ໂຢນາ 3:6 - ພຣະຄຳພີສັກສິ6 ເມື່ອກະສັດນີເນເວໄດ້ຍິນເຖິງເລື່ອງນີ້ ເພິ່ນຈຶ່ງລຸກຂຶ້ນຈາກບັນລັງແກ້ເຄື່ອງກະສັດອອກ ໃສ່ເຄື່ອງທີ່ເຮັດດ້ວຍຜ້າກະສອບເຂົ້າແລະນັ່ງເທິງຂີ້ເຖົ່າ. Uka jalj uñjjattʼäta |
ບັນດາກະສັດທັງໝົດຜູ້ທີ່ເປັນເຈົ້າຖິ່ນຂອງທ້ອງທະເລຈະລົງຈາກບັນລັງຂອງຕົນ. ພວກເຂົາຈະຖືກບັງຄັບໃຫ້ແກ້ເຄື່ອງຊັ້ນນອກ ແລະເຄື່ອງນຸ່ງທີ່ປັກແສ່ວຂອງຕົນອອກ ແລະປະໃຫ້ນັ່ງສັ່ນເຊັນຕາມພື້ນດິນ. ພວກເຂົາຈະສະທ້ານຢ້ານກົວຫລາຍທີ່ສຸດຍ້ອນຊາຕາກຳຂອງເຈົ້າ ຈົນພວກເຂົາບໍ່ສາມາດຢຸດສັ່ນເຊັນໄດ້.
ວ່າ, “ວິບັດແກ່ເຈົ້າ ເມືອງໂຂຣາຊິນເອີຍ ວິບັດແກ່ເຈົ້າ ເມືອງເບັດສາອີດາກໍເໝືອນກັນ ການອັດສະຈັນທີ່ໄດ້ຖືກກະທຳໃນທ່າມກາງພວກເຈົ້າ ຖ້າໄດ້ຖືກກະທຳທີ່ເມືອງຕີເຣແລະເມືອງຊີໂດນແລ້ວ ປະຊາຊົນໃນເມືອງທັງສອງນີ້ກໍຄົງຈະຖິ້ມໃຈເກົ່າເອົາໃຈໃໝ່ ນຸ່ງເຄື່ອງທີ່ເຮັດດ້ວຍຜ້າກະສອບເຂົ້າ ແລະເອົາຂີ້ເຖົ່າໂຮຍໃສ່ຫົວແຕ່ດົນນານແລ້ວ
“ວິບັດແກ່ເຈົ້າ ເມືອງໂຂຣາຊິນເອີຍ ເມືອງເບັດສາອີດາກໍເຊັ່ນດຽວກັນ ວິບັດສຳລັບເຈົ້າ ຖ້າການອັດສະຈັນທີ່ໄດ້ຖືກກະທຳໃນເມືອງຂອງເຈົ້າ ໄດ້ຖືກກະທຳທີ່ເມືອງຕີເຣ ແລະ ຊີໂດນແລ້ວ ປະຊາຊົນໃນເມືອງເຫຼົ່ານີ້ກໍຄົງຈະນັ່ງລົງ ນຸ່ງເຄື່ອງທີ່ເຮັດດ້ວຍຜ້າກະສອບເຂົ້າ ໃຊ້ຂີ້ເທົ່າໂຮຍຫົວແຕ່ດົນນານມາແລ້ວ ເພື່ອສະແດງໃຫ້ເຫັນວ່າ ພວກເຂົາຖິ້ມໃຈເກົ່າເອົາໃຈໃໝ່,