Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢນາ 2:9 - ພຣະຄຳພີສັກສິ

9 ແຕ່​ຂ້ານ້ອຍ​ຈະ​ຮ້ອງເພງ​ໂມທະນາ​ຂອບພຣະຄຸນ ແລະ​ຈະ​ຖວາຍ​ເຄື່ອງບູຊາ​ແກ່​ພຣະອົງ ແລະ​ເຮັດ​ຕາມ​ສິ່ງ​ທີ່​ຂ້ານ້ອຍ​ໄດ້​ສັນຍາ ຄວາມພົ້ນ​ມີມາ​ໂດຍ​ທາງ​ພຣະເຈົ້າຢາເວ.”

Uka jalj uñjjattʼäta Copia luraña




ໂຢນາ 2:9
24 Jak'a apnaqawi uñst'ayäwi  

ພວກເຮົາ​ຈະ​ໜີ​ຈາກ​ທີ່​ນີ້​ໄປ​ຢູ່​ເບັດເອນ; ໃນ​ທີ່ນັ້ນ ຂ້ອຍ​ຈະ​ສ້າງ​ແທ່ນບູຊາ​ຖວາຍ​ແກ່​ພຣະເຈົ້າ ອົງ​ທີ່​ໄດ້​ຊ່ວຍເຫລືອ​ຂ້ອຍ​ຍາມ​ເດືອດຮ້ອນ ແລະ​ອົງ​ທີ່​ສະຖິດ​ຢູ່​ນຳ​ຂ້ອຍ​ໃນ​ທຸກບ່ອນ​ທີ່​ຂ້ອຍ​ໄປ.”


ຫລັງຈາກ​ນັ້ນ​ມາ​ສີ່​ປີ ອັບຊາໂລມ​ໄດ້​ເວົ້າ​ກັບ​ກະສັດ​ດາວິດ​ວ່າ, “ຂໍ​ຊົງ​ໂຜດ​ອະນຸຍາດ​ໃຫ້​ຂ້ານ້ອຍ​ໄປ​ເມືອງ​ເຮັບໂຣນ​ແດ່ທ້ອນ ເພື່ອ​ໄປ​ປະຕິບັດ​ຕາມ​ທີ່​ໄດ້​ສັນຍາ​ໄວ້​ກັບ​ພຣະເຈົ້າຢາເວ.


ເມື່ອ​ເຈົ້າ​ພາວັນນາ​ອະທິຖານ​ຫາ​ນັ້ນ ພຣະອົງ​ກໍ​ຈະ​ຊົງ​ຕອບ ເຈົ້າ​ຈະ​ຮັກສາ​ຄຳ​ສາບານ​ທີ່​ເຈົ້າ​ໄດ້​ເຮັດ​ໄວ້.


ພວກເຂົາ​ຕ້ອງ​ໂມທະນາ​ຂອບພຣະຄຸນ ດ້ວຍ​ການ​ຖວາຍ​ເຄື່ອງບູຊາ​ແລະ​ດ້ວຍ​ບົດເພງ ອັນ​ຍິນດີ​ທີ່​ກ່າວ​ເຖິງ​ພຣະ​ຣາຊກິດ​ນັ້ນ.


ພຣະເຈົ້າຢາເວ​ຊົງ​ເປັນ​ຄວາມ​ສະຫວ່າງ ແລະ​ເປັນ​ຜູ້​ຊ່ວຍ​ໃຫ້​ພົ້ນ​ຂອງ​ຂ້ານ້ອຍ ຂ້ານ້ອຍ​ຈະ​ບໍ່​ຢ້ານກົວ​ຜູ້ໃດ​ທັງນັ້ນ ພຣະເຈົ້າຢາເວ​ຊົງ​ຄຸ້ມຄອງ​ຂ້ານ້ອຍ​ຈາກ​ອັນຕະລາຍ​ທຸກຢ່າງ ແລະ​ຂ້ານ້ອຍ​ກໍ​ຈະ​ບໍ່​ຢ້ານກົວ​ແຕ່​ປະການ​ໃດ​ທັງສິ້ນ.


ພຣະເຈົ້າຢາເວ​ເທົ່ານັ້ນ ທີ່​ໃຫ້​ຂ້ານ້ອຍ​ໄດ້​ໄຊຊະນະ ຂໍ​ຊົງ​ໂຜດ​ອວຍພອນ​ປະຊາຊົນ​ຂອງ​ພຣະອົງ​ເທີ້ນ.


ຈົ່ງ​ຖວາຍ​ໂມທະນາ​ຂອບພຣະຄຸນ​ເປັນ​ເຄື່ອງ​ບູຊາ​ແກ່​ພຣະເຈົ້າ ຖວາຍ​ແກ່​ຜູ້​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຕາມ​ທີ່​ເຈົ້າ​ສາບານ​ໄວ້.


ການຖວາຍ​ໂມທະນາ​ຂອບພຣະຄຸນ​ເປັນ​ການຖວາຍ​ທີ່​ໃຫ້ກຽດ​ແກ່​ເຮົາ ແລະ​ທຸກຄົນ​ທີ່​ເຊື່ອຟັງ​ພຣະເຈົ້າ​ກໍ​ຈະ​ໄດ້​ພົ້ນ.”


ພຣະເຈົ້າ​ຂອງ​ພວກເຮົາ​ນັ້ນ​ເປັນ​ພຣະເຈົ້າ ແຫ່ງ​ຄວາມ​ລອດພົ້ນ. ພຣະເຈົ້າ ອົງພຣະ​ຜູ້​ເປັນເຈົ້າ​ຊ່ວຍກູ້​ໃຫ້​ພົ້ນ​ຈາກ​ຕາຍ​ໄດ້.


ຈົ່ງ​ເຂົ້າ​ມາ​ເຝົ້າ​ພຣະອົງ​ດ້ວຍ​ການ​ໂມທະນາ​ຂອບພຣະຄຸນ ຮ້ອງເພງ​ຢ່າງ​ຊື່ນໃຈ​ຍ້ອງຍໍ​ສັນລະເສີນ​ພຣະອົງ.


ແຕ່​ພຣະເຈົ້າຢາເວ​ໄດ້​ຊ່ວຍຊູ​ຊາດ​ອິດສະຣາເອນ ແລະ​ຄວາມມີໄຊ​ຂອງ​ພວກເຂົາ​ກໍ​ດຳລົງ​ໄປ​ຕະຫລອດ; ພຣະອົງ​ຈະ​ບໍ່​ໃຫ້​ປະຊາຊົນ​ຂອງ​ພຣະອົງ ໄດ້​ຖືກ​ອັບອາຍ​ຂາຍໜ້າ​ອີກ​ຈັກເທື່ອ.”’


ສຽງ​ແຫ່ງ​ການ​ໂຮຮ້ອງ​ຍິນດີ ແລະ​ຊົມຊື່ນ ແລະ​ສຽງ​ແຫ່ງ​ຄວາມ​ສຸກໃຈ​ຂອງ​ພິທີ​ແຕ່ງງານ. ພວກເຈົ້າ​ຈະ​ໄດ້ຍິນ​ປະຊາຊົນ​ຮ້ອງເພງ ເມື່ອ​ພວກເຂົາ​ນຳ​ເຄື່ອງ​ຖວາຍ​ມາ​ໂມທະນາ​ຂອບພຣະຄຸນ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ; ພວກເຂົາ​ຈະ​ເວົ້າ​ວ່າ, ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່ ເພາະ​ພຣະເຈົ້າຢາເວ​ຊົງ​ຄຸນຄວາມດີ ຄວາມຮັກ​ຂອງ​ພຣະອົງ​ດຳລົງ​ຢູ່​ສືບໄປ​ເປັນນິດ. ເຮົາ​ຈະ​ເຮັດ​ໃຫ້​ດິນແດນ​ນີ້​ຈະເລີນ​ຮຸ່ງເຮືອງ​ດັ່ງ​ຄາວ​ແຕ່​ກ່ອນ.” ພຣະເຈົ້າຢາເວ​ກ່າວ​ດັ່ງນັ້ນແຫຼະ.


ຈົ່ງ​ກັບຄືນ​ມາ​ຫາ​ພຣະເຈົ້າຢາເວ​ສາ ແລະ​ພາວັນນາ​ອະທິຖານ​ຫາ​ພຣະອົງ​ດັ່ງນີ້: “ຂໍໂຜດ​ອະໄພ​ການບາບ​ທຸກຢ່າງ​ຂອງ​ພວກ​ຂ້ານ້ອຍ ແລະ​ຮັບ​ເອົາ​ຄຳພາວັນນາ​ອະທິຖານ​ຂອງ​ພວກ​ຂ້ານ້ອຍ​ດ້ວຍ ແລ້ວ​ພວກ​ຂ້ານ້ອຍ​ກໍ​ຈະ​ສັນລະເສີນ​ພຣະອົງ​ຕາມ​ທີ່​ໄດ້​ສັນຍາ​ໄວ້.


ຊຶ່ງ​ພວກເຈົ້າ​ນະມັດສະການ​ນັ້ນ ພວກເຈົ້າ​ບໍ່​ຮູ້ຈັກ ແຕ່​ພວກເຮົາ​ຮູ້​ດີ​ວ່າ ພວກເຮົາ​ນະມັດສະການ​ຜູ້ໃດ ເພາະ​ຄວາມ​ພົ້ນ​ນັ້ນ​ມາ​ທາງ​ຊາວ​ຢິວ.


ໃນ​ຜູ້​ອື່ນ​ຄວາມ​ລອດພົ້ນ​ບໍ່ມີ ດ້ວຍວ່າ, ບໍ່ມີ​ນາມຊື່​ອື່ນ​ໃດ​ທົ່ວ​ໃຕ້​ຟ້າ ທີ່​ຊົງ​ປະທານ​ແກ່​ມະນຸດ ເພື່ອ​ໃຫ້​ເຮົາ​ທັງຫລາຍ​ຕ້ອງ​ໄດ້​ພົ້ນ.”


ເຫດສະນັ້ນ ພີ່ນ້ອງ​ທັງຫລາຍ​ເອີຍ, ໂດຍ​ເຫັນ​ແກ່​ພຣະ​ເມດຕາ​ກະລຸນາ​ຂອງ​ພຣະເຈົ້າ ເຮົາ​ຈຶ່ງ​ຮຽກຮ້ອງ​ພວກເຈົ້າ​ໃຫ້​ຖວາຍ​ຕົວ​ແກ່​ພຣະເຈົ້າ ເປັນ​ເຄື່ອງ​ບູຊາ​ອັນ​ມີ​ຊີວິດ ເປັນ​ອັນ​ບໍຣິສຸດ ແລະ​ເປັນ​ທີ່​ພໍພຣະໄທ​ພຣະເຈົ້າ ຊຶ່ງ​ເປັນ​ການ​ນະມັດສະການ​ໃຫ້​ສົມ​ກັບ​ຝ່າຍ​ວິນຍານ​ຂອງ​ເຈົ້າ​ທັງຫລາຍ.


ເຊັ່ນດຽວ​ກັນ ເງິນ​ທີ່​ໄດ້​ໃນ​ທຳນອງນີ້​ບໍ່​ໃຫ້​ຖືກ​ນຳ​ເຂົ້າ​ມາ​ເປັນ​ການ​ແກ້​ບະບົນ ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ເພາະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກຽດຊັງ​ວັດ​ຂອງ​ພວກ​ໂສເພນີ.


ດ້ວຍເຫດນັ້ນ ຈົ່ງ​ໃຫ້​ພວກເຮົາ​ຖວາຍ​ຄຳ​ຍ້ອງຍໍ​ສັນລະເສີນ​ຕະຫລອດໄປ​ແກ່​ພຣະເຈົ້າ ເປັນ​ເຄື່ອງ​ບູຊາ​ໂດຍ​ທາງ​ພຣະອົງນັ້ນ ແລະ​ຍົກຍໍ​ພຣະນາມ​ຂອງ​ພຣະອົງ ດ້ວຍ​ສົບປາກ​ຂອງ​ພວກເຮົາ.


ພວກເຂົາ​ເປັ່ງ​ສຽງ​ຮ້ອງ​ວ່າ, “ຄວາມ​ລອດພົ້ນ​ຂຶ້ນ​ຢູ່​ກັບ​ພຣະເຈົ້າ​ຂອງ​ພວກເຮົາ ຜູ້​ຊົງ​ປະທັບ​ຢູ່​ເທິງ​ພຣະຣາຊບັນລັງ ແລະ ຂຶ້ນ​ກັບ​ພຣະ​ເມສານ້ອຍ.”


ຢ່າ​ຫລົງ​ໄຫລ​ໄປ​ນຳ​ພະທຽມ; ມັນ​ຊ່ວຍເຫລືອ​ຫຍັງ​ພວກເຈົ້າ​ບໍ່ໄດ້ ເພາະ​ມັນ​ບໍ່ແມ່ນ​ພຣະ​ແທ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka