4 ໂຢນາໄດ້ຕັ້ງຕົ້ນຍ່າງເຂົ້າໄປໃນເມືອງ ແລະຫລັງຈາກຍ່າງໄດ້ສາມວັນເຕັມ ເພິ່ນຈຶ່ງປະກາດວ່າ, “ໃນສີ່ສິບວັນ ເມືອງນີເນເວຈະຖືກທຳລາຍ.”
ປະມານເວລາດຽວກັນນີ້ ກະສັດເຮເຊກີຢາໄດ້ປ່ວຍ ແລະເກືອບຕາຍ. ຜູ້ທຳນວາຍເອຊາຢາລູກຊາຍຂອງອາໂມດໄດ້ໄປຫາເພິ່ນ ແລະເວົ້າວ່າ, “ພຣະເຈົ້າຢາເວສັ່ງໃຫ້ທ່ານຈັດການທຸກສິ່ງໃຫ້ຮຽບຮ້ອຍ ເພາະທ່ານຈະບໍ່ຫາຍດີ ຈົ່ງຕຽມຕົວຕາຍ.”
ເຮົາຈະໃຫ້ເຈົ້າມີຊີວິດຢູ່ຕໍ່ໄປອີກສິບຫ້າປີ. ເຮົາຈະຊ່ວຍກູ້ເອົາເຈົ້າພ້ອມທັງນະຄອນເຢຣູຊາເລັມ ໃຫ້ພົ້ນຈາກອຳນາດຂອງກະສັດແຫ່ງອັດຊີເຣຍ. ເຮົາຈະປ້ອງກັນນະຄອນນີ້ໄວ້ເພື່ອກຽດສັກສີຂອງເຮົາເອງ ແລະຍ້ອນຄຳສັນຍາທີ່ເຮົາໄດ້ມີໄວ້ກັບດາວິດຜູ້ຮັບໃຊ້ຂອງເຮົາ.”’
ເຖິງປານນັ້ນກໍຕາມ ພຣະເຈົ້າຢາເວກໍຍັງລໍຖ້າ ເພື່ອໃຫ້ຄວາມເມດຕາແກ່ພວກເຈົ້າຢູ່. ພຣະອົງພ້ອມທີ່ຈະໃຫ້ຄວາມເມດຕາສົງສານແກ່ພວກເຈົ້າ ຍ້ອນພຣະເຈົ້າຢາເວແມ່ນພຣະເຈົ້າແຫ່ງການຕັດສິນ. ຄວາມສຸກເປັນຂອງຜູ້ທີ່ໄວ້ວາງໃຈໃນພຣະອົງ.
‘ຖ້າພວກເຈົ້າຢາກອາໄສຢູ່ໃນດິນແດນນີ້ຕໍ່ໄປແລ້ວ ເຮົາກໍຈະສ້າງພວກເຈົ້າຂຶ້ນ ແລະບໍ່ແມ່ນທຳລາຍພວກເຈົ້າລົງ; ເຮົາຈະປູກພວກເຈົ້າ ແລະຈະບໍ່ຫລົກພວກເຈົ້າຖິ້ມ. ການທຳລາຍທີ່ເຮົານຳມາສູ່ພວກເຈົ້ານັ້ນ ໄດ້ເຮັດໃຫ້ເຮົາມີຄວາມທຸກໃຈຫລາຍ.
ເມື່ອພຣະເຈົ້າເຫັນສິ່ງທີ່ພວກເຂົາໄດ້ເຮັດນັ້ນ; ພຣະອົງເຫັນວ່າພວກເຂົາເຊົາປະພຶດຊົ່ວ. ສະນັ້ນ ພຣະອົງຈຶ່ງປ່ຽນໃຈແລະບໍ່ລົງໂທດພວກເຂົາ ຕາມທີ່ພຣະອົງໄດ້ກ່າວຂູ່ໄວ້.
ໃນວັນແຫ່ງການພິພາກສາຊາວເມືອງນີເນເວ ຈະຢືນຂຶ້ນກ່າວໂທດພວກເຈົ້າ ເພາະພວກເຂົາໄດ້ຖິ້ມໃຈເກົ່າເອົາໃຈໃໝ່ ເມື່ອໄດ້ຍິນຄຳປະກາດຂອງໂຢນາ ແລະ ທີ່ນີ້ຍັງມີຜູ້ໜຶ່ງທີ່ຍິ່ງໃຫຍ່ກວ່າໂຢນາ
ດ້ວຍວ່າ, ໂຢນາເປັນໝາຍສຳຄັນແກ່ຊາວເມືອງນີເນເວຢ່າງໃດ ບຸດມະນຸດກໍຈະເປັນໝາຍສຳຄັນແກ່ຄົນໃນຍຸກນີ້ຢ່າງນັ້ນ.
ໃນວັນແຫ່ງການພິພາກສາ ຊາວເມືອງນີເນເວຈະຢືນຂຶ້ນກ່າວໂທດພວກເຈົ້າ ເພາະພວກເຂົາຖິ້ມໃຈເກົ່າເອົາໃຈໃໝ່ ເມື່ອໄດ້ຍິນຄຳປະກາດຂອງໂຢນາ ແລະຜູ້ໜຶ່ງທີ່ຍິ່ງໃຫຍ່ກວ່າໂຢນາກໍຢູ່ທີ່ນີ້.”
ຖ້າຜູ້ທຳນວາຍຄົນໃດກ່າວໃນນາມຊື່ຂອງພຣະເຈົ້າຢາເວ ແລະສິ່ງທີ່ລາວກ່າວໄປນັ້ນບໍ່ເປັນຄວາມຈິງ ຖ້ອຍຄຳນັ້ນກໍບໍ່ໄດ້ມາຈາກພຣະເຈົ້າຢາເວ. ມັນເປັນຖ້ອຍຄຳທີ່ຜູ້ທຳນວາຍກ່າວໂດຍສິດອຳນາດຂອງຕົນເອງ. ສະນັ້ນ ພວກເຈົ້າບໍ່ຕ້ອງສົນໃຈໃນຄຳເວົ້າຂອງລາວ.”’