6 ຂ້ານ້ອຍລົງໄປສູ່ຮາກຖານຕີນພູທັງຫລາຍ ໃນດິນແດນບ່ອນທີ່ມີປະຕູລົງໄລໄວ້ຕະຫລອດ. ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງຂ້ານ້ອຍເອີຍ ມີແຕ່ພຣະອົງທີ່ໃຫ້ຄືນມີຊີວິດແຕ່ບ່ອນເລິກໄດ້.
ໃນຄວາມເມດຕາ ເທວະດາຈຶ່ງກ່າວວ່າ, ‘ຢ່າສູ່ກັກພວກເຂົາໄວ້ ແຕ່ຈົ່ງປ່ອຍໄປສາ ຢ່າໃຫ້ພວກເຂົາຕ້ອງລົງໄປໃນແດນມໍຣະນາ ນີ້ຄືຄ່າໄຖ່ເພື່ອປົດປ່ອຍພວກເຂົາໃຫ້ເປັນອິດສະຫລະ.’
ພຣະເຈົ້າໄດ້ຮັກສາຂ້ອຍບໍ່ໃຫ້ໄປສູ່ແດນມໍຣະນາ ແລະໃຫ້ຂ້ອຍຍັງມີຊີວິດຊີວາຢູ່ຕໍ່ໄປອີກ.’
ພຣະອົງໃຫ້ມະຫາສະໝຸດຫຸ້ມຫໍ່ດັ່ງເຄື່ອງນຸ່ງຫົ່ມຮ່າງກາຍ ແລະໃຫ້ນໍ້າປົກຄຸມຢູ່ເທິງຖ້ວມພູທັງຫລາຍໄວ້.
ມັນໄຫລຜ່ານພູຕ່າງໆສູ່ຮ່ອມພູທັງຫລາຍ ຄືສູ່ບ່ອນທີ່ພຣະອົງໄດ້ສ້າງໄວ້ສຳລັບມັນນັ້ນ.
ຂ້ານ້ອຍຖືກລ້ອມດ້ວຍອັນຕະລາຍເຖິງຕາຍ ຈຶ່ງຢູ່ໃຕ້ເງົາແຫ່ງແດນມໍຣະນານັ້ນ. ມັນຮັດບີບໄວ້ຈົນອຶດອັດໃນຈິດໃຈ ຈຶ່ງມີແຕ່ຢ້ານກົວແລະໂສກເສົ້າ.
ຂ້າແດ່ພຣະເຈົ້າຢາເວ ບັດນີ້ ຂໍຊົງໂຜດຕອບຂ້ານ້ອຍດ້ວຍເຖີດ ຂ້ານ້ອຍໄດ້ສູນສິ້ນຄວາມຫວັງທັງໝົດເສຍແລ້ວ. ຂໍພຣະອົງຢ່າຫັນໜ້າໜີໄປຈາກຂ້ານ້ອຍເລີຍ ບໍ່ດັ່ງນັ້ນ ຂ້ານ້ອຍຈະຕ້ອງໄປຢູ່ແດນມໍຣະນາ.
ເພາະພຣະອົງຄຸ້ມຄອງຈາກອຳນາດຄວາມຕາຍ ບໍ່ປ່ອຍໃຫ້ຜູ້ບໍຣິສຸດຂອງພຣະອົງຕ້ອງເປື່ອຍເນົ່າ.
ບ້ວງແຫ່ງແດນຄົນຕາຍກໍຜູກພັນຂ້ານ້ອຍຢູ່ ແຮ້ວທີ່ຈະດັບຊີວິດຂ້ານ້ອຍກໍຫ້າງໃສ່ຢູ່ສະເໝີ.
ພຣະເຈົ້າຢາເວໄດ້ນຳເອົາຂ້ານ້ອຍອອກຈາກຂຸມຝັງສົບ ຄືບ່ອນເລິກ ທີ່ຂ້ານ້ອຍໄດ້ລົງໄປ ແຕ່ຊົງໃຫ້ຊີວິດໃໝ່ອີກ.
“ພຣະອົງຈະໄດ້ຫຍັງແດ່ ຖ້າຂ້ານ້ອຍຕາຍໄປ? ພຣະອົງຈະໄດ້ຫຍັງ ຖ້າຂ້ານ້ອຍໄປສູ່ຂຸມຝັງສົບພຸ້ນ? ຄົນຕາຍໄປແລ້ວຈະສັນລະເສີນພຣະອົງໄດ້ບໍ? ປະກາດເຖິງຄວາມສັດຊື່ຂອງພຣະອົງໄດ້ບໍ່?
ຂ້າແດ່ພຣະເຈົ້າ ພຣະອົງຈະນຳຜູ້ທີ່ຂ້າຄົນແລະຄົນຂີ້ຕົວະ ໃຫ້ເຂົ້າໄປສູ່ຂຸມຝັງສົບພຸ້ນ ກ່ອນທີ່ອາຍຸເຄິ່ງໜຶ່ງຂອງພວກເຂົາໝົດໄປ ສ່ວນຂ້ານ້ອຍໄວ້ວາງໃຈໃນພຣະອົງ.
ພຣະອົງຕັ້ງພູຜາໄວ້ດ້ວຍພະລັງຂອງພຣະອົງ ຊຶ່ງສຳແດງໃຫ້ເຫັນຣິດທະນຸພາບອັນຍິ່ງໃຫຍ່ຂອງພຣະອົງ.
ຂ້ານ້ອຍກຳລັງຈົມລົງໃນຂີ້ຕົມທີ່ບໍ່ມີພື້ນຢັນ ຂ້ານ້ອຍຈົມຢູ່ໃນນໍ້າເລິກ ແລະຄື້ນກໍກຳລັງດຶງຂ້ານ້ອຍລົງ.
“ຂ້ານ້ອຍຄິດວ່າໄວກາງຊີວິດກຳລັງຜ່ານໄປ ເວລາທີ່ເຫຼືອກໍຖືກມອບໃຫ້ແດນມໍຣະນາແລ້ວ.
ແລ້ວຄວາມຂົມຂື່ນກໍຈະຫັນປ່ຽນເປັນສັນຕິສຸກ ເພາະພຣະອົງເອງຊ່ວຍກູ້ເອົາ ຊີວິດຂ້ານ້ອຍໄວ້; ໂດຍເຮັດໃຫ້ພົ້ນຈາກອັນຕະລາຍທຸກຢ່າງ ການບາບຂອງຂ້ານ້ອຍກໍໄດ້ຮັບອະໄພ.
ຜູ້ໃດແທກມະຫາສະໝຸດໄດ້ດ້ວຍອົ້ງມືຕົນ ຫລືໃຊ້ຝາມືຕົນແທກລວງຍາວຂອງຟ້າສະຫວັນໄດ້? ຜູ້ໃດເອົາຂີ້ດິນໃນໂລກນີ້ໄດ້ໃສ່ເຄື່ອງຜອງຕວງເບິ່ງ ຫລືຊັ່ງພູເຂົາ ແລະເນີນພູ ເພື່ອຢາກຮູ້ວ່າໜັກເທົ່າໃດ?
ເຮົາຈະສົ່ງເຈົ້າລົງໄປຮ່ວມກັບຄົນທີ່ໄດ້ອາໄສຢູ່ໃນແດນມໍຣະນາແຕ່ກ່ອນກີ້. ເຮົາຈະເຮັດໃຫ້ເຈົ້າຢູ່ຮ່ວມກັບພວກຄົນຕາຍໃນໂລກໃຕ້ດິນທີ່ເປັນບ່ອນຮົກຮ້າງເພພັງຕະຫລອດໄປ. ໃນທີ່ສຸດ ເຈົ້າຈະບໍ່ມີຜູ້ໃດອາໄສຢູ່ ແລະບໍ່ມີວັນທີ່ຈະກັບຄືນໄປບ່ອນຂອງເຈົ້າ ໃນດິນແດນຂອງຄົນເປັນ.
ເພາະສະນັ້ນ ແຕ່ນີ້ໄປຈະບໍ່ມີຕົ້ນໄມ້ໃດໆ ບໍ່ວ່າຈະມີນໍ້າລໍ່ລ້ຽງດີປານໃດກໍຕາມ ມີຍອດຢຽດສູງຈົນຈຸເມກ ຫລືຈະໃຫຍ່ ແລະສູງຂຶ້ນເຊັ່ນນີ້ອີກ. ພວກມັນທັງໝົດຈະຕາຍເພາະເຄາະກຳຢ່າງມະນຸດທຳມະດາ ຄືໄດ້ຮັບເຄາະກຳເພື່ອຈະລົງໄປຮ່ວມກັບພວກທີ່ຢູ່ແດນມໍຣະນາ.
ເມື່ອໜ່ວຍພູໄດ້ເຫັນພຣະອົງກໍສະທ້ານຫວັ່ນໄຫວ ນໍ້າຝົນກໍໄດ້ທັ່ງເທລົງມາຈາກທ້ອງຟ້າ ນໍ້າທີ່ຢູ່ໃຕ້ພື້ນພິພົບໄດ້ຊັດຂຶ້ນຢ່າງສະໜັ່ນຫວັ່ນໄຫວ ຟອງກໍຟົ້ງຂຶ້ນສູງຈົນເຕັມຂະໜາດ.
ເມື່ອພຣະອົງຢຸດນິ້ງ ໂລກກໍເກີດສະທ້ານຫວັ່ນໄຫວ ພຽງພຣະອົງສົ່ງສາຍຕາ ນາໆຊາດກໍສັ່ນເຊັນຢ້ານ; ພູທັງຫລາຍທີ່ຕັ້ງໝັ້ນຄົງຢູ່ກໍແຕກສະຫລາຍໄປ ເນີນພູຕ່າງໆທີ່ຕັ້ງຢູ່ຕະຫລອດໄປຕ່າງກໍຍຸບລົງທັງນັ້ນ ຄືເນີນພູຕ່າງໆບ່ອນທີ່ພຣະອົງໄດ້ຍ່າງໄປມາ ແຕ່ຄາວສະໄໝດຶກດຳບັນ.
ຝ່າຍເຮົາຈຶ່ງບອກວ່າ ເຈົ້າຄືເປໂຕ ເທິງສີລາກ້ອນນີ້ເຮົາຈະສ້າງຄຣິສຕະຈັກຂອງເຮົາຂຶ້ນ ແລະປະຕູແຫ່ງແດນມໍຣະນາຈະເອົາຊະນະຄຣິສຕະຈັກນີ້ບໍ່ໄດ້.
ຄວາມໂກດຮ້າຍຂອງເຮົາຈະລຸກໄໝ້ ເຜົາຜານດັ່ງແປວໄຟລຸກໃຫຍ່ ເຜົາໄໝ້ທຸກສິ່ງເທິງແຜ່ນດິນໂລກ ຈົນທະລາຍກ້ຽງສິ້ນສູນໝົດ. ມັນຈະເລີຍລຸກໄໝ້ໄປຮອດ ພື້ນພິພົບປັດຖະພີ ແລະເຜົາຜານທຸກສິ່ງໝົດ ຮອດຮາກໂຄນຂອງພູສູງພຸ້ນ.