຫ້ແກ່ຊາວອິດສະຣາເອນ; ລາວຈະຕາຍ ເພາະພວກເຈົ້າທັງສອງໄດ້ກະບົດຕໍ່ຄຳສັ່ງຂອງເຮົາທີ່ເມຣີບາ.
ຂ້ອຍມີສິດເຮັດໃນສິ່ງທີ່ຂ້ອຍຢາກເຮັດກັບເງິນຂອງຂ້ອຍບໍ່ແມ່ນບໍ? ເປັນຫຍັງຈຶ່ງອິດສາເມື່ອເຫັນຂ້ອຍໃຈດີ?”’