2 ວ່າ, “ຈົ່ງໄປທີ່ນີເນເວເມືອງໃຫຍ່ ແລະປະກາດຖ້ອຍຄຳທີ່ເຮົາໄດ້ມອບໃຫ້ເຈົ້ານັ້ນແກ່ປະຊາຊົນ.”
ແລະທັງແນະນຳພວກເຂົາພ້ອມທັງເຊື້ອສາຍ ໃຫ້ຢຶດຖືປູຣິມຕາມວັນທີ່ໄດ້ກຳນົດໄວ້ ໃຫ້ເປັນກົດລະບຽບໃນການຖືສິນອົດອາຫານ ແລະເວລາໂສກເສົ້າໄວ້ທຸກ. ຄຳສັ່ງນີ້ແມ່ນຖືກປະກາດໃຫ້ໃຊ້ ໂດຍມໍເດໄກແລະຣາຊີນີເອສະເທີ.
ແລ້ວໂມເຊກໍໄດ້ເລົ່າເລື່ອງທັງໝົດທີ່ພຣະເຈົ້າຢາເວໄດ້ບອກຕົນນັ້ນສູ່ອາໂຣນຟັງ ພ້ອມທັງບັນລະຍາຍການອັດສະຈັນຕ່າງໆ ທີ່ພຣະອົງໄດ້ສັ່ງຕົນໃຫ້ເຮັດສູ່ຟັງດ້ວຍ.
ເຢເຣມີຢາເອີຍ ຈົ່ງຕຽມຕົວໄປບອກພວກເຂົາທຸກສິ່ງທີ່ເຮົາສັ່ງເຈົ້າໃຫ້ກ່າວ. ບັດນີ້ຢ່າສູ່ຢ້ານກົວພວກເຂົາ ບໍ່ດັ່ງນັ້ນ ເຮົາຈະເຮັດໃຫ້ເຈົ້າຢ້ານຫລາຍຂຶ້ນຕື່ມ ເມື່ອເຈົ້າຢູ່ນຳພວກເຂົາ.
ແຕ່ພຣະເຈົ້າຢາເວກໍຍັງກ່າວແກ່ຂ້າພະເຈົ້າວ່າ, “ຢ່າເວົ້າວ່າ, ເຈົ້າຍັງໜຸ່ມເກີນໄປ ແຕ່ຈົ່ງໄປຫາປະຊາຊົນທີ່ເຮົາສັ່ງເຈົ້າໃຫ້ໄປພົບ ແລະບອກພວກເຂົາທຸກໆສິ່ງທີ່ເຮົາສັ່ງເຈົ້າໃຫ້ກ່າວ.
ເຖິງແມ່ນວ່າພວກເຂົາຈະຟັງເຈົ້າຫລືບໍ່ກໍຕາມ ເຈົ້າຈະຕ້ອງບອກສິ່ງທີ່ເຮົາບອກເຈົ້າໃຫ້ກ່າວ. ຈົ່ງຈຳໄວ້ວ່າພວກເຂົາກະບົດຕໍ່ສູ້ເຮົາ.
“ມະນຸດເອີຍ ເຮົາຈະຕັ້ງເຈົ້າໃຫ້ເປັນຜູ້ເຝົ້າຍາມຊົນຊາດອິດສະຣາເອນ. ເຈົ້າຈະຖ່າຍທອດຄຳຕັກເຕືອນທີ່ເຮົາໃຫ້ເຈົ້າສູ່ພວກເຂົາຟັງ.
ວ່າ, “ຈົ່ງໄປທີ່ນີເນເວເມືອງໃຫຍ່ ແລະກ່າວຕໍ່ສູ້ເມືອງນີ້ ເຮົາຮູ້ວ່າປະຊາຊົນໃນເມືອງນີ້ປະພຶດຊົ່ວຊ້າສໍ່າໃດ.”
ແລ້ວຖ້ອຍຄຳຂອງພຣະເຈົ້າຢາເວກໍໄດ້ມາເຖິງໂຢນາຄັ້ງທີສອງ
ດັ່ງນັ້ນ ໂຢນາຈຶ່ງເຊື່ອຟັງຖ້ອຍຄຳຂອງພຣະເຈົ້າຢາເວ ແລະໄດ້ໄປນີເນເວ ເມືອງໃຫຍ່ທີ່ສຸດ ຊຶ່ງຕ້ອງໃຊ້ເວລາຍ່າງເຖິງສາມວັນ ຈຶ່ງຈະພົ້ນຕົວເມືອງ.
ເຫດສະນັ້ນ ຈົ່ງປະຕິບັດໃຫ້ໄດ້ຜົນສົມກັບວ່າ ພວກເຈົ້າໄດ້ຖິ້ມໃຈເກົ່າເອົາໃຈໃໝ່
ພາຍຫລັງມາ ພຣະເຢຊູເຈົ້າໄດ້ພົບຊາຍຄົນນັ້ນໃນພຣະວິຫານ ແລ້ວພຣະອົງຈຶ່ງບອກລາວວ່າ, “ເຈົ້າດີພະຍາດແລ້ວ ຢ່າສູ່ເຮັດບາບອີກຕໍ່ໄປ ຢ້ານວ່າຈະມີເຫດຮ້າຍຫລາຍກວ່ານັ້ນເກີດຂຶ້ນກັບເຈົ້າ.”