7 ເມື່ອຊີວິດຂ້ານ້ອຍກຳລັງເລື່ອນລອຍຫາຍໄປ ຂ້ານ້ອຍກໍຄິດຫາພຣະເຈົ້າຢາເວ; ແລ້ວຂ້ານ້ອຍກໍໄດ້ພາວັນນາອະທິຖານຫາພຣະອົງ ໃນພຣະວິຫານອັນສັກສິດກໍຊົງໄດ້ຍິນຂ້ານ້ອຍ.
ພວກປະໂຣຫິດແລະຊາວເລວີໄດ້ຢືນຂື້ນອວຍພອນປະຊາຊົນ. ພຣະເຈົ້າຜູ້ສະຖິດຢູ່ໃນສະຫວັນໄດ້ຍິນສຽງພາວັນນາອະທິຖານຂອງພວກເຂົາ ແລະພຣະອົງຈຶ່ງຮັບເອົາຄຳພາວັນນາອະທິຖານເຫຼົ່ານັ້ນ.
ພຣະເຈົ້າຢາເວຢູ່ໃນພຣະວິຫານອັນສັກສິດຂອງພຣະອົງ ພຣະເຈົ້າຢາເວປະທັບເທິງພຣະບັນລັງ ຢູ່ໃນສະຫວັນ ພຣະອົງເຝົ້າເບິ່ງມະນຸດທຸກແຫ່ງທຸກຫົນ ແລະທັງຮູ້ວ່າຄົນກຳລັງເຮັດຫຍັງຢູ່ດ້ວຍ.
ເມື່ອໃດຂ້ານ້ອຍເກີດຄວາມທໍ້ຖອຍໃຈ ພຣະອົງກໍຮູ້ວ່າຂ້ານ້ອຍຄວນເຮັດຢ່າງໃດ. ຕາມຫົນທາງທີ່ຂ້ານ້ອຍຍ່າງທຽວໄປ ສັດຕູກໍຫ້າງແຮ້ວເພື່ອດັກຈັບຂ້ານ້ອຍໄວ້.
ເມື່ອລະນຶກເຖິງວັນທີ່ໄດ້ຜ່ານພົ້ນໄປ ຄິດເຖິງທຸກສິ່ງທີ່ພຣະອົງໄດ້ກະທຳທັງພາລະກິດທຸກຢ່າງດ້ວຍ.
ໃນຄວາມເດືອດຮ້ອນຢ່າງນີ້ແມ່ນພຣະເຈົ້າຢາເວທີ່ຂ້ານ້ອຍ ຮ້ອງຫາໃຫ້ຊ່ວຍເຫລືອ ພຣະອົງໄດ້ຟັງສຽງຂອງຂ້ານ້ອຍທີ່ພຣະວິຫານຂອງພຣະອົງ ແລະພຣະອົງໄດ້ຍິນສຽງຮ້ອງຂໍໃຫ້ຊ່ວຍເຫຼືອຂອງຂ້ານ້ອຍແລ້ວ.
ບາງຄົນໄວ້ວາງໃຈໃນລົດຮົບຂອງພວກຕົນ ຄົນອື່ນໄວ້ວາງໃຈໃນມ້າຮົບຂອງເຂົາເຈົ້າ ແຕ່ພວກເຮົາໄວ້ວາງໃຈໃນພຣະນາມ ແຫ່ງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ.
ເຫື່ອແຮງຂອງຂ້ານ້ອຍກໍໄດ້ສູນເສຍໄປ ດັ່ງນໍ້າທີ່ໄຫລຊະໄປຕາມພື້ນດິນນັ້ນ. ກະດູກຂອງຂ້ານ້ອຍທຸກຊີກກໍບໍ່ຕິດຕໍ່ກັນ ຈິດໃຈຂອງຂ້ານ້ອຍກໍເປື່ອຍໄປດັ່ງຂີ້ເຜິ້ງ.
ຂ້ານ້ອຍໝັ້ນໃຈວ່າຂ້ານ້ອຍຍັງຈະເຫັນ ພຣະຄຸນຄວາມດີຂອງພຣະເຈົ້າຢາເວຢູ່ໃນຊີວິດນີ້.
ເປັນຫຍັງຈຶ່ງໂສກເສົ້າແລະຍາກລຳບາກຍິ່ງ? ຂ້ານ້ອຍມອບຄວາມຫວັງໄວ້ກັບພຣະເຈົ້າ ແລະຂ້ານ້ອຍຍັງຈະຍ້ອງຍໍສັນລະເສີນພຣະອົງ ພຣະຜູ້ຊ່ວຍຂອງຂ້ານ້ອຍ ແລະພຣະເຈົ້າຂອງຂ້ານ້ອຍເອີຍ.
ເປັນຫຍັງຈຶ່ງໂສກເສົ້າແລະຍາກລຳບາກຍິ່ງ? ຈຶ່ງມອບຄວາມຫວັງໄວ້ກັບພຣະເຈົ້າແຕ່ອົງດຽວ ຄັ້ງໜຶ່ງອີກ ຂ້ານ້ອຍຈະໄດ້ຍ້ອງຍໍສັນລະເສີນພຣະອົງ ພຣະເຈົ້າ ພຣະຜູ້ໄຖ່ຂອງຂ້ານ້ອຍເອີຍ.
ເປັນຫຍັງຈຶ່ງໂສກເສົ້າ ແລະຍາກລຳບາກຍິ່ງ? ຂ້ານ້ອຍຈຶ່ງມອບຄວາມຫວັງໄວ້ກັບພຣະເຈົ້າ ແລະຂ້ານ້ອຍຍັງຈະຍ້ອງຍໍສັນລະເສີນພຣະອົງ ພຣະຜູ້ຊ່ວຍຂອງຂ້ານ້ອຍ ແລະພຣະເຈົ້າຂອງຂ້ານ້ອຍເອີຍ.
ຄວາມສຸກເປັນຂອງຜູ້ທີ່ພຣະອົງໄດ້ເລືອກເອົາ ໃຫ້ເຂົ້າມາອາໄສຢູ່ໃນຫໍນະມັດສະການໄດ້. ພວກຂ້ານ້ອຍຈະອີ່ມບໍຣິບູນດ້ວຍຂອງດີ ທັງພຣະພອນນາໆຈາກພຣະວິຫານອັນສັກສິດນັ້ນ.
ແລ້ວຄວາມຂົມຂື່ນກໍຈະຫັນປ່ຽນເປັນສັນຕິສຸກ ເພາະພຣະອົງເອງຊ່ວຍກູ້ເອົາ ຊີວິດຂ້ານ້ອຍໄວ້; ໂດຍເຮັດໃຫ້ພົ້ນຈາກອັນຕະລາຍທຸກຢ່າງ ການບາບຂອງຂ້ານ້ອຍກໍໄດ້ຮັບອະໄພ.
ຂໍໃຫ້ທຸກຄົນຈົ່ງຢຳເກງພຣະເຈົ້າຢາເວ ເຊື່ອຟັງຄຳສັ່ງສອນຂອງຜູ້ຮັບໃຊ້ພຣະເຈົ້າ ເຖິງວ່າທາງທີ່ເດີນໄປນັ້ນມືດມົວກໍຈິງ ແຕ່ຈົ່ງໄວ້ວາງໃຈໃນພຣະນາມແຫ່ງພຣະເຈົ້າຢາເວ ແລະເພິ່ງພຣະເຈົ້າແຫ່ງຕົນ.
ຂ້ານ້ອຍຄິດວ່າຖືກກຳຈັດຈາກພຣະອົງໄປ ແລະຄົງບໍ່ໄດ້ເຫັນພຣະວິຫານອັນສັກສິດຕໍ່ໄປແລ້ວ.
ຈົ່ງຟັງເລື່ອງນີ້ບັນດາທຸກຊົນຊາດເອີຍ ຈົ່ງຟັງເລື່ອງນີ້ທຸກຄົນ ທັງທຸກສິ່ງທີ່ແຜ່ນດິນໂລກ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຈະເປັນພະຍານຕໍ່ສູ້ພວກເຈົ້າໃດ ອົງພຣະຜູ້ເປັນເຈົ້າຈາກພຣະວິຫານທີ່ບໍຣິສຸດຂອງພຣະອົງ.
ແຕ່ພຣະເຈົ້າຢາເວສະຖິດຢູ່ໃນພຣະວິຫານອັນສັກສິດ; ຈົ່ງໃຫ້ມະນຸດທຸກໆຄົນຢູ່ທີ່ເທິງແຜ່ນດິນໂລກນີ້ ມິດງຽບຢູ່ຊ້ອງໜ້າພຣະອົງເທີ້ນ.
ຈົ່ງພິຈາລະນາຄິດເຖິງພຣະອົງ ຜູ້ຊົງໄດ້ອົດທົນຕໍ່ການຂັດຂວາງຂອງຄົນບາບທີ່ຕໍ່ສູ້ພຣະອົງ ເພື່ອເຈົ້າທັງຫລາຍຈະບໍ່ໝົດກຳລັງໃຈ.
ບັດນີ້ ດາວິດເປັນທຸກໃຈຫລາຍທີ່ສຸດ ກໍເພາະຄົນທັງຫລາຍຂອງເພິ່ນເກີດມີຄວາມຂົມຂື່ນ ຍ້ອນພວກເຂົາສູນເສຍລູກເມຍ ແລະພວກເຂົາຕ່າງກໍຂູ່ວ່າຈະແກວ່ງກ້ອນຫີນໃສ່ດາວິດ, ແຕ່ດາວິດໄດ້ຊູກຳລັງໃຈຂຶ້ນໃນພຣະເຈົ້າຢາເວ ພຣະເຈົ້າຂອງເພິ່ນ.