3 ແຕ່ບັດນີ້ ພຣະເຈົ້າຢາເວເອີຍ ຈົ່ງປ່ອຍໃຫ້ຂ້ານ້ອຍຕາຍເສຍ. ຂ້ານ້ອຍຕາຍໄປກໍດີກວ່າທີ່ຈະມີຊີວິດຢູ່.”
ສ່ວນເພິ່ນເອງນັ້ນຍ່າງໄປຕາມຖິ່ນແຫ້ງແລ້ງກັນດານໝົດມື້. ເພິ່ນຢຸດນັ່ງພັກຢູ່ໃຕ້ຮົ່ມໄມ້ຕົ້ນໜຶ່ງ ແລະຄິດຢາກຈະຕາຍ. ເພິ່ນພາວັນນາອະທິຖານວ່າ, “ຂ້າແດ່ພຣະເຈົ້າຢາເວ ຂໍໂຜດເອົາຊີວິດຂອງຂ້ານ້ອຍໄປເທີ້ນ ເພາະຂ້ານ້ອຍບໍ່ດີໄປກວ່າປູ່ຍ່າຕາຍາຍຂອງຂ້ານ້ອຍ.”
ຊື່ສຽງດີກໍດີກວ່ານໍ້າຫອມທີ່ດີເລີດ ແລະມື້ຕາຍກໍດີກວ່າມື້ເກີດ.
ຈົ່ງລະງັບຄວາມໂມໂຫຂອງເຈົ້າໄວ້ ເພາະຄົນໂງ່ຈ້ານັ້ນມີຄວາມໂກດແຄ້ນຢູ່ໃນໃຈ.
ສ່ວນປະຊາຊົນຂອງຊາດອັນຊົ່ວຮ້າຍທີ່ຍັງເຫລືອຢູ່ນີ້ ຄືພວກທີ່ອາໄສຢູ່ໃນບ່ອນທີ່ເຮົາໄດ້ເຮັດໃຫ້ກະຈັດກະຈາຍໄປນັ້ນ ຈະຢາກຕາຍຫລາຍກວ່າທີ່ຢາກຈະມີຊີວິດຢູ່.” ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນີ້ແຫລະ.
ແຕ່ພຣະເຈົ້າຢາເວຕອບວ່າ, “ເຈົ້າມີສິດຫຍັງທີ່ຈະໂກດຮ້າຍ?”
ຫລັງຈາກຕາເວັນໄດ້ຂຶ້ນແລ້ວ ພຣະເຈົ້າກໍບັນດານໃຫ້ລົມຮ້ອນພັດມາແຕ່ທາງທິດຕາເວັນອອກ ແລະໂຢນາເກືອບສະຫລົບໄປ ຍ້ອນຄວາມຮ້ອນຂອງແສງແດດເຜົາ. ສະນັ້ນ ເພິ່ນຈຶ່ງຄິດຢາກຕາຍ. ເພິ່ນເວົ້າວ່າ, “ຂ້ານ້ອຍຕາຍໄປກໍດີກວ່າທີ່ຈະມີຊີວິດຢູ່.”
ຖ້າພຣະອົງຈະເຮັດຕໍ່ຂ້ານ້ອຍຢ່າງນີ້ແລ້ວ ຈົ່ງສັງຫານຂ້ານ້ອຍຖິ້ມເສຍ ຖ້າພຣະຄຸນຂອງພຣະອົງຍັງມີສຳລັບຂ້ານ້ອຍ ຂ້ານ້ອຍຈະບໍ່ໄດ້ປະເຊີນຕໍ່ຄວາມຫຼົ້ມຈົມອັນໂຫດຮ້າຍທີ່ຈະມາຖືກຂ້ານ້ອຍຕໍ່ໄປ.”
ແລະຈົ່ມຮ້າຍວ່າ, “ຖ້າພວກເຮົາຫາກໄດ້ຕາຍຢູ່ຕໍ່ໜ້າພຣະເຈົ້າຢາເວ ຮ່ວມກັບພີ່ນ້ອງອິດສະຣາເອນຂອງພວກເຮົາກໍຄົງເປັນການດີກວ່າດອກ
ແຕ່ເຮົາບໍ່ໄດ້ໃຊ້ສິດເຫຼົ່ານັ້ນຈັກຢ່າງ ທີ່ເຮົາຂຽນເຖິງເລື່ອງນີ້ ບໍ່ແມ່ນເພື່ອຈະໃຫ້ເຂົາເຮັດຢ່າງນັ້ນແກ່ເຮົາ. ດ້ວຍວ່າ, ເຮົາຍອມຕາຍເສຍກໍດີກວ່າ ທີ່ຈະເຮັດຢ່າງນັ້ນ ຢ່າໃຫ້ຜູ້ໃດທຳລາຍເຫດແຫ່ງການອວດອ້າງຂອງເຮົາ.