ໂຢນາ 3:8 - ພຣະຄຳພີສັກສິ8 ປະຊາຊົນທຸກຄົນ ແລະສັດທຸກໂຕ ຕ້ອງໃສ່ເຄື່ອງທີ່ເຮັດດ້ວຍຜ້າກະສອບເຂົ້າ. ທຸກຄົນຕ້ອງຕັ້ງໃຈພາວັນນາອະທິຖານຫາພຣະເຈົ້າ ແລະຕ້ອງເລີກປະພຶດການຊົ່ວແລະເຊົາເຮັດການໂຫດຮ້າຍຂອງຕົນສາ. Uka jalj uñjjattʼäta |
ຈົ່ງບອກເຂົາວ່າ, ‘ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ ເຮົາມີຊີວິດຢູ່ຢ່າງແນ່ແທ້ ເຮົາຈະບໍ່ດີໃຈເມື່ອເຫັນຄົນບາບຜູ້ໜຶ່ງຕາຍໄປ. ເຮົາຈະດີໃຈຫລາຍກວ່າເມື່ອເຫັນລາວເຊົາເຮັດບາບແລະມີຊີວິດຢູ່. ຊາດອິດສະຣາເອນເອີຍ ຈົ່ງເຊົາເຮັດການຊົ່ວຮ້າຍທີ່ພວກເຈົ້າກຳລັງເຮັດຢູ່ນັ້ນສາ. ເປັນຫຍັງພວກເຈົ້າຈຶ່ງຢາກຕາຍ?’