ໂຢນາ 3:9 - ພຣະຄຳພີສັກສິ9 ບາງທີພຣະເຈົ້າອາດຈະປ່ຽນໃຈ; ບາງທີພຣະອົງອາດຈະເຊົາໂກດຮ້າຍ; ແລະພວກເຮົາຈະບໍ່ຕາຍ.” Uka jalj uñjjattʼäta |
ດັ່ງນັ້ນ ເພິ່ນຈຶ່ງພາວັນນາອະທິຖານຕໍ່ພຣະເຈົ້າຢາເວວ່າ, “ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍໄດ້ເວົ້າກັບພຣະອົງແລ້ວ ກ່ອນຈາກເຮືອນມາບໍ່ແມ່ນຫລືວ່າ ພຣະອົງຈະຕ້ອງກະທຳເຊັ່ນນີ້? ສະນັ້ນ ຂ້ານ້ອຍຈຶ່ງພະຍາຍາມສຸດຂີດ ທີ່ຈະໜີໄປຕາກຊິດ ເພາະຂ້ານ້ອຍຮູ້ວ່າ ພຣະອົງເປັນພຣະເຈົ້າທີ່ມີຄວາມຮັກແລະມີຄວາມເມດຕາ ອົດທົນສະເໝີ, ໃຈດີສະເໝີ, ພ້ອມທີ່ຈະປ່ຽນໃຈສະເໝີແລະບໍ່ລົງໂທດ.
ຈົ່ງສະແຫວງຫາພຣະເຈົ້າຢາເວສາເຖີດ ພວກເຈົ້າທຸກຄົນທີ່ເປັນປະຊາຊົນ ຜູ້ຖ່ອມໃຈໃນດິນແດນ ຄືຜູ້ທີ່ເຊື່ອຟັງຂໍ້ຄຳສັ່ງຂອງພຣະອົງ. ຈົ່ງຊອກຫາຄວາມຊອບທຳ ແລະຈົ່ງຊອກຫາຄວາມຖ່ອມໃຈລົງ. ບາງທີພວກເຈົ້າອາດຈະຫລົບໜີຈາກການລົງໂທດກໍໄດ້ ໃນວັນທີ່ພຣະເຈົ້າຢາເວລະບາຍຄວາມໂກດຮ້າຍອັນໃຫຍ່ຂອງພຣະອົງນັ້ນ.